Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.


ຫົວ​ຂໍ້ : ສະຫາຍ ທອງ​ລຸນ ສີ​ສຸ​ລິດ ສົ່ງໂທລະເລກຊົມເຊີຍ ສະຫາຍ ສີ ຈິ້ນ​ຜິງ

ເຜີຍ​ແຜ່​ໂດຍ​: ວິ​ໄລ​ສັກ ເວ​ລາ: 24/10/2022 09:49:00 ຈຳ​ນວນ​ຜູ້​ເຂົ້າ​ຢ້ຽມ​ຊົມ 8536 ຄັ້ງ

ສະຫາຍ ທອງ​ລຸນ ສີ​ສຸ​ລິດ ເລຂາທິການ​ໃຫຍ່ ຄະນະບໍລິ ຫານ​ງານ​ສູນ​ກາງ​ພັກ​ປະຊາຊົນ​ ປະຕິວັດ​ລາວ ໄດ້​ສົ່ງ​ໂທລະເລກ​ຊົມເຊີຍ ເຖິງ ສະຫາຍ ສີ ຈິ້ນ​ຜິງ  ເລຂາທິການ​ໃຫຍ່ຄະ​ນະ​ກໍາ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ທີ່ ນະຄອນຫຼວງ​ປັກ​ກິ່ງ         ຊຶ່ງ​ມີ​ເນື້ອ​ໃນ​ດັ່ງນີ້: ເນື່ອງ​ໃນ​ໂອກາດ​ທີ່ ສະຫາຍ ໄດ້​ຮັບ​ເລືອກ​ຕັ້ງ​ໃຫ້​ດໍາ​ລົງ​ຕໍາ​ແໜ່​ງ​ເປັນ ເລຂາທິການ​ໃຫຍ່ຄະ​ນະ​ກໍາ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ  ອີກ​ວາລະ​ໜຶ່ງ, ໃນ​ນາມ ຄະນະ​ບໍລິ ຫານ​ງານ​ສູນ​ກາງ​ພັກ​ປະຊາຊົນ ປະຕິວັດ​ລາວ ແລະ ໃນ​ນາມ​ສ່ວນ​ຕົວ, ຂ້າພະເຈົ້າ ມີ​ຄວາມ​ປິ​ຕິ​ຍິນດີ​ເປັນ​ຢ່າງ​ຍິ່ງ ສົ່ງ​ຄວາມ​ຊົມເຊີຍ​ຢ່າງ​ຈິງ​ໃຈ, ອາລົມ​ຈິດ​ແຫ່ງ​ຄວາມ​ສາມັກຄີ​ຮັກແພງ​ຖານ​ສະຫາຍ​ອ້າຍ​ນ້ອງ ແລະ ພອນ​ໄຊ​ອັນ​ປະເສີດ ມາ​ຍັງ ສະຫາຍ ແລະ ຜ່ານ​ສະຫາຍ ໄປ​ຍັງ ຄະ​ນະ​ກໍາ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ສະໄໝ​ທີ XX.
ການ​ທີ່​ສະຫາຍ ໄດ້​ຮັບ​ເລືອກ​ຕັ້ງ​ໃຫ້​ດໍາ​ລົງ​ຕໍາ​ແໜ່​ງ​ເປັນ ເລຂາທິການ​ໃຫຍ່ ອີກ​ວາລະ​ໜຶ່ງ ໃນ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະເທດ ຄັ້ງ​ທີ XX ຂອງ ພັກ​ກອມ​ມູ​ນິດ​ຈີນ ເປັນ​ການສະແດງ​ໃຫ້​ເຫັນ​ຢ່າງ​ຊັດ​ເຈນ ເຖິງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຢ່າງ​ເຕັມ​ປ່ຽມ ຂອງ​ຜູ້​ແທນ​ກອງ​ປະຊຸມ​ໃຫຍ່ ກໍ​ຄື ທົ່ວ​ພັກ, ທົ່ວ​ລັດ ແລະ ປະຊາຊົນ​ຈີນ ທີ່​ມີ​ຕໍ່​ສະຫາຍ ໃນ​ຖານະ​ເປັນ​ຜູ້​ນໍາ​ທີ່​ປີ​ຊາ​ສາມາດ, ເປັນ​ແກນ​ກາງຂອງ​ພັກ ຊຶ່ງ​ປ່ຽມ​ລົ້ນ​ໄປ​ດ້ວຍ​ປະສົບ​ການ ແລະ ມີ​ຜົນງານ​ອັນ​ໂດດ​ເດັ່ນ ໃນ​ການ​ຊີ້​ນໍານໍາ​ພາ ພາລະກິດ​ສ້າງສາ​ສັງຄົມ​ນິຍົມ​ທີ່​ມີ​ສີສັນ​ພິເສດ​ຂອງ​ຈີນ ໃນ​ຍຸກ​ສະໄໝ​ໃໝ່.
ນັບ​ແຕ່​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະເທດ ຄັ້ງ​ທີ XVIII ຂອງ​ພັກ ເປັນຕົ້ນ​ມາ, ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ທີ່​ຖື ສະຫາຍ ເປັນ​ແກນ​ກາງ ໄດ້​ນໍາ​ພາ​ປະຊາຊົນ​ຈີນ ສ້າງສາ​ພັດທະນາ ສປ ຈີນ ດ້ວຍ​ທັດສະນະ​ໃໝ່, ແນວ​ຄິດ ແລະ ຍຸດທະສາດ​ໃໝ່ ທີ່​ສອດຄ່ອງ​ກັບ​ສະພາບ​ລວມ​ພາຍ​ໃນ​ປະເທດ ແລະ ທ່າ​ອ່ຽງ​ລວມ ຂອງ​ຍຸກ​ສະໄໝ   ໂດຍ​ສະເພາະ​ແມ່ນ ການ​ສະເໜີ​ອອກ ແນວ​ຄິດ  ​ສີ​ຈິ້ນ​ຜິງ ວ່າ​ດ້ວຍ​ສັງຄົມ​ນິຍົມ​ທີ່​ມີ​ສີສັນ​ພິເສດ​ຂອງ​ຈີນ ໃນ​ຍຸກ​ສະໄໝ​ໃໝ່ ເພື່ອ​ປົກຄອງ​ລັດ​-​ບໍລິຫານ​ປະເທດ ໃຫ້​ມີ​ຄວາມ​ເຂັ້ມແຂງ, ເຮັດ​ໃຫ້ ສາທາລະນະ​ລັດ ປະຊາຊົນ​ຈີນ ມີ​ການ​ພັດທະນາ​ຢ່າງ​ໃຫຍ່​ຫຼວງ, ຮອບດ້ານ, ກ້າວ​ກະໂດດ ແລະ ມະຫັດສະຈັນ, ການເມືອງ​ມີ​ສະຖຽນ​ລະ​ພາບ​ຢ່າງ​ໜັກ​ແໜ້ນ, ວຽກ​ງານ​ປ້ອງ​ກັນ​ຊາດ​-​ປ້ອງ​ກັນ​ຄວາມ​ສະຫງົບ ມີ​ຄວາມ​ເຂັ້ມແຂງ ທັນ​ສະໄໝ, ສັງຄົມ​ມີ​ຄວາມ​ສະຫງົບ ກົມກຽວ​ປອງ​ດອງ, ບັນລຸ​ຜົນສຳເລັດ​ອັນ​ໃຫຍ່​ຫຼວງ​ເປັນ​ປະຫວັດ​ການ ບັນດາ​ເປົ້າ​ໝາຍ​ຍຸດທະສາດ 100 ປີ ເຫດການ​ທີ​ໜຶ່ງ, ບັນດາ​ຂໍ້​ລິ​ເລີ່ມ​ຕ່າງໆ ທີ່​ສະຫາຍ ສະເໜີ​ອອກ ພວມ​ໄດ້​ຮັບ​ການ​ເຂົ້າ​ຮ່ວມ ແລະ ສະໜັບສະໜູນ​ຢ່າງ​ຕັ້ງໜ້າ ຈາກ​ວົງ​ຄະນະ​ຍາດ​ສາກົນ, ບົດບາດ ແລະ ອິດ​ທິ​ພົນ​ຂອງ ສປ ຈີນ ນັບ​ມື້​ນັບ​ພົ້ນ​ເດັ່ນ ແລະ ນຳ​ໜ້າ ໃນ​ເວທີ​ພາກ​ພື້ນ ແລະ ສາກົນ, ປະກອບສ່ວນ​ສຳຄັນ​ຍິ່ງ​ເຂົ້າ​ໃນ​ພາລະກິດ​ເສີມ​ສ້າງສັນ​ຕິ​ພາບ ແລະ ການ​ພັດທະນາ​ໃນ​ໂລກ.
ຂ້າພະເຈົ້າ ມີ​ຄວາມ​ເຊື່ອ​ໝັ້ນ​ຢ່າງ​ໜັກ​ແໜ້ນ​ວ່າ ພາຍ​ໃຕ້​ການ​ນໍາ​ພາ​ອັນ​ເຂັ້ມແຂງ ຂອງ ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ທີ່​ມີ ສະຫາຍ ສືບຕໍ່​ເປັນ​ແກນ​ກາງ​ນັ້ນ, ປະຊາຊົນ​ຈີນ​ອ້າຍ​ນ້ອງ ຈະ​ສາມາດ​ຍາດ​ໄດ້​ຜົນ​ສໍາ​ເລັດ​ຮອບດ້ານ​ອັນ​ໃໝ່ ໃຫຍ່​ຫຼວງ​ກວ່າ​ເກົ່າ ໃນ​ການຈັດຕັ້ງ​ຜັນ​ຂະຫຍາຍ ມະຕິ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະເທດ ຄັ້ງ​ທີ XX ຂອງ​ພັກ ກໍ​ຄື ການ​ສ້າງ​ສັງຄົມ​ນິຍົມ​ທີ່​ເຂັ້ມແຂງ​ທັນ​ສະໄໝ ຮອບດ້ານ, ບັນລຸ​ເປົ້າ​ໝາຍ 100 ປີ​ເຫດການ​ທີ​ສອງ ແລະ ການ​ຟື້ນ​ຟູ​ຄວາມ​ຮຸ່ງເຮືອງ​ສີວິໄລ​ຂອງ​ຊາດ​ຈີນ ໃຫ້​ປະກົດ​ຜົນ​ເປັນ​ຈິງ​ຢ່າງ​ມີ​ໄຊ.
ຂ້າພະເຈົ້າ​ມີ​ຄວາມ​ເອກອ້າງ​ທະ​ນົງ​ໃຈ ແລະ ປິ​ຕິ​ຍິນດີ​ເປັນ​ຢ່າງ​ຍິ່ງ ທີ່​ເຫັນ​ວ່າ​ສາຍ​ພົວພັນ​ມິດຕະພາບ​ອັນ​ເປັນ​ມູນເຊື້ອ ລະຫວ່າງ ສອງ​ພັກ, ສອງ​ລັດ ແລະ ປະຊາຊົນ​ສອງ​ຊາດ ລາວ​-​ຈີນ ທີ່​ມີ​ມາ​ແຕ່​ດົນ​ນານ​ນັ້ນ ນັບ​ມື້​ນັບ​ໄດ້​ຮັບ​ການ​ເສີມ​ຂະຫຍາຍ​ດ້ວຍ​ທ່ວງ​ທ່າ​ທີ່​ໜັກ​ແໜ້ນ ບົນ​ພື້ນຖານ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຊຶ່ງ​ກັນ ແລະ ກັນ ໂດຍ​ສະເພາະ​ແມ່ນ​ພາຍຫຼັງ​ທີ່​ສອງ​ພັກ ໄດ້​ລົງ​ນາມ ແຜນ​ແມ່​ບົດ​ວ່າ​ດ້ວຍ​ການ​ສ້າງ​ຄູ່​ຮ່ວມ​ຊາ​ຕາ​ກໍາ ລາວ​-​ຈີນ, ການ​ພົວພັນ​ຮ່ວມ​ມື​ສອງ​ຝ່າຍ​ໃນ​ທຸກ​ຂະແໜງການ ໄດ້​ຮັບ​ການ​ເສີມ​ຂະຫຍາຍ​ທັງ​ທາງ​ກວ້າງ ແລະ ເຂົ້າ​ສູ່​ລວງ​ເລິກ ຢ່າງ​ເປັນ​ຮູບ​ປະ​ທໍາ, ຍິນດີ​ສືບຕໍ່​ຮ່ວມ​ກັບ​ສະຫາຍ ໃນ​ການ​ປຶກສາ​ຫາລື ແລະ ກໍາ​ນົດ​ທິດ​ນໍາ ຂອງ​ການ​ພົວພັນ​ຮ່ວມ​ມື​ສອງ​ຝ່າຍ ໄລຍະ​ໃໝ່ ເພື່ອ​ນໍາ​ເອົາ​ຜົນ​ປະໂຫຍດ​ຕົວ​ຈິງ​ມາສູ່​ປະຊາຊົນ​ສອງ​ຊາດ ລາວ​-​ຈີນ, ປະກອບສ່ວນ​ຊຸກຍູ້​ພາລະກິດ​ກໍ່ສ້າງ​ສັງຄົມ​ນິຍົມ​ຢູ່ ສອງ​ປະເທດ ໄປ​ສູ່​ຈຸດໝາຍ​ທີ່​ວາງ​ໄວ້.
ຂໍ​ອວຍພອນ​ໃຫ້​ສະຫາຍ ຈົ່ງ​ມີ​ສຸ​ຂະ​ພະ​ລາ​ນາ​ໄມ​ສົມບູນ, ມີ​ຄວາມ​ຜາ​ສຸກ ແລະ ມີ​ຜົນ​ສໍາ​ເລັດ​ອັນ​ໃຫຍ່​ຫຼວງ​ກວ່າ​ເກົ່າ ໃນ​ພາລະກິດ​ອັນ​ສູງ​ສົ່ງ ແລະ ມີ​ກຽດ​ສະຫງ່າ​ຂອງ​ສະ​ຫາຍ.
ຂໍ​ອວຍພອນ​ໃຫ້​ສາຍ​ພົວພັນ​ມິດຕະພາບ​ອັນ​ເປັນ​ມູນເຊື້ອ, ການ​ຮ່ວມ​ມື​ແບບ​ຄູ່​ຮ່ວມ​ຍຸດທະສາດ​ຮອບດ້ານ ໝັ້ນຄົງ ຍາວ​ນານ ຕາມ​ທິດ 4 ດີ ແລະ ການ​ເປັນ​ຄູ່​ຮ່ວມ​ຊາ​ຕາ​ກໍາ ລາວ​-​ຈີນ ຈົ່ງ​ໝັ້ນຄົງ​ຂະໜົງ​ແກ່ນ ແລະ ສືບຕໍ່​ໄດ້​ຮັບ​ການ​ເສີມ​ຂະຫຍາຍ​ໃຫ້​ແຕກ​ດອກ​ອອກ​ຜົນ​ຍິ່ງໆ​ຂຶ້ນ ຊົ່ວ​ກາລະ​ນານ.
 

ສະ​ແດງ​ຄວາມ​ຄິດ​ເຫັນ​ຕໍ່​ບົດ​ຂ່າວ


ລາຍ​ການ​ສະ​ແດງ​ຄວາມ​ຄິດ​ເຫັນ​ຂອງ​ຂ່າວ

ລຳ​ດັບ ​​ຄວາມ​ຄິດ​ເຫັນຕໍ່​ກັບ​ຂ່າວ ​ເວ​ລາ​


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com