ທ່ານ ພັທ ສຸກທອງ ວົງສາ ຫົວໜ້າຕໍາຫຼວດກວດຄົນເຂົ້າເມືອງ (ຕມ) ດ່ານສາກົນຂົວມິດຕະພາບ 3 ຄໍາມ່ວນ-ນະຄອນພະນົມ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນແຂວງໃນວັນທີ 16 ມັງກອນຜ່ານມາວ່າ: ດ່ານສາກົນຂົວມິດຕະພາບ 3 ຄໍາມ່ວນ-ນະຄອນພະນົມມີຄວາມພ້ອມຕ້ອນຮັບນັກທ່ອງທ່ຽວທີ່ຈະເຂົ້າມາຜ່ານດ່ານສາກົນຂົວມິດຕະພາບ 3  ໃນນາມທີ່ເປັນດ່ານໜ້າ ເພື່ອຮອງຮັບການເປີດປີທ່ອງທ່ຽວລາວ 2024 ທາງເຈົ້າໜ້າທີ່ ຕ.ມ ໄດ້ມີການກະກຽມຄວາມພ້ອມດ້ານການບໍລິການຕ່າງໆ ໂດຍສະເພາະດ້ານວຽກງານຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ຊຶ່ງໄດ້ຈັດວາງກໍາລັງເຂົ້າໃສ່ແຕ່ລະຈຸດຕາມແຜນທີ່ໄດ້ກຳນົດໄວ້. ເພື່ອກວດກາເອກະສານນັກທ່ອງທ່ຽວ ແລະ ຜູ້ໂດຍສານທີ່ເດີນທາງເຂົ້າມາ ສປປ ລາວ ໃນການເຄື່ອນໄຫວເຂົ້າ-ອອກເມືອງໃຫ້ຖືກຕ້ອງຕາມຂັ້ນຕອນເພື່ອຫຼີກລ່ຽງຄວາມຜິດພາດທີ່ຈະເກີດຂຶ້ນ ຫຼື ກໍລະນີເຂົ້າເມືອງບໍ່ຖືກຕ້ອງຕາມກົດໝາຍ; ດ້ານວຽກງານຈັດສັນຄວາມເປັນລະບຽບຮຽບຮ້ອຍທາງກໍາລັງຈະໄດ້ປະຈໍາຢູ່ປະຕູດ້ານໜ້າ ເພື່ອສັງເກດເບິ່ງຜູ້ໂດຍສານທີ່ເຂົ້າມາ ແລະ ຈະໄດ້ແນະນໍາໃຫ້ເຂົາເຈົ້າປະກອບເອກະສານ, ຍື່ນເອກະສານຖືກຕາມຈຸດປ່ອງບໍລິການຕ່າງໆເພື່ອຫຼີກລ່ຽງຄວາມສັບສົນ; ດ້ານວຽກງານກວດຄົນເຂົ້າ-ອອກເມືອງ ໄດ້ປັບປຸງຂະຫຍາຍປ່ອງບໍລິການ, ລະບົບກວດຄົນເຂົ້າ-ອອກເມືອງໃນການຈໍ້າແຈ້ງເອກະສານຈາກຕູ້1 ເປັນ 2 ຕູ້ ແລະ 3 ຕູ້ ຕາມສະພາບຄວາມເປັນຈິງ ເພື່ອອໍານວຍຄວາມສະດວກໃຫ້ແກ່ນັກທ່ອງທ່ຽວໃນການເຂົ້າ-ອອກຢ່າງຖືກຕ້ອງ, ວ່ອງໄວ, ຊັດເຈນ ແລະ ຮັບປະກັນວຽກງານວິຊາສະເພາະຫຼີກລ່ຽງຄວາມແອອັດ, ໃນກໍລະນີນັກທ່ອງທ່ຽວເຂົ້າມາເປັນກຣຸບທົວ, ເປັນຄາລະວານ ກໍໄດ້ກຳນົດເອົາຈຸດໜຶ່ງເປັນບ່ອນຈໍ້າແຈ້ງໂດຍສະເພາະ.
    ທ່ານ ພັທ ສຸກທອງ ວົງສາ ໃຫ້ຮູ້ຕື່ມອີກວ່າ: ດ່ານສາກົນຂົວມິດຕະພາບ 3 ມີໜ່ວຍງານວີຊາກັບດ່ານບໍລິການໃຫ້ແກ່ນັກທ່ອງທ່ຽວຜູ້ທີ່ປະສົງຈະເຂົ້າມາ ສປປ ລາວ ໂດຍຕ້ອງການວີຊາກັບດ່ານ ກໍມີເອກະສານແບບຟອມ ແລະ ພະນັກງານໃຫ້ຄໍາແນະນຳຂັ້ນຕອນຕ່າງໆ. ນອກຈາກນັ້ນ, ຍັງໄດ້ເກັບກໍາຂໍ້ມູນຂອງນັກທ່ອງທຽວທີ່ເຂົ້າມາ ສປປ ລາວຢ່າງລະອຽດ ເພື່ອເປັນຂໍ້ມູນທີ່ສໍາຄັນໃນກໍລະນີນັກທ່ອງທ່ຽວໄດ້ເຮັດເອກະສານເດີນທາງຕົກເຮ່ຍຈະໄດ້ແກ້ໄຂຢ່າງຖືກຕ້ອງຕາມລະບຽບກົດໝາຍ.ໂດຍປະຕິບັດຕາມກົດໝາຍ-ລະບຽບການເຂົ້າ-ອອກ ສປປ ລາວ ແລະ ປະຕິບັດຕາມຄຳຂັວນທ່ອງທ່ຽວລາວປອດໄພ, ຊື່ນໃຈໃນວັດທະນະທຳ, ທຳມະຊາດ ແລະ ປະຫວັດສາດ. 
ສໍາລັບດ່ານສາກົນຂົວມິດຕະພາບ 3 ແຂວງຄໍາມ່ວນ ນັບແຕ່ຕົ້ນປີ 2024 ຫາປັດຈຸບັນມີຄົນເຂົ້າ-ອອກທັງໝົດ 6.780 ຄົນຍິງ 2.712 ຄົນ, ເດັກ 373 ຄົນ, ພາຫະນະເຂົ້າ-ອອກທັງໝົດ 3.969 ຄັນ.
ຂ່າວ-ພາບ: ມະນີວັນ