Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ສະຫາຍ ທອງສະຫວັນ ພົມວິຫານ ກຳມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ສົ່ງໂທລະເລກອວຍພອນ ເຖິງ ສະຫາຍ ຫຼິວ ຈ້ຽນຊາວ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ ເຊິ່ງມີເນື້ອໃນດັ່ງນີ້:
ເນື່ອງໃນໂອກາດທີ່ ພັກກອມມູນິດຈີນ ໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XX ໃນວັນທີ 16 ຕຸລາ 2022, ໃນນາມ ຄະນະພົວພັນຕ່າງປະເທດສູນກາງ ພັກປະຊາຊົນ ປະຕິວັດລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງພອນໄຊອັນປະເສີດຖານສະຫາຍອ້າຍນ້ອງ ມາຍັງ ສະຫາຍ ແລະ ຜ່ານສະຫາຍ ໄປຍັງ ສະມາຊິກພັກ, ພະນັກງານ-ລັດຖະກອນ ຂອງ ຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ ທຸກຖ້ວນໜ້າ.
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XX ຂອງພັກກອມມູນິດຈີນ ແມ່ນເຫດການການເມືອງທີ່ມີຄວາມໝາຍສໍາຄັນຍິ່ງ ຂອງ ພັກກອມມູນິດຈີນ ແລະ ປະຊາຊົນຈີນອ້າຍນ້ອງ, ເຊິ່ງໄຂຂຶ້ນໃນໄລຍະສຳຄັນຂອງການກໍານົດຍຸດທະສາດ ແລະ ວາງແນວທາງນະໂຍບາຍ ເພື່ອບັນລຸເປົ້າໝາຍ ສ້າງສັງຄົມນິຍົມຕາມສີສັນພິເສດທີ່ທັນສະໄໝຮອບດ້ານ ຂອງ ສປ ຈີນ ໃນກາງສັດຕະວັດທີ 21 ໃຫ້ປະກົດຜົນເປັນຈິງ.
ຂ້າພະເຈົ້າ ເຊື່ອໝັ້ນວ່າ ບົນພື້ນຖານບົດຮຽນຈາກຜົນສໍາເລັດອັນໃຫຍ່ຫຼວງ, ຮອບດ້ານ ເປັນປະຫວັດການ ຂອງ ພັກກອມມູນິດຈີນ ໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XIX ຂອງພັກ ແລະ ຄວາມສາມັກຄີເປັນຈິດໜຶ່ງໃຈດຽວຂອງປະຊາຊົນຈີນ ອ້ອມຂ້າງສູນກາງພັກ ອັນມີສະຫາຍເລຂາທິການໃຫຍ່ ສີຈິ້ນຜິງ ເປັນແກນກາງ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XX ຂອງພັກກອມມູນິດຈີນ ຈະບັນລຸຜົນສຳເລັດຢ່າງສະຫງ່າງາມ ແລະ ມະຕິ ຂອງກອງປະຊຸມໃຫຍ່ຄັ້ງນີ້ ຈະສືບຕໍ່ເປັນແສງສະຫວ່າງນຳພາປະຊາຊົນຈີນອ້າຍນ້ອງ ຍາດໄດ້ຜົນສຳເລັດອັນໃໝ່ ແລະ ໃຫຍ່ຫຼວງກວ່າເກົ່າ ໃນການສ້າງສາພັດທະນາປະເທດຊາດ ຕາມທິດສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ ກໍຄື ຄວາມມຸ້ງຫວັງໃນການຟື້ນຟູຄວາມຮຸ່ງເຮືອງສີວິໄລຂອງປະຊາຊາດຈີນ.
ເນື່ອງໃນໂອກາດສໍາຄັນນີ້, ຂໍອວຍພອນໃຫ້ ສະຫາຍ, ພ້ອມດ້ວຍຄະນະນໍາ, ສະມາຊິກພັກ ແລະ ພະນັກງານ-ລັດຖະກອນ ຂອງ ຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ອັນມີກຽດຂອງຕົນ, ປະກອບສ່ວນຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XX ຂອງພັກກອມມູນິດຈີນ ວາງອອກຢ່າງມີໄຊ.
ຂໍອວຍພອນໃຫ້ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XX ຂອງ ພັກກອມມູນິດຈີນ ທີ່ມີກຽດສະຫງ່າ ຈົ່ງປະສົບຜົນສໍາເລັດຢ່າງຈົບງາມ.
ອວຍພອນໃຫ້ ສາຍພົວພັນມິດຕະພາບ ອັນເປັນມູນເຊື້ອ, ການຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນາມ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາສັງຄົມນິຍົມ ລາວ-ຈີນ, ຈີນ-ລາວ ຈົ່ງໝັ້ນຄົງຂະໜົງແກ່ນ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.
ລຳດັບ | ຄວາມຄິດເຫັນຕໍ່ກັບຂ່າວ | ເວລາ |
---|
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
10/02/2022 18:15:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com