Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.


ຫົວ​ຂໍ້ : ສານເສົ້າສະຫຼົດໃຈ

ເຜີຍ​ແຜ່​ໂດຍ​: ວິ​ໄລ​ສັກ ເວ​ລາ: 23/11/2022 15:46:56 ຈຳ​ນວນ​ຜູ້​ເຂົ້າ​ຢ້ຽມ​ຊົມ 6593 ຄັ້ງ

ວັນທີ 23 ພະຈິກນີ້, ພະນະທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສົ່ງສານສະແດງຄວາມເສົ້າສະຫຼົດໃຈເຖິງ ພະນະທ່ານ ໂຈໂກ ວີໂດໂດ ປະທານາທິບໍດີ ແຫ່ງ ສາທາລະນະລັດ ອິນໂດເນເຊຍ ທີ່ ຈາກາກຕາ ຊຶ່ງມີເນື້ອໃນວ່າ:

ຂ້າພະເຈົ້າ ໄດ້ຮັບຂ່າວດ້ວຍຄວາມເສົ້າເສຍໃຈຕໍ່ເຫດການແຜ່ນດິນໄຫວ ຢູ່ເມືອງຈາວາຕາເວັນຕົກ ຂອງອິນໂດເນເຊຍ ເຮັດໃຫ້ເກີດດິນເຈື່ອນ ຊຶ່ງໄດ້ສ້າງຄວາມເສຍຫາຍທາງດ້ານຊີວິດ ແລະ ຊັບສິນຈຳນວນຫຼວງຫຼາຍ ແກ່ ປະຊາຊົນ ອິນໂດເນເຊຍ ທີ່ດຳລົງຊີວິດ ຢູ່ໃນພື້ນທີ່ດັ່ງກ່າວ.

ໃນນາມ ລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມເຫັນໃຈ ແລະ ເສົ້າສະຫຼົດໃຈຢ່າງຍິ່ງ ມາຍັງພະນະທ່ານ, ລັດຖະບານ ແລະ ປະຊາຊົນ ອິນໂດເນເຊຍ ໂດຍສະເພາະຕໍ່ຜູ້ເຄາະຮ້າຍ ແລະ ຄອບຄົວທີ່ໄດ້ຮັບຜົນກະທົບ.

ຂ້າພະເຈົ້າ ເຊື່ອໝັ້ນວ່າ ພາຍໃຕ້ການນຳພາ ແລະ ຄວາມເອົາໃຈໃສ່ຢ່າງໃກ້ຊິດຂອງ ພະນະທ່ານ, ລັດຖະບານ ແລະ ປະຊາຊົນ ອິນໂດເນເຊຍ ຈະສາມາດຜ່ານຜ່າຄວາມຫຍຸ້ງຍາກທີ່ເກີດຂຶ້ນຈາກໄພພິບັດຄັ້ງນີ້ ແລະ ຟື້ນຟູເຂດທີ່ໄດ້ຮັບຜົນກະທົບໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ. ພວກຂ້າພະເຈົ້າ ຂໍຢູ່ຄຽງຂ້າງສາທາລະນະລັດ ອິນໂດເນເຊຍ ແລະ ປະຊາຊົນອິນໂດເນເຊຍ ໃນເວລາແຫ່ງຄວາມຫຍຸ້ງຍາກນີ້. ດ້ວຍຄວາມເຄົາລົບ ແລະ ນັບຖືຢ່າງສູງ.

ໃນຂະນະດຽວກັນ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ກໍໄດ້ສົ່ງສານສະແດງຄວາມເສົ້າສະຫຼົດໃຈ ເຖິງ ພະນະທ່ານ ນາງ ເຣັດໂນ ມາຊູດີ ລັດຖະມົນຕີຕ່າງປະເທດແຫ່ງ ສາທາລະນະລັດ ອິນໂດເນເຊຍ ເຊັ່ນດຽວກັນ.

ສະ​ແດງ​ຄວາມ​ຄິດ​ເຫັນ​ຕໍ່​ບົດ​ຂ່າວ


ລາຍ​ການ​ສະ​ແດງ​ຄວາມ​ຄິດ​ເຫັນ​ຂອງ​ຂ່າວ

ລຳ​ດັບ ​​ຄວາມ​ຄິດ​ເຫັນຕໍ່​ກັບ​ຂ່າວ ​ເວ​ລາ​


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com