ໂດຍ: ວັນເພັງ
ເມືອງໂຂງ ແຂວງຈຳປາສັກ ເປັນເມືອງໜຶ່ງທີ່ມີສະຖານທີ່ທ່ອງທ່ຽວຫຼາຍແຫ່ງທີ່ໜ້າສົນໃຈມີທັງແຫຼ່ງທ່ອງທ່ຽວທໍາມະຊາດ, ປະຫວັດສາດແລະວັດທະນະທຳໂດຍສະເພາະໃນປີທ່ອງທ່ຽວລາວ 2024 ພ້ອມເປີດໃຫ້ບໍລິການນັກທ່ອງທ່ຽວເລືອກສຳຜັດຢ່າງໜ້າປະທັບໃຈ.
ທ່ານ ນາງ ຄຳພູ ສິດທິສັກ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆໂຂງ ແຂວງຈຳປາສັກ ໄດ້ໃຫ້ສຳພາດຕໍ່ນັກຂ່າວໜັງສືພິມ ປະຊາຊົນ ໃນໂອກາດງານບຸນນະມັດສະການຕົ້ນໄມ້ມະນີໂຄດ ແລະ ເປີດປີທ່ອງທ່ຽວລາວ 2024 ທີ່ເມືອງ ແຂວງດັ່ງກ່າວ ເມື່ອບໍ່ດົນມານີ້ວ່າ: ເມືອງໂຂງເປັນເມືອງໜຶ່ງທີ່ມີສະຖານທີ່ທ່ອງທ່ຽວຫຼາຍແຫ່ງທີ່ໜ້າສົນໃຈ ມີທັງແຫຼ່ງທ່ອງທ່ຽວທໍາມະຊາດ, ປະຫວັດສາດ ແລະ ວັດທະນະທຳທີ່ເປັນເອກະລັກຂອງທ້ອງຖິ່ນ ລວມທັງໝົດ 41 ແຫ່ງ ແລະ ຈຸດທີ່ເດັ່ນກວ່າໝູ່ແມ່ນສະຖານທີ່ແຫຼ່ງທ່ອງທ່ຽວນໍ້າຕົກຕາດຄອນພະເພັງ, ສົມພະມິດ (ຫຼີ່ຜີ), ສະຖານທີ່ທ່ອງທ່ຽວບ້ານຄອນ ດອນເດດ ແລະ ສະຖານທີ່ທ່ອງທ່ຽວອື່ນໆ.
ສຳລັບການເປີດປີທ່ອງທ່ຽວລາວ 2024 ຢູ່ເມືອງໂຂງ ແມ່ນເປີດກ່ອນໝູ່ພາຍໃນເມືອງອື່ນຂອງແຂວງ ຈຳປາສັກ ໂດຍຕິດພັນກັບງານບຸນຕົ້ນໄມ້ມະນີໂຄດຊຶ່ງລວມມີ 3 ກິດຈະກຳຫຼັກໆຄື: ງານວາງສະແດງສິນຄ້າ, ມີເທດສະການອາຫານທີ່ເປັນເອກະລັກຂອງຊາວເມືອງໂຂງ ກໍຄືທ້ອງຖິ່ນ, ການປະກວດສິລະປະຂອງໂຮງຮຽນມັດທະຍົມສົມບູນ 10 ແຫ່ງ ໃນທົ່ວເມືອງ. ພ້ອມນັ້ນ, ເພື່ອເປັນໂສມໜ້າໃໝ່ ໃຫ້ແກ່ແຫຼ່ງທ່ອງທ່ຽວເຂດເມືອງໂຂງ ບໍລິສັດຮ່ວມພັດທະນາສີທັນດອນຈໍາກັດ ຈຶ່ງໄດ້ເຂົ້າມາພັດທະນາ ພື້ນຖານໂຄງລ່າງໃນເຂດແຫຼ່ງທ່ອງທ່ຽວດັ່ງກ່າວ  ພ້ອມເປັນການເສີມສ້າງເຮັດໃຫ້ການທ່ອງທ່ຽວມີບັນຍາກາດທີ່ດີຕື່ມອີກ. ໃນນັ້ນ, ເພື່ອຮັບໃຊ້ບໍລິການນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ, ຮອງຮັບປີທ່ອງທ່ຽວລາວ 2024 ຍັງໄດ້ມີການຝຶກອົບຮົມໃຫ້ແກ່ພາກສ່ວນບ້ານພັກ, ໂຮງແຮມ, ຮ້ານອາຫານໃນການບໍລິການແຂກ, ສະມາຄົມເຮືອ, ສະມາຄົມລົດ. ປັດຈຸບັນ ຮ້ານອາຫານ, ໂຮງແຮມ, ບ້ານພັກ ແລະ ອື່ນໆມີຄວາມພ້ອມຮອບດ້ານ ແລະ ມີພຽງພໍເພື່ອຮອງຮັບນັກທ່ອງທ່ຽວ. 
ຜ່ານມາບັນຍາກາດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວເມືອງໂຂງມີຈຳນວນຫຼາຍເພີ່ມຂຶ້ນ, ມີຄວາມຄຶກຄື້ນ. ໂດຍສະເພາະໃນປີ 2023ມີນັກທ່ອງທ່ຽວເຂົ້າມາທ່ຽວປະມານ 96.511 ຄົນ, ນັກທ່ອງທ່ຽວພາຍໃນ 35.657 ຄົນ, ຕ່າງປະເທດ 60.854 ຄົນເຫັນວ່ານັກທ່ອງທ່ຽວຕ່າງປະເທດກວມເອົາ 63%, ສ່ວນຫຼາຍນັກທ່ອງທ່ຽວມາທ່ຽວຫຼາຍກວ່າໝູ່ແມ່ນນັກທ່ອງທ່ຽວເອີຣົບ.ສໍາລັບຈຸດພື້ນຖານໂຄງລ່າງແຫຼ່ງທ່ອງທ່ຽວຢູ່ຄອນພະເພັງ ແລະ ສົມພະມິດ(ຫຼີ່ຜີ) ມາຮອດປັດຈຸບັນບໍລິສັດຮ່ວມພັດທະນາສີທັນດອນ ຈຳກັດ ຍັງໄດ້ມີການປັງປຸງ, ຍົກລະດັບຂຶ້ນເປັນຕົ້ນໄດ້ປັບປຸງເສັ້ນທາງເຂົ້າຫາແຫຼ່ງທ່ອງທ່ຽວ, ຈຸດຊົມວີວຕ່າງໆ. ພ້ອມນັ້ນ, ຢູ່ແຫຼ່ງທ່ອງທ່ຽວສົມພະມິດ ຍັງໄດ້ມີການປັງປຸງ, ພັດທະນາໃຫ້ມີຂົວອູ່ສາມາດຂ້າມໄປຫາແຕ່ລະດອນໆໄດ້, ສ້າງຄວາມສົນໃຈໃຫ້ແກ່ນັກທ່ອງທ່ຽວໄດ້ເປັນຢ່າງດີ. ໃນນັ້ນ, ຢູ່ບ້ານຄອນ ດອນເດດກໍເປັນຈຸດສຳຄັນໜຶ່ງທີ່ສ້າງຄວາມສົນໃຈໃຫ້ແກ່ນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ. ດັ່ງນັ້ນ, ເພື່ອເຮັດໃຫ້ປີທ່ອງທ່ຽວລາວ 2024 ເຕັມໄປດ້ວຍບັນຍາກາດ, ສ້າງຄວາມສົນໃຈດຶງດູດແຂກທັງພາຍໃນ ແລະ ຕ່າງປະເທດ ທັງເປັນການສ້າງລາຍຮັບ ໃຫ້ແກ່ປະຊາຊົນໃນທ້ອງຖິ່ນ ແລະ ບັນດານັກທຸລະກິດຜູ້ປະກອບການກໍມີຄວາມກະຕື້ລື້ລົ້ນ ແລະ ຍັງເປັນການປະກອບສ່ວນໃຫ້ແກ່ພັດທະນາເມືອງໂຂງ ເພາະວ່າເມືອງໂຂງໄດ້ຖືເອົາທ່າແຮງດ້ານເສດຖະກິດ, ການກະສິກຳ, ອຸດສາຫະກຳແລ້ວຍັງມີການບໍລິການທ່ອງທ່ຽວເປັນສິ່ງສຳຄັນ. 
ທ່ານນາງຄຳພູສິດທິສັກຍັງໄດ້ເຊີນນັກທ່ອງທ່ຽວທັງພາຍໃນແລະ ຕ່າງປະເທດເຂົ້າມາທ່ອງທ່ຽວຢູ່ເມືອງໂຂງໂດຍສະເພາະໃນປີທ່ອງທ່ຽວລາວ 2024 ໄດ້ມີຫຼາກຫຼາຍກິດຈະກໍາທີ່ໜ້າສົນໃຈ. ພ້ອມນັ້ນ, ຜູ້ມາທ່ຽວຈະໄດ້ສຳພັດສະຖານທີທ່ອງທ່ຽວທີ່ສວຍສົດງົດງາມແລ້ວທ່ານຍັງຈະໄດ້ສຳພັດກັບບັນຍາກາດທໍາມະຊາດເຂດດິນແດນພາກໃຕ້, ວິຖີການດຳລົງຊີວິດ, ອາຫານການກິນ, ວັດທະນະທໍາຂອງທ້ອງຖິ່ນ ແລະ ອື່ນໆ ມາຄັ້ງດຽວສາມາດທ່ອງທ່ຽວໄດ້ຫຼາຍຈຸດ ເນື່ອງຈາກວ່າສະຖານທີແຫຼ່ງທ່ອງທ່ຽວມີລັກສະນະເຊື່ອມຈອດ-ເຊື່ອມຕໍ່ເຊື່ອແນວ່າຈະສ້າງຄວາມປະທັບໃຈໃຫ້ແກ່ນັກທ່ອງທ່ຽວເປັນຢ່າງດີ.