Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.


ຫົວ​ຂໍ້ : ສານ​ສະ​ແດງ​ຄວາມ​ເສົ້າ​ສະຫຼົດ​ໃຈ

ເຜີຍ​ແຜ່​ໂດຍ​: ວິ​ໄລ​ສັກ ເວ​ລາ: 21/07/2022 08:33:12 ຈຳ​ນວນ​ຜູ້​ເຂົ້າ​ຢ້ຽມ​ຊົມ 4125 ຄັ້ງ

​ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ໄດ້ສົ່ງສານສະແດງຄວາມເສົ້າສະຫຼົດໃຈ ເຖິງ ຄະນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ກູ​ບາ ເມື່ອບໍ່ດົນມານີ້ ທີ່ນະຄອນຫຼວງ​ລາ​ຮາ​ວານ ຊຶ່ງມີເນື້ອໃນດັ່ງນີ້:

ບັນດາສະຫາຍ​ທີ່​ຮັກ​ແພງ,

​ ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ປະຊາຊົນ​ ປະຕິວັດ​ລາວ ມີ​ຄວາມ​ໂສກ​ເສົ້າ​ເສຍດາຍ​ເປັນ​ຢ່າງ​ຍິ່ງ​ຕໍ່​ການ​ມໍລະນະ​ກຳຂອງ ສະ​ຫາຍ ​ໂຮ​ເຊຣາ​ໂມງບາ​ລາ​ເກກາ​ເບຣຣາ ອະດີດ​ເລຂາທິການ​ສູນ​ກາງ​ພັກອະດີດ​ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ​ກອມ​ມູນິດ​ກູ​ບາ​ ໃນ​ວັນ​ທີ 15 ກໍລະກົດ 2022 ຜ່ານ​ມາ.

ຕະຫຼອດ​ຊີວິດ​ຂອງ ​ສະຫາຍ ໂຮ​ເຊຣາ​ໂມງບາ​ລາ​ເກກາ​ເບຣຣາ ​ໄດ້​ອຸທິດ​ສະຕິ​ປັນຍາ ​ແລະ ​ເຫື່ອ​ແຮງຢ່າງ​ບໍ່ຮູ້​ອິດ​ຮູ້​ເມື່ອຍເຂົ້າ​ໃນ​ພາລະ​ກິດ​ປົກ​ປັກ​ຮັກສາ ​ແລະ ສ້າງສາພັດທະນາ​ປະ​ເທດ​ ກູ​ບາ​ ​ແລະ ​ເປັນ​ຜູ້​ກໍ່​ຕັ້ງ​ ພັກ​ກອມ​ມູນິດ​ກູ​ບາ.

ການ​ຈາກ​ໄປ​ຂອງ ​ສະຫາຍ ໂຮ​ເຊຣາ​ໂມງບາ​ລາ​ເກກາ​ເບຣຣາ ບໍ່​ພຽງ​ແຕ່​ເປັນ​ການ​ສູນ​ເສຍ​ອັນ​ໃຫຍ່​ຫຼວງ​ສຳລັບພັກ, ລັດ ​ແລະ ປະຊາຊົນ​ກູ​ບາ​ອ້າຍ​ນ້ອງ​ເທົ່າ​ນັ້ນ, ​ແຕ່​ຍັງ​ເປັນ​ການ​ສູນ​ເສຍ​ເພື່ອນມິດ​ທີ່​ສະໜິດສະໜົມ​ຂອງ​ ພັກ, ລັດ ແລະ ປະຊາຊົນ​ລາວ​ ນຳ​ອີກ.

ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ປະຊາຊົນ​ ປະຕິວັດ​ລາວ ຂໍ​ແບ່ງ​ເບົາ​ຄວາມ​ໂສກ​ເສົ້າ​ອັນ​ສຸດ​ຊຶ້​ງມາ​ຍັງຄະນະ​ບໍລິຫານ​ງານ​ສູນ​ກາງ​​ພັກ, ລັດ, ປະຊາຊົນ​ກູ​ບາ ​ແລະ ຄອບ​ຄົວ​ ຂອງ ສະຫາຍ ​ໂຮ​ເຊຣາ​ໂມງບາ​ລາ​ເກກາ​ເບຣຣາ ມາ​ນະ​ໂອກາດ​ນີ້​ດ້ວຍ.

ສະ​ແດງ​ຄວາມ​ຄິດ​ເຫັນ​ຕໍ່​ບົດ​ຂ່າວ


ລາຍ​ການ​ສະ​ແດງ​ຄວາມ​ຄິດ​ເຫັນ​ຂອງ​ຂ່າວ

ລຳ​ດັບ ​​ຄວາມ​ຄິດ​ເຫັນຕໍ່​ກັບ​ຂ່າວ ​ເວ​ລາ​


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com