Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ສະຫາຍ ທອງສະຫວັນ ພົມວິຫານ ກຳມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປະຊາຊົນ ປະຕິວັດລາວ ໄດ້ສົ່ງໂທລະເລກເສົ້າສະຫຼົດໃຈ ເຖິງ ສະຫາຍ ອັງເຮນອາຊົວກາ ເຣເຢດສ ຮອງຫົວໜ້າ ແລະ ຜູ້ປະສານງານຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດກູບາ ເມື່ອບໍ່ດົນມານີ້ ທີ່ນະຄອນຫຼວງລາຮາວານ ຊຶ່ງມີເນື້ອໃນດັ່ງນີ້:
ໃນນາມຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນ ປະຕິວັດລາວ ແລະ ໃນນາມສ່ວນຕົວຂ້າພະເຈົ້າຮູ້ສຶກສະເທືອນໃຈ ແລະ ອາໄລອາວອນຢ່າງສຸດຊຶ້ງ ເມື່ອໄດ້ຮັບຂ່າວວ່າສະຫາຍ ໂຮເຊຣາໂມງບາລາເກກາເບຣຣາ ອະດີດເລຂາທິການສູນກາງພັກ ອະດີດຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດກູບາ ໄດ້ເຖິງແກ່ມໍລະນະກຳ ໃນວັນທີ 15 ກໍລະກົດ 2022.
ສະຫາຍ ໂຮເຊຣາໂມງບາລາເກກາເບຣຣາ ເປັນນັກກອມມູນິດທີ່ກ້າແກ່ນ, ເດັດດ່ຽວໜຽວແໜ້ນ, ຕໍ່ສູ້ອົງອາດກ້າຫານບໍ່ຍອມຈຳນົນ, ເປັນນັກປະຕິວັດຜູ້ຈົງຮັກພັກດີຕໍ່ປະເທດຊາດ ແລະ ເປັນລູກຫຼານຜູ້ປະເສີດຂອງປະຊາຊົນກູບາທັງເປັນເພື່ອນມິດທີ່ສະໜິດສະໜົມຂອງ ພັກ-ລັດ ແລະ ປະຊາຊົນລາວ, ຕະຫຼອດຊີວິດຂອງສະຫາຍ ໄດ້ອຸທິດສະຕິປັນຍາ ແລະ ເຫື່ອແຮງໃຫ້ແກ່ພາລະກິດປະຕິວັດຂອງກູບາຢ່າງບໍ່ຮູ້ອິດຮູ້ເມື່ອຍ ແລະ ທັງປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດກໍຄືສອງຄະນະພົວພັນຕ່າງປະເທດສູນກາງພັກຂອງພວກເຮົາ.
ການຈາກໄປຂອງສະຫາຍ ໂຮເຊຣາໂມງບາລາເກກາເບຣຣາ ບໍ່ພຽງແຕ່ເປັນການສູນເສຍອັນໃຫຍ່ຫຼວງສຳລັບພັກ, ລັດ ແລະ ປະຊາຊົນກູບາອ້າຍນ້ອງເທົ່ານັ້ນ, ແຕ່ເປັນການສູນເສຍເພື່ອນມິດທີ່ໃກ້ຊິດ, ຮ່ວມອຸດົມການອັນຍິ່ງໃຫຍ່ຂອງພັກ, ລັດ ແລະ ປະຊາຊົນລາວອີກດ້ວຍ.
ຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນ ປະຕິວັດລາວ ຂໍແບ່ງເບົາຄວາມໂສກເສົ້າອັນສຸດຊຶ້ງມາຍັງສະຫາຍ, ຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດກູບາ ແລະ ຄອບຄົວຂອງສະຫາຍ ໂຮເຊຣາໂມງບາລາເກກາເບຣຣາມາໃນໂອກາດນີ້ດ້ວຍ.
ລຳດັບ | ຄວາມຄິດເຫັນຕໍ່ກັບຂ່າວ | ເວລາ |
---|
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
10/02/2022 18:15:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com