Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານອວຍພອນ ເຖິງ ສະຫາຍ ຫງວຽນ ຝູ ຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ສະຫາຍ ຫງວຽນ ຊວັນ ຟຸກ ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ, ສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ, ສະຫາຍ ເວືອງ ດິງ ເຫວະ ປະທານສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໃນວັນທີ 1 ກັນຍາ ທີ່ນະຄອນຫຼວງຮ່າໂນ້ຍ ຊຶ່ງມີເນື້ອໃນດັ່ງນີ້:
ບັນດາສະຫາຍທີ່ຮັກແພງ,
ໃນນາມຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ, ລັດຖະບານ, ສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ປະຊາຊົນລາວບັນດາເຜົ່າ ກໍຄືໃນນາມສ່ວນຕົວ, ພວກຂ້າພະເຈົ້າ ຂໍສົ່ງຄວາມຂໍ່ານັບຊົມເຊີຍຖານສະຫາຍອ້າຍນ້ອງອັນອົບອຸ່ນ, ໄມຕີຈິດມິດຕະພາບອັນດູດດື່ມ, ຄວາມສາມັກຄີຮັກແພງອັນສະໜິດສະໜົມ ແລະ ຄໍາອວຍພອນໄຊອັນປະເສີດມາຍັງບັນດາສະຫາຍ ແລະ ຜ່ານບັນດາສະຫາຍ ໄປຍັງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ລັດຖະບານ, ສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ແລະ ປະຊາຊົນຫວຽດນາມອ້າຍນ້ອງທຸກຖ້ວນໜ້າ, ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 77 ປີ (2/9/1945-2/9/2022) ແລະ ໃນທ່າມກາງບັນຍາກາດທີ່ສອງປະເທດ ສະເຫຼີມສະຫຼອງປີສາມັກຄີມິດຕະພາບລາວ-ຫວຽດນາມ ປີ 2022 ຢ່າງເປັນຂະບວນຟົດຟື້ນ ແລະ ມີເນື້ອໃນເລິກເຊິ່ງ.
ພວກຂ້າພະເຈົ້າ ມີຄວາມປິຕິຊົມຊື່ນ ແລະ ພາກພູມໃຈ ເປັນຢ່າງຍິ່ງທີ່ເຫັນວ່າ ຕະຫຼອດໄລຍະ 77 ປີຜ່ານມາ, ພາຍໃຕ້ການນໍາພາອັນຖືກຕ້ອງ ແລະ ສະຫຼາດສ່ອງໃສ ຂອງພັກກອມມູນິດຫວຽດນາມ ທີ່ມີກຽດສະຫງ່າ ໂດຍປະທານ ໂຮ່ຈິມິນ ຜູ້ຍິ່ງໃຫຍ່ເປັນຜູ້ກໍ່ຕັ້ງ, ດ້ວຍຈິດໃຈຮັກຊາດອັນດູດດື່ມ ພິລະອາດຫານ ປະຊາຊົນຫວຽດນາມວິລະຊົນ ໄດ້ຜ່ານຜ່າຄວາມຫຍຸ້ງຍາກ ແລະ ການທົດສອບນາໆປະການ ສາມາດຍາດເອົາເອກະລາດແຫ່ງຊາດ ແລະ ກ້າວໄປເຖິງການທ້ອນໂຮມປະເທດຊາດເປັນເອກະພາບຢ່າງສົມບູນ, ສືບຕໍ່ພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ ສູ່ຈຸດ ໝາຍສັງຄົມນິຍົມຢ່າງໜັກແໜ້ນ ໂດຍສະເພາະແມ່ນໄລຍະ 36 ປີ ແຫ່ງການດໍາເນີນພາລະກິດປ່ຽນແປງໃໝ່ ຊຶ່ງສາມາດຮັກສາສະຖຽນລະພາບທາງດ້ານການເມືອງໄດ້ຢ່າງໜັກແໜ້ນ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ເສດຖະກິດມີການຂະຫຍາຍຕົວດີດ້ວຍຈັງຫວະໄວ ແລະ ຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນຫວຽດນາມ ໄດ້ຮັບການປັບປຸງໃຫ້ດີຂຶ້ນເທື່ອລະກ້າວ, ການພົວພັນຮ່ວມມືສາກົນໄດ້ຮັບການເປີດກວ້າງ, ຖານະບົດບາດຂອງພັກກອມມູນິດຫວຽດນາມ ແລະ ສສ ຫວຽດນາມ ນັບມື້ຍິ່ງໄດ້ຮັບການຍົກສູງຂຶ້ນ ໃນເວທີພາກພື້ນ ແລະ ສາກົນ.
ການຈັດຕັ້ງຜັນຂະຫຍາຍຜົນກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ໄດ້ປະສົບຜົນສຳເລັດເປັນຢ່າງດີ ເຖິງວ່າສະພາບການພາກພື້ນ ແລະ ສາກົນ ຈະມີການຜັນແປໄປຢ່າງສັບສົນ ບວກກັບການແຜ່ລະບາດ ຂອງເຊື້ອພະຍາດໂຄວິດ-19; ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ຍັງສືບຕໍ່ຍາດໄດ້ຜົນສຳເລັດຢ່າງໃຫຍ່ຫຼວງ, ເປັນຕົ້ນແມ່ນການຂະຫຍາຍຕົວດ້ານເສດຖະກິດ ຊຶ່ງເພີ່ມຂຶ້ນຢ່າງຕໍ່ເນື່ອງ, ໃນຂະນະທີ່ຫຼາຍປະເທດໃນໂລກ ແລະ ໃນພາກພື້ນ ກຳລັງປະເຊີນກັບການທົດຖອຍຂອງເສດຖະກິດຈົນເຖິງຂັ້ນຕິດລົບ. ພວກຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ແລະ ຂໍສະແດງຄວາມຊົມເຊີຍ ຕໍ່ຜົນສໍາເລັດອັນໃຫຍ່ຫຼວງ, ຮອບດ້ານ ທີ່ ສສ ຫວຽດນາມ ຍາດມາໄດ້ຕະຫຼອດມາ ແລະ ຖືສິ່ງນີ້ ເປັນແຫຼ່ງກໍາລັງໃຈໃຫ້ແກ່ ສປປ ລາວ ໃນການພັດທະນາປະເທດຊາດຂອງຕົນ.
ພວກຂ້າພະເຈົ້າ ມີຄວາມເອກອ້າງທະນົງໃຈເປັນຢ່າງຍິ່ງ ທີ່ເຫັນວ່າຕະຫຼອດໄລຍະຜ່ານມາ, ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ທີ່ ປະທານ ໂຮ່ຈິມິນ ຜູ້ຍິ່ງໃຫຍ່, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ຜູ້ນໍາທີ່ແສນເຄົາລົບຮັກ ແລະ ໄດ້ຮັບການຖະນຸຖະໜອມ, ປົກປັກຮັກສາ ແລະ ເສີມຂະຫຍາຍຈາກບັນດາຮຸ່ນການນຳ, ນັກຮົບປະຕິວັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ຕະຫຼອດມາ ກາຍເປັນເຫງົ້າພະລັງແຮງທີ່ບໍ່ບົກແຫ້ງ ແລະ ປັດໄຈຕັດສິນໄຊຊະນະ ພາລະກິດປະຕິວັດຢູ່ສອງປະເທດ.
ໃນໂອກາດອັນສະຫງ່າລາສີນີ້, ຕາງໜ້າພັກ-ລັດ ແລະ ປະຊາຊົນລາວບັນດາເຜົ່າ, ພວກຂ້າພະເຈົ້າ ຂໍສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ, ຄວາມຂອບໃຈຢ່າງຈິງໃຈມາຍັງ ພັກ-ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ຕໍ່ກັບມິດຈິດມິດໃຈ ອັນບໍລິສຸດຜຸດຜ່ອງ, ຄວາມສາມັກຄີຮັກແພງອັນສະໜິດສະໜົມ, ການສະໜັບສະໜູນຊ່ວຍເຫຼືອອັນໃຫຍ່ຫຼວງ, ມີປະສິດທິຜົນ ແລະ ທັນການ ໃຫ້ແກ່ ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ ໃນໄລຍະຕໍ່ສູ້ກູ້ຊາດໃນເມື່ອກ່ອນ ກໍຄືໃນໄລຍະສ້າງສາ ແລະ ພັດທະນາປະເທດຊາດໃນປັດຈຸບັນ. ພວກຂ້າພະເຈົ້າ ຂໍຢືນຢັນວ່າ ເຖິງສະພາບການພາກພື້ນ ແລະ ສາກົນ ຈະມີການປ່ຽນແປງໄປຢ່າງສັບສົນ ແລະ ສະຫຼັບສັບຊ້ອນປານໃດກໍຕາມ, ພັກ-ລັດ ແລະ ປະຊາຊົນລາວ ຈະສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນກັບບັນດາສະຫາຍ ໃນການໃຫ້ຄວາມສໍາຄັນ ແລະ ບຸລິມະສິດສູງສຸດໃຫ້ແກ່ການປົກປັກຮັກສາ, ເພີ່ມພູນຄູນສ້າງສາຍພົວພັນທີ່ຫາຍາກດັ່ງກ່າວໃຫ້ຄົງຢູ່ກັບປະຊາຊົນ 2 ຊາດ ຕະຫຼອດໄປ ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ມິດຕະພາບ ແລະ ການຮ່ວມມື ເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ.
ຂໍອວຍພອນໃຫ້ ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສຂອງພັກກອມມູນິດຫວຽດນາມ ໂດຍມີ ສະຫາຍ ຫງວຽນ ຝູ ຈ້ອງ ເປັນຜູ້ນໍາພານັ້ນ ຈົ່ງສືບຕໍ່ຍາດໄດ້ຜົນສໍາເລັດອັນໃໝ່ໃຫຍ່ຫຼວງກວ່າເກົ່າ ໃນການຈັດຕັ້ງ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ, ບັນລຸຈຸດໝາຍແຫ່ງການສ້າງ ສສ ຫວຽດ ນາມ ໃຫ້ເປັນປະເທດອຸດສາຫະກໍາຕາມທິດທັນສະໄໝໃຫ້ສໍາເລັດ, ໂດຍກໍານົດເປົ້າໜາຍ ແລະ ທິດທາງຍຸດທະສາດຮອດປີ 2030 ແລະ ວິໄສທັດການພັດທະນາປະເທດຮອດປີ 2045 ເພື່ອເຮັດໃຫ້ປະຊາຊົນຫວຽດນາມ ມີຄວາມຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທໍາ ແລະ ສິວິໄລ.
ຂໍອວຍພອນໃຫ້ບັນດາສະຫາຍ ຈົ່ງມີສຸຂະພາບເຂັ້ມແຂງ, ພະລານາໄມສົມບູນ ແລະ ປະສົບຜົນສໍາເລັດໃນໜ້າທີ່ອັນສູງສົ່ງ ແລະ ມີກຽດສະຫງ່າຂອງຕົນໃນການສືບຕໍ່ນຳພາປະເທດຊາດຫວຽດນາມ ກ້າວຂຶ້ນຢ່າງໜັກແໜ້ນເພື່ອບັນລຸຈຸດໝາຍທີ່ວາງໄວ້.
ອວຍພອນໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ຈົ່ງໝັ້ນຄົງຂະໜົງແກ່ນ ແລະ ສວຍສົດງົດງາມຕະຫຼອດກາລະນານ.
ລຳດັບ | ຄວາມຄິດເຫັນຕໍ່ກັບຂ່າວ | ເວລາ |
---|
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
10/02/2022 18:15:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com