Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ບັນດາທ່ານ ທີ່ນັບຖື, ພີ່ນ້ອງຮ່ວມຊາດທີ່ຮັກແພງທັງຫຼາຍ,
ໃນທ່າມກາງບັນຍາກາດທີ່ທົ່ວພັກ ທົ່ວກອງທັບ ແລະ ທົ່ວປວງຊົນລາວທັງຊາດ ພວມເບີກບານມ່ວນຊື່ນ ສະເຫຼີມສະຫຼອງ ວັນສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ ຄົບຮອບ 68 ປີ, ປະຊາຊົນລາວບັນດາເຜົ່າ ຮ່ວມກັບປະຊາຄົມໂລກ ພ້ອມກັນສະເຫຼີມ ສະຫຼອງວັນນໍ້າໂລກ ວັນທີ 22 ມີນາ 2023 ພາຍໃຕ້ຫົວຂໍ້ “ການປ່ຽນແປງເພື່ອໂລກທີ່ດີຂຶ້ນ (Be The Change You Want to See in The World)” ເຫດການດັ່ງກ່າວ ເປັນຂີດໝາຍ ແລະ ບາດກ້າວສຳຄັນອັນໜຶ່ງ ເພື່ອປຸກລະດົມຈິດສຳນຶກ ໃນທົ່ວປວງຊົນໃຫ້ເຫັນບົດບາດຄວາມສຳຄັນຂອງນ້ຳ.
ຄືໄດ້ຮູ້ນຳກັນແລ້ວວ່າ ນ້ຳ ເປັນອົງປະກອບພື້ນຖານທີ່ຂາດບໍ່ໄດ້ ຂອງສິ່ງທີ່ມີຊີວິດໃນໂລກ. ຍິ່ງໄປກວ່ານັ້ນ ນ້ຳ ຍັງເປັນໜຶ່ງໃນຊັບພະຍາກອນຍຸດທະສາດ ທີ່ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ແນໃສ່ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ດີຂຶ້ນເທື່ອລະກ້າວ. ພ້ອມດຽວກັນນີ້, ຍ້ອນປະຊາກອນໂລກ ໄດ້ມີການເພີ່ມຂຶ້ນຢ່າງໄວວາ, ຊັບພະຍາກອນນ້ຳ ສະເລ່ຍຕໍ່ຫົວຄົນກໍຫຼຸດໜ້ອຍຖອຍລົງ ອັນໄດ້ກໍ່ໃຫ້ເກີດບັນຫາຂາດແຄນນ້ຳຢູ່ຫຼາຍແຫ່ງໃນທົ່ວໂລກ. ໃນຂະນະດຽວກັນ, ບັນຫາມົນລະພິດທາງນໍ້າໄດ້ເພີ່ມຂຶ້ນ ຈາກກິດຈະກຳຕ່າງໆ. ຄຽງຄູ່ກັນນີ້ ນໍ້າ ກໍຍັງເປັນສາເຫດ ແຫ່ງໄພພິບັດທາງທໍາມະຊາດ ເຊັ່ນ: ໄພນໍ້າຖ້ວມ ແລະ ໄພແຫ້ງແລ້ງ ຊຶ່ງເປັນການຂົ່ມຂູ່ຕໍ່ການດຳລົງຊີວິດຂອງມະນຸດຊາດ.
ດ້ວຍເຫດຜົນຄືດັ່ງກ່າວ ພວກເຮົາ ຈຶ່ງໃຫ້ຄວາມສຳຄັນເປັນພິເສດ ຕໍ່ການສະເຫຼີມສະຫຼອງ ວັນນ້ຳໂລກ ເພື່ອໃຫ້ເຫັນໄດ້ ບົດບາດ ແລະ ຄວາມສຳຄັນຂອງນ້ຳ.
ສປປ ລາວ ເປັນປະເທດ ທີ່ອຸດົມສົມບູນດ້ວຍນໍ້າ ທັງນ້ຳໜ້າດິນ ແລະ ນໍ້າໃຕ້ດິນ, ມີສາຍນ້ຳຂອງໄຫຼຜ່ານແຕ່ເໜືອຮອດໃຕ້ ຊຶ່ງເປັນການປະກອບສ່ວນອັນສຳຄັນ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ. ພ້ອມກັນນັ້ນ, ນໍ້າ ຍັງເປັນປັດໄຈທີ່ສຳຄັນ ຮັບໃຊ້ໃຫ້ແກ່ການພັດທະນາ ໃນຂະແໜງການຕ່າງໆ ເຊັ່ນ: ການພັດທະນາໄຟຟ້າພະລັງນໍ້າ, ຊົນລະປະທານ, ການສະໜອງນ້ຳ ໃນຕົວເມືອງ ແລະ ຊົນນະບົດ, ການປະມົງ, ການທ່ອງທ່ຽວ, ອຸດສາຫະກຳ, ການຂົນສົ່ງ ແລະ ອື່ນໆ. ເຖິງຢ່າງໃດກໍຕາມ, ເນື່ອງຈາກສະພາບການປ່ຽນແປງດິນຟ້າອາກາດ ແລະ ການເພີ່ມຂອງປະຊາກອນສົ່ງຜົນໃຫ້ທ່າອ່ຽງການຂາດເຂີນນໍ້າໃນໂລກເພີ່ມຂຶ້ນ ຊຶ່ງກາຍເປັນບັນຫາທ້າທາຍ ຕໍ່ການດຳລົງຄົງຕົວ ຂອງ ມະນຸດຊາດໃນທົ່ວໂລກ. ສຳລັບຢູ່ ສປປ ລາວ ໃນໄລຍະຜ່ານມາ ກໍໄດ້ປະເຊີນໜ້າກັບໄພນ້ຳຖ້ວມ ແລະ ໄພແຫ້ງແລ້ງ ທີ່ເກີດຂຶ້ນຢູ່ບາງເຂດຂອງປະເທດເຮົາ ຊຶ່ງເປັນໄພຂົ່ມຂູ່ ຕໍ່ ການດໍາລົງຊີວິດ ຂອງປະຊາຊົນ.
ໃນໄລຍະຜ່ານມາ, ລັດຖະບານໄດ້ມີຄວາມພະຍາຍາມສູງ ແລະ ໄດ້ໃຫ້ຄວາມສຳຄັນຕໍ່ວຽກງານການຄຸ້ມຄອງຊັບພະຍາກອນທຳມະຊາດ ໂດຍສະເພາະແມ່ນວຽກງານການຄຸ້ມຄອງນໍ້າ ແລະ ຊັບພະຍາກອນນໍ້າ ໂດຍໄດ້ສ້າງ ແລະ ຈັດຕັ້ງປະຕິບັດ ກົດໝາຍ, ນະໂຍບາຍ ແລະ ນິຕິກໍາ ໃຫ້ສອດຄ່ອງ ແລະ ແທດເໜາະກັບສະພາບການຕົວຈິງຂອງປະເທດເຮົາໃນແຕ່ລະໄລຍະ.
ສະນັ້ນ ພາຍໃຕ້ຄໍາຂັວນ ວັນນ້ຳໂລກ ໃນ ປີນີ້ ທີ່ວ່າ “ການປ່ຽນແປງເພື່ອໂລກທີ່ດີຂຶ້ນ (Be The Change You Want to See in The World)”. ຂ້າພະເຈົ້າເຫັນວ່າ ມີຄວາມໝາຍ ແລະ ມີຄວາມສຳຄັນຫຼາຍ. ດັ່ງນັ້ນ, ຈຶ່ງຮຽກຮ້ອງໃຫ້ທຸກພາກສ່ວນ ມີການປ່ຽນແປງທີ່ດີຂຶ້ນ ໂດຍຕັ້ງໜ້າ ປະກອບສ່ວນ ເຂົ້າຮ່ວມໃນການຄຸ້ມຄອງນ້ຳ ແລະ ຊັບພະຍາກອນນໍ້າ ໂດຍສະເພາະແຫຼ່ງກຳເນີດ ຂອງນໍ້າໜ້າດິນ ແລະ ນໍ້າໃຕ້ດິນ ໃຫ້ມີຄວາມຍືນຍົງ ຕະຫຼອດໄປ.
ໃນໂອກາດ ອັນສະຫງ່າລາສີນີ້, ໃນນາມ ລັດຖະບານ ແຫ່ງ ສປປ ລາວ, ຂ້າພະເຈົ້າ ຂໍສະແດງ ຄວາມຂອບໃຈ ແລະ ຄວາມຍ້ອງຍໍຊົມເຊີຍມາຍັງ ປະຊາຊົນລາວບັນດາເຜົ່າ, ຂະແໜງການທີ່ກ່ຽວຂ້ອງ, ອົງການປົກຄອງທ້ອງຖິ່ນ, ຫົວໜ່ວຍທຸລະກິດ, ທຸກພາກສ່ວນໃນສັງຄົມ, ອົງການຈັດຕັ້ງສາກົນ ແລະ ບັນດາປະເທດເພື່ອນມິດ, ໄດ້ພ້ອມກັນອອກແຮງສູ້ຊົນ, ປະສານສົມທົບ ແລະ ໃຫ້ການສະໜັບສະໜູນ ຮ່ວມມືໃນການຄຸ້ມຄອງ ແລະ ນຳໃຊ້ຊັບພະຍາກອນນ້ຳ ໃຫ້ມີຄວາມຍືນຍົງ.
ທ້າຍສຸດນີ້ ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງປວງຊົນລາວທັງຊາດ ຈົ່ງເພີ່ມທະວີ ຄວາມສາມັກຄີ ເປັນເອກະພາບ ຕັ້ງໜ້າເຂົ້າຮ່ວມຂະບວນການຮັກຊາດ ແລະ ພັດທະນາ, ສ້າງປະເທດລາວ ໃຫ້ເປັນ ສີຂຽວສະອາດ ແລະ ງາມຕາ, ມີສາຍນໍ້າໃສໄຫຼລິນບໍ່ຂາດປາສະຈາກມົນລະພິດ, ນໍ້າໃຕ້ດິນອຸດົມຮັ່ງມີເພື່ອປະກອບສ່ວນເຂົ້າໃນການຍົກສູງຄຸນນະພາບຊີວິດ ຂອງປວງຊົນທັງຊາດ ພ້ອມທັງປົກປັກຮັກສາຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ ໃຫ້ມີຄວາມຍືນຍົງຕະຫຼອດໄປ; ຂໍອວຍພອນໃຫ້ການສະເຫຼີມສະຫຼອງ ວັນນ້ຳໂລກ ທີ່ຕິດພັນກັບຂະບວນການຕ່າງໆ ຈົ່ງປະສົບຜົນສຳເລັດຕາມຄາດໝາຍຢ່າງຈົບງາມ.
ລຳດັບ | ຄວາມຄິດເຫັນຕໍ່ກັບຂ່າວ | ເວລາ |
---|
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
10/02/2022 18:15:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com