Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ໃນວັນທີ 21 ມີນາ ນີ້, ຄະນະບໍລິຫານງານສູນກາງ ພັກປະຊາຊົນ ປະຕິວັດລາວ ໄດ້ຮັບໂທລະເລກອວຍພອນ ເນື່ອງໃນໂອກາດ ວັນສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ ຄົບຮອບ 68 ປີ ຈາກ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຊຶ່ງມີເນື້ອໃນວ່າ: ເນື່ອງໃນໂອກາດວັນສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ ຄົບຮອບ 68 ປີ (22/3/1955-22/3/2023), ຕາງໜ້າພັກກອມມູນິດຫວຽດນາມ ແລະ ປະຊາຊົນຫວຽດນາມ, ພວກຂ້າພະເຈົ້າ ຂໍສົ່ງເຖິງ ຄະນະບໍລິຫານງານສູນກາງພັກ, ສະມາຊິກ ພັກປະຊາຊົນ ປະຕິວັດລາວ ແລະ ປະຊາຊົນລາວ ບັນດາເຜົ່າ ນໍ້າໃຈຖານສະຫາຍອ້າຍນ້ອງທີ່ສະໜິດສະໜົມ ແລະ ຄໍາອວຍພອນໄຊອັນປະເສີດ ຢ່າງສຸດອົກສຸດໃຈ.
ຕະຫຼອດໄລຍະ 68 ປີຜ່ານມາ, ພິເສດໃນໄລຍະ 36 ປີ ການຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່, ພາຍໃຕ້ການນໍາພາອັນສ່ອງໃສຂອງພັກປະຊາຊົນ ປະຕິວັດລາວ, ປະຊາຊົນລາວອ້າຍນ້ອງ ໄດ້ເສີມຂະຫຍາຍມູນເຊື້ອວິລະຊົນປະຕິວັດ, ຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍນາໆປະການ, ຍາດໄດ້ຜົນສໍາເລັດອັນໃຫຍ່ຫຼວງ, ມີຄວາມໝາຍປະຫວັດສາດ ໃນບັນດາຂົງເຂດຕ່າງໆ, ຍົກສູງຖານະບົດບາດຂອງພັກປະຊາຊົນ ປະຕິວັດລາວ ແລະ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ບົນເວທີສາກົນ. ບັນດາຜົນສໍາເລັດດັ່ງກ່າວນັ້ນ ເປັນຄວາມປິຕິຊົມຊື່ນລວມຂອງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດພວກເຮົາ.
ພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມ ສະໜັບສະໜູນຢ່າງແຂງແຮງ ແລະ ຮອບດ້ານ ຕໍ່ພາລະກິດປ່ຽນແປງໃໝ່ຂອງລາວ ແລະ ເຊື່ອໝັ້ນຢ່າງແນວແນ່ວ່າ ໂດຍການສືບທອດມູນເຊື້ອຂອງບັນດາຄົນຮຸ່ນກ່ອນ ແລະ ເສີມຂະຫຍາຍບັນດາຜົນສໍາເລັດທີ່ຍາດມາໄດ້, ພາຍໃຕ້ການນໍາພາຂອງ ພັກປະຊາຊົນ ປະຕິວັດລາວ, ປະເທດຊາດ ແລະ ປະຊາຊົນລາວ ອ້າຍນ້ອງ ຈະສືບຕໍ່ຍາດໄດ້ຜົນສໍາເລັດອັນໃໝ່, ໃຫຍ່ຫຼວງກວ່າເກົ່າ ໃນພາລະກິດປ່ຽນແປງໃໝ່, ຈັດຕັ້ງປະຕິບັດບັນດາເປົ້າໝາຍທີ່ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ແລະ ແຜນການພັດທະນາເສດຖະກິດ-ສັງຄົມ ໄລຍະ 5 ປີ ເທື່ອທີ 9 ວາງອອກ ໄດ້ຢ່າງມີໄຊ; ສ້າງ ສປປ ລາວ ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ ແລະ ວັດທະນາຖາວອນ ຕາມທິດສັງຄົມນິຍົມ ສໍາເລັດຜົນຢ່າງຈົບງາມ.
ພວກຂ້າພະເຈົ້າ, ມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງທີ່ເຫັນວ່າ ຄຽງຄູ່ກັບບັນດາຜົນງານຂອງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຍາດມາໄດ້ຕະຫຼອດໄລຍະຜ່ານມາ, ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ-ລາວ ໂດຍແມ່ນ ປະທານ ໂຮ່ຈິມິນ ຜູ້ນໍາທີ່ຍິ່ງໃຫຍ່ ແລະ ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ທີ່ແສນເຄົາລົບຮັກ ເປັນຜູ້ກໍ່ຕັ້ງ, ຝຶກຝົນຫຼໍ່ຫຼອມ ແລະ ບັນດາຮຸ່ນການນໍາ ພັກ, ລັດ ແລະ ປະຊາຊົນສອງຊາດ ສືບຕໍ່ໄດ້ຮັບການເພີ່ມພູນຄູນສ້າງ ແລະ ນັບມື້ໄດ້ຮັບການຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ແລະ ມີປະສິດທິຜົນໃນທຸກຂົງເຂດ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດປ່ຽນແປງໃໝ່, ປົກປັກຮັກສາ ແລະ ພັດທະນາ ຢູ່ແຕ່ລະປະເທດ.
ພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມ ຍາມໃດກໍຖືສໍາຄັນ ແລະ ຈາລຶກໄວ້ສະເໝີ ການສະໜັບສະໜູນຢ່າງເຂັ້ມແຂງ, ການຊ່ວຍເຫຼືອອັນໃຫຍ່ຫຼວງ, ລໍ້າຄ່າ, ມິດຈິດມິດໃຈອັນບໍລິສຸດຜຸດຜ່ອງ ແລະ ມີປະສິດທິຜົນຂອງ ພັກ, ລັດຖະບານ ແລະ ປະຊາຊົນລາວອ້າຍນ້ອງ ໃຫ້ແກ່ ພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມ ຕະຫຼອດໄລຍະທີ່ຜ່ານມາ. ພວກຂ້າພະເຈົ້າ ຈະເຮັດສຸດຄວາມສາມາດຂອງຕົນ ຮ່ວມກັບ ພັກ, ລັດຖະບານ ແລະ ປະຊາຊົນລາວ ປົກປັກຮັກສາ, ຖະນຸຖະໝອມ ແລະ ເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບ ຄວາມສາມັກຄີພິເສດ ຫວຽດນາມ-ລາວ ໃຫ້ນັບມື້ຂະຫຍາຍຕົວຂຶ້ນສູ່ລະດັບໃໝ່, ເພື່ອຜົນປະໂຫຍດຂອງປະຊາຊົນແຕ່ລະປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ໃນຂົງເຂດ ແລະ ໃນໂລກ; ອວຍພອນໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບ ດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຫວຽດນາມ-ລາວ ຈົ່ງສວຍສົດງົດງາມ ແລະ ໝັ້ນຄົງຂະໜົງແກ່ນ ຕະຫຼອດກາລະນານ.
ໂອກາດນີ້, ສະຫາຍ ເລ ຮວາຍ ຈຸງ ກໍາມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ ກໍໄດ້ສົ່ງໂທລະເລກອວຍພອນເຖິງ ສະຫາຍ ທອງສະຫວັນ ພົມວິຫານ ກໍາມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນ ປະຕິວັດລາວ ເຊັ່ນດຽວກັນ.
(ຂ່າວ: ຄຕພ
ລຳດັບ | ຄວາມຄິດເຫັນຕໍ່ກັບຂ່າວ | ເວລາ |
---|
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
10/02/2022 18:15:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com