Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.


ຫົວ​ຂໍ້ : ສານອວຍພອນວັນຊາດ ຈາກ ສປ ຈີນ

ເຜີຍ​ແຜ່​ໂດຍ​: ວິ​ໄລ​ສັກ ເວ​ລາ: 02/12/2022 09:45:57 ຈຳ​ນວນ​ຜູ້​ເຂົ້າ​ຢ້ຽມ​ຊົມ 7471 ຄັ້ງ

 

          ສະຫາຍ ຫຼີ ເຄີ່ສຽງ ນາຍົກລັດຖມົນຕີ ແຫ່ງ ສາທາລະນະລັດປະຊາຊົນຈີນ ໄດ້ສົ່ງສານອວຍພອນເຖິງ ສະຫາຍ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທີ່ນະຄອນຫຼວງວຽງຈັນ ຊຶ່ງມີເນື້ອໃນວ່າ: ສະຫາຍນາຍົກລັດຖະມົນຕີທີ່ນັບຖື: ເນື່ອງໃນໂອກາດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສະຖາປະນາຂຶ້ນ ຄົບຮອບ 47 ປີ ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍຢ່າງສຸດໃຈ!

          ໃນ 1 ປີຜ່ານມາ, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົມທົບການປ້ອງກັນພະຍາດໂຄວິດ ແລະ ການສ້າງສາພັດທະນາປະເທດຊາດ ຊຶ່ງໄດ້ບັນລຸຜົນສຳເລັດຢ່າງຕັ້ງໜ້າ. ການກໍ່ສ້າງຄູ່ຮ່ວມຊາຕາກຳ ຈີນ-ລາວ ໄດ້ລົງເລິກຢ່າງຕໍ່ເນື່ອງ ຊຶ່ງໄດ້ນຳເອົາຜົນປະໂຫຍດອັນແທ້ຈິງມາສູ່ປະຊາຊົນສອງປະເທດ ກໍຄືສອງຊາດ, ຂ້າພະເຈົ້າຍິນດີຮ່ວມມືກັບສະຫາຍ ໂດຍຖືເປັນເອກະພາບສຳຄັນ ລະຫວ່າງ ເລຂາທິການໃຫຍ່ ປະທານປະເທດ ສີ ຈິ້ນຜິງ ກັບ ສະຫາຍ ເລຂາທິການໃຫຍ່ ປະທານປະເທດ ທອງລຸນ ສີສຸລິດ ເປັນທິດຊີ້ນຳ, ເພີ່ມທະວີການແລກປ່ຽນທາງດ້ານຍຸດທະສາດ, ລົງເລິກການຮ່ວມມືແທດຕົວຈິງ, ຫັດແໜ້ນປະສານສົມທົບໃນເວທີຫຼາຍຝ່າຍ, ເພື່ອສຸກຍູ້ການກໍ່ສ້າງຄູ່ຮ່ວມຊາຕາກຳ ຈີນ-ລາວ ບັນລຸໝາກຜົນໃໝ່ ຢ່າງບໍ່ຢຸດຢັ້ງ.

          ຂໍອວຍພອນໃຫ້ປະເທດລາວ ຈົ່ງມີຄວາມຈະເລີນຮຸ່ງເຮືອງ ປະຊາຊົນຮັ່ງມີຜາສຸກ ອວຍພອນໃຫ້ມິດຕະ ພາບອັນເປັນມູນເຊື້ອ ລະຫວ່າງ ຈີນ-ລາວ ຈົ່ງໄດ້ຮັບການສືບທອດໄປຫຼາຍເຊັ່ນຄົນ ແລະ ໝັ້ນຄົງຖະໜົງແກ່ນ ຕະຫຼອດໄປ.

          ພ້ອມນີ້, ສະຫາຍ ຫວາງ ອີ້ ກຳມະການກົມການເມືອງສູນກາງພັກກອມມູນິດຈີນ ທີ່ປຶກສາແຫ່ງລັດ ແລະ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດປະຊາຊົນຈີນ ກໍໄດ້ສົ່ງສານອວຍພອນເຖິງ ສະຫາຍ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເຊັ່ນດຽວກັນ.

ສະ​ແດງ​ຄວາມ​ຄິດ​ເຫັນ​ຕໍ່​ບົດ​ຂ່າວ


ລາຍ​ການ​ສະ​ແດງ​ຄວາມ​ຄິດ​ເຫັນ​ຂອງ​ຂ່າວ

ລຳ​ດັບ ​​ຄວາມ​ຄິດ​ເຫັນຕໍ່​ກັບ​ຂ່າວ ​ເວ​ລາ​


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com