ພິທີຖະແຫຼງຂ່າວກະກຽມເປີດປີທ່ອງທ່ຽວລາວ 2024 ຂອງແຂວງເຊກອງ, ບຸນນະມັດສະການ 10 ເຜົ່າເສົາຫຼັກເມືອງ ແລະ ອະນຸສາວະລີອົງແກ້ວຈັດຂຶ້ນໃນວັນທີ 17 ມັງກອນນີ້, ໂດຍມີທ່ານ ຄໍາສອນ ກອນເຍີ ຮອງເຈົ້າແຂວງ ປະທານຄະນະຮັບຜິດຊອບກະກຽມເປີດປີທ່ອງທ່ຽວລາວ 2024 ຂັ້ນແຂວງ, ມີຄະນະຮັບຜິດຊອບ, ຫົວໜ່ວຍທຸລະກິດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
    ທ່ານ ຄໍາສອນ ກອນເຍີ ກ່າວວ່າ: ພິທີເປີດປີທ່ອງທ່ຽວລາວ 2024 ທີ່ແຂວງເຊກອງ ຈະໄດ້ຈັດຂຶ້ນໃນວັນທີ 24 ມັງກອນ ທີ່ຈະມາເຖິງນີ້,ສ່ວນບຸນນະມັດສະການ 10 ເຜົ່າເສົາຫຼັກເມືອງ ແລະ ອະນຸສາວະລີອົງແກ້ວ ແມ່ນຈະໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 21-25 ມັງກອນນີ້, ພາຍໃນງານມີຫຼາກຫຼາຍກິດຈະກໍາຄື: ກິດຈະກໍາປະກວດສິລະປະ-ວັນນະຄະດີ; ກິດຈະກໍາປະກວດອາຫານພື້ນບ້ານ; ກິດຈະກໍາວາງສະແດງ-ຈໍາໜ່າຍສິນຄ້າ; ກິລາຍ່າງເພື່ອສຸຂະພາບ ແລະ ອື່ນໆ ຊຶ່ງທາງແຂວງໄດ້ມີການຫ້າງຫາກະກຽມ ແລະ ຈັດກິດຈະກໍາຕ່າງໆເລີ່ມແຕ່ເດືອນສິງຫາ 2023 ເປັນຕົ້ນມາຈົນຮອດທ້າຍເດືອນທັນວາ 2024 ໂດຍກໍານົດເອົາ 6 ກິດຈະກໍາຫຼັກຄື: ບຸນນະມັດສະການ 10 ເຜົ່າເສົາຫຼັກເມືອງ ແລະ ອະນຸສາວະລີອົງແກ້ວ, ບຸນຊ່ວງເຮືອເມືອງລະມາມ, ບຸນສະຫຼອງຜົນສໍາເລັດຂອງເຜົ່າກະຕູບ້ານກັນດອນໃໝ່ເມືອງທ່າແຕງ, ບຸນຊ່ວງເຮືອ-ແພເມືອງດາກຈຶງ, ບຸນພາເຂົ້າໂດຍສານບ້ານຈະແຣະເມືອງກະລຶມ ແລະ ສະເຫຼີມສະຫຼອງວັນສ້າງຕັ້ງແຂວງເຊກອງຄົບຮອບ 40 ປີ.
    ທ່ານ ຄໍາສອນ ກອນເຍີ ໃຫ້ຮູ້ຕື່ມວ່າ: ແຂວງເຊກອງ ແມ່ນແຂວງໜຶ່ງທີ່ມີຄວາມອຸດົມຮັ່ງມີດ້ວຍວັດທະນະທໍາ, ທໍາມະຊາດ ແລະ ມູນເຊື້ອອັນພິລະອາດຫານທາງປະຫວັດສາດ ດັ່ງຄໍາຂວັນທີ່ວ່າ: “ ທ່ອງທ່ຽວກັງຫັນລົມ, ຊົມທໍາມະຊາດນໍ້າຕົກຕາດ, ອາກາດສົດໃສໄປທ່ຽວຊົມວັດທະນະທໍາເຜົ່າອັນລໍ້າເລີດ, ສິ່ງປະເສີດໂສມດາກຈຶງ, ສູນລວມເປັນໜຶ່ງເສົາຫຼັກເມືອງ, ລືເຮືອງສຽງແຄນ ແດນວິລະຊົນ” ປັດຈຸບັນ, ທົ່ວແຂວງມີແຫຼ່ງທ່ອງທ່ຽວທັງໝົດ 42 ແຫ່ງ. ໃນນີ້, ແຫຼ່ງທ່ອງທ່ຽວທໍາມະຊາດ 22 ແຫ່ງ, ວັດທະນະທໍາ 7 ແຫ່ງ, ປະຫວັດສາດ 9 ແຫ່ງ ແລະ ແຫຼ່ງທ່ອງທ່ຽວກະສິກໍາ 4 ແຫ່ງ; ພ້ອມນີ້, ຍັງມີສະຖານທີ່ບໍລິການຄື: ໂຮງແຮມ 8 ແຫ່ງ, ເຮືອນພັກ 33 ແຫ່ງ, ຮ້ານອາຫານ 19 ແຫ່ງ ແລະ ຮ້ານບັນເທີງ 2 ແຫ່ງ ຊຶ່ງໃນປີ 2024 ຄາດວ່າຈະມີນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວຊົມຈໍານວນ 50 ພັນເທື່ອຄົນ.
ຂ່າວ-ພາບ: ສັນຍາ