Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ວັນທີ 22 ມີນາ ນີ້, ສະຫາຍກິມ ເຈິງ ອຸນເລຂາທິການໃຫຍ່ພັກແຮງງານເກົາຫຼີປະທານກິດຈະການແຫ່ງລັດ ແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ ໄດ້ສົ່ງສານຊົມເຊີຍເຖິງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ
ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຊຶ່ງມີເນື້ອໃນວ່າ:
ເນື່ອງໃນໂອກາດ ວັນສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ ຄົບຮອບ 68 ປີ, ຂ້າພະເຈົ້າ ຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ຄວາມຢື້ຢາມຖາມຂ່າວຖານສະຫາຍ ມາຍັງ ສະຫາຍເລຂາທິການໃຫຍ່ ແລະ ສະມາຊິກພັກທຸກຖ້ວນໜ້າຂອງ ພັກປະຊາຊົນ ປະຕິວັດລາວ.
ຕະຫຼອດໄລຍະ 68 ປີ ຜ່ານມາ ແຫ່ງການສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ໄດ້ຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍນາໆປະການຈາກພາຍໃນ ແລະ ພາຍນອກ ຢ່າງເດັດດ່ຽວໜຽວແໜ້ນ ແລະ ຈັດຕັ້ງນຳພາການຕໍ່ສູ້ຂອງປະຊາຊົນລາວ ເພື່ອຄວາມເປັນເອກະລາດ, ການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງຂອງປະເທດຊາດ ຢ່າງມີໄຊ.
ໃນປັດຈຸບັນນີ້, ພາຍໃຕ້ການຊີ້ນໍາ-ນໍາພາອັນຖືກຕ້ອງຂອງ ພັກປະຊາຊົນ ປະຕິວັດລາວ ຊຶ່ງມີ ສະຫາຍເລຂາທິການໃຫຍ່ເປັນຜູ້ນໍາ, ປະຊາຊົນລາວ ມີຄວາມກ້າວໜ້າອັນໃໝ່ໃນການຕໍ່ສູ້ ເພື່ອຈັດຕັ້ງຜັນຂະຫຍາຍບັນດາມະຕິຂອງກອງປະຊຸມໃຫຍ່ ຄັ້ງທີ 11 ຂອງພັກ.
ຂ້າພະເຈົ້າ ຂໍອວຍພອນໄຊ ມາຍັງ ສະຫາຍເລຂາທິການໃຫຍ່ ຈົ່ງມີຜົນສຳເລັດອັນໃຫຍ່ຫຼວງກວ່າເກົ່າ ໃນໜ້າທີ່ວຽກງານອັນມີຄວາມຮັບຜິດຊອບຂອງສະຫາຍ ເພື່ອເສີມຂະຫຍາຍ ພັກປະຊາຊົນ ປະຕິວັດລາວ ໃຫ້ມີຄວາມເຂັ້ມແຂງ, ຄວາມສະຫວັດດີພາບຂອງປະຊາຊົນລາວ ແລະ ສະແດງຄວາມເຊື່ອໝັ້ນຢ່າງໜັກແໜ້ນວ່າ ສາຍພົວພັນມິດຕະພາບ ແລະການຮ່ວມມືອັນເປັນມູນເຊື້ອ ໃນຖານສະຫາຍຂອງສອງພັກ, ສອງປະເທດພວກເຮົາ ຈະໄດ້ຮັບການເສີມຂະຫຍາຍ ຢ່າງບໍ່ຢຸດຢັ້ງ ໃນອະນາຄົດ.
ລຳດັບ | ຄວາມຄິດເຫັນຕໍ່ກັບຂ່າວ | ເວລາ |
---|
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
10/02/2022 18:15:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com