ໂດຍ: ແດງສະຫວັດ ແສນພານິດ
    ຂຸນນໍ້າກອງແລງ ຕັ້ງຢູ່ຫ່າງຈາກບ້ານນາຄື ເມືອງຫີນບູນ ແຂວງຄໍາມ່ວນ ປະມານ 1,5 ກິໂລແມັດ, ຫ່າງຈາກເສັ້ນທາງເລກທີ 13 ໃຕ້ປະມານ 20 ກິໂລແມັດ, ຫ່າງຈາກເມືອງທ່າແຂກ 55 ກິໂລແມັດ, ຂຸນນໍ້າກອງ ແລງເປັນບ່ອນກໍາເນີດຂອງນໍ້າກອງແລງ ຊຶ່ງເປັນສາຂາຂອງນໍ້າຄອນແກ້ວ ເປັນວັງນໍ້າຂຽວມໍລິກົດ ມີຄວາມກວ້າງປະມານ 70-80 ແມັດມົນທົນ, ເລິກປະມານ 25 ແມັດ, ລັກສະນະຂອງຂຸນກອງແລງເປັນຮູບໜ່ວຍມົນຄືກັບກອກສູບຢາພື້ນລຸ່ມນໍ້າມີແປວນໍ້າຢູ່ 1 ແປວ, ອ້ອມຮອບວັງນໍ້ານີ້ເຕັມໄປດ້ວຍຕົ້ນຂະມ້າ. 
    ຂຸນນໍ້າກອງແລງແມ່ນເອີ້ນຕາມຕຳນານວ່າຮອດເວລາຍາມແລງຂອງທຸກໆວັນສິນສະໄໝກ່ອນຈະໄດ້ຍິນສຽງດັງຕຶງໆຄືກັບສຽງກອງແລງທີ່ຄູບາຕີຢູ່ວັດ, ຕາມຄວາມເຊື່ອແມ່ນຄົນບັງບົດເປັນຜູ້ຕີ, ຂຸນນໍ້ານີ້ຫ້າມຫາປາ. ໃນນິທານພື້ນບ້ານກ່ຽວກັບຂຸນກອງແລງ ກ່ອນໜ້ານີ້ຫຼາຍຮ້ອຍປີຜ່ານມາທີ່ວັດບ້ານນາຄືມີພະອາຈານອົງໜຶ່ງຊື່ວ່າ:ຍາຄູປາກບ້ຽວ ແລະ ສຳມະເນນນ້ອຍອົງໜຶ່ງ (ບໍ່ປະກົດມີຊື່) ທັງສອງໄດ້ມາອາບນໍ້າຢູ່ໃນຂຸນແຫ່ງນີ້, ອາບນໍ້າແລ້ວກໍນັ່ງງອຍງ່າໄມ້ສູບຢາ ພໍດີກອກຢາກໍຫຼຸດມືຕົກລົງພື້ນນໍ້າ, ຍາຄູກໍຄິດເສຍດາຍກອກຢານັ້ນ ຈຶ່ງໄດ້ແຕ່ງໃຫ້ຈົວນ້ອຍໄປເອົາຫຼອດໄໝນຳຊາວບ້ານໄດ້ 7 ຫຼອດມາແລ້ວ ຍາຄູກໍຈັບສົ້ນໜຶ່ງດຳລົງໄປໃນພື້ນນໍ້າເພື່ອຊອກຫາກອກຢາ, ສ່ວນຈົວນ້ອຍກໍຢູ່ເທິງຖ້າຕໍ່ສົ້ນໄໝໃສ່ຫຼອດອື່ນຈົນໝົດ 7 ຫຼອດ ພໍດີຍາຄູກໍເຖິງພື້ນນໍ້າ, ຢູ່ຈຸດໃຈກາງຂອງຂຸນນັ້ນຍາຄູໄດ້ພົບທໍ່ແກ້ວໃຫຍ່ອັນໜຶ່ງເປັນສີມໍລະກົດໃສງາມ ແຕ່ມີນໍ້າຢູ່ທາງໃນໃຫຍ່ເທົ່າກັບກອງດຶກ, ກອງເພນ ຫຼື ກອງແລງທີ່ຄູບາໃຊ້ຕີຢູ່ວັດກໍເລີຍຮ້ອງຂຸນແຫ່ງນີ້ວ່າ: “ຂຸນນໍ້າກອງແລງ” ມາຮອດປັດຈຸບັນ.
ປັດຈຸບັນແຫຼ່ງທ່ອງທ່ຽວແຫ່ງນີ້ ໄດ້ຖືກພັດທະນາໂດຍບໍລິສັດກຣີນເວີ ຈໍາກັດຜູ້ດຽວ ໃນເນື້ອທີ່ 67.39 ເຮັກຕາພາຍຫຼັງທີ່ພັດທະນາແລ້ວ ຂຸນກອງແລງຈະກາຍເປັນແຫຼ່ງທ່ອງທ່ຽວແບບຄົບວົງຈອນລະດັບສາກົນ ຊຶ່ງຈະປະ ກອບມີຫຼາກຫຼາຍກິດຈະກໍາໄວ້ຮອງຮັບນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຊັ່ນ: ຣີສອດຕາກອາກາດ, ປີນຜາ, ລ່ອງເຮືອ, ຂີ່ສະລິງ, ຂົວອູ່, ເສັ້ນທາງອັອບໂຣດ, ຍ່າງປ່າ ແລະ ອື່ນໆ.