ພິທີເປີດງານບຸນປະເພນີບັນດາເຜົ່າ ເພື່ອສົ່ງເສີມປີທ່ອງທ່ຽວລາວ 2024 ທີ່ແຂວງອຸດົມໄຊ ໄດ້ຈັດຂຶ້ນໃນ ວັນທີ 18 ມັງກອນນີ້ ທີ່ສະໜາມກິລາແຂວງ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ (ສນຊ) ຜູ້ຊີ້ນໍາແຂວງອຸດົມໄຊ, ມີທ່ານ ຈະເລີນ ເຢຍປາວເຮີຮອງປະທານສະພາແຫ່ງຊາດ, ທ່ານ ບຸນຄົງ ຫຼ້າຈຽມພອນ ເຈົ້າແຂວງອຸດົມໄຊ ພ້ອມດ້ວຍແຂກຖືກເຊີນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີຄັ້ງນີ້, ໄດ້ມີຂະບວນມວນຊົນບັນດາເຜົ່າຈຳນວນ 12 ເຜົ່າຂອງແຂວງອຸດົມໄຊ ແລະບັນດາບ້ານເຂົ້າສູ່ພິທີພ້ອມທັງມີການສະແດງສີລະປະ-ວັນນະຄະດີ. ຈາກນັ້ນ, ທ່ານ ສົມຈິດ ປັນຍາສັກ ຮອງເຈົ້າແຂວງ ປະທານຈັດງານໄດ້ລາຍງານວ່າ: ໂດຍປະຕິບັດຕາມນະໂຍບາຍຂອງພັກ ແລະ ລັດຖະບານວ່າດ້ວຍການເປີດປີທ່ອງທ່ຽວລາວ2024. ການນໍາແຂວງໄດ້ສົມທົບກັບອົງການປົກຄອງແຕ່ລະຂັ້ນ ແລະ ປະຊາຊົນບັນດາເຜົ່າພາຍໃນແຂວງພ້ອມກັນກຳນົດເອົາງານບຸນປະເພນີບັນດາເຜົ່າເປັນກິດຈະກຳຂອງແຂວງ ເພື່ອເປັນການໂຄສະນາດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໃຫ້ເຂົ້າມາທ່ຽວແຂວງອຸດົມໄຊໃຫ້ຫຼາຍຂຶ້ນເພື່ອສົ່ງເສີມດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດໃຫ້ເຂົ້າມາທ່ອງທ່ຽວລາວ, ທ່ອງທ່ຽວດ້ານວັດທະນະທຳ, ທຳມະຊາດຢູ່ແຂວງອຸດົມໄຊໃນປີ 2024 ໃຫ້ຫຼາຍຂຶ້ນ; ເພື່ອເປັນການສົ່ງເສີມປົກປັກຮັກສາ, ອະນຸລັກຮັກສາວັດທະນະທຳຮີດຄອງປະເພນີອັນດີງາມຂອງປະຊາຊົນບັນດາເຜົ່າ ພ້ອມທັງເປັນການເຕົ້າໂຮມຄວາມສາມັກຄີປອງດອງບັນດາເຜົ່າພາຍໃນແຂວງໃຫ້ມີຄວາມແໜ້ນແຟ້ນຍິ່ງຂຶ້ນເພື່ອການສ້າງຂະບວນການຂ່ຳນັບຮັບຕ້ອນ, ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ແລະ ວັນຄ້າຍວັນເກີດປະທານຄຳໄຕ ສີພັນດອນ ຜູ້ນຳທີ່ເຄົາລົບຮັກຄົບຮອບ 100 ປີ.
ໂອກາດນີ້, ທ່ານ ບຸນຄົງ ຫຼ້າຈຽມພອນ ກ່າວວ່າ: ແຂວງອຸດົມໄຊ ເປັນແຂວງທີ່ມີຈຸດພິເສດທີ່ຕັ້ງທີ່ສວຍສົດງົດງາມທາງດ້ານວັດທະນະທຳ ແລະທຳມະຊາດມີເງື່ອນໄຂສະດວກໃນການເດີນທາງມາທ່ອງທ່ຽວຢ້ຽມຢາມ, ມີສະຖານທ່ອງທ່ຽວແລະສະຖານທີ່ຮອງຮັບການທ່ອງທ່ຽວ, ປັດຈຸບັນນີ້, ປະຊາຊົນບັນດາເຜົ່າໂດຍສະເພາະເຜົ່າກຶມມຸ, ເຜົ່າມົ້ງ, ເຜົ່າຫໍ້ ແລະ ເຜົ່າໄຕກຳລັງສະເຫຼີມສະຫຼອງປີໃໝ່ຂອງຕົນ. ດັ່ງນັ້ນ, ອົງການປົກຄອງແຂວງຈຶ່ງໄດ້ເຕົ້າໂຮມເອົາບຸນດັ່ງກ່າວມາເປັນບຸນປະເພນີບັນດາເຜົ່າເພື່ອສົ່ງເສີມປີທ່ອງທ່ຽວລາວ 2024 ເຊີນຊວນນັກທ່ອງທ່ຽວພາຍໃນແລະຕ່າງປະເທດທ່ຽວງານຄັ້ງນີ້ແລະທ່ອງທ່ຽວແຂວງອຸດົມໄຊ.
ພາຍໃນງານມີກິດຈະກຳຕັ້ງເຮືອນຈໍາລອງທີ່ຕິດພັນວິຖີຊີວິດ ແລະ ກິດຈະກໍາຂອງ 4 ຊົນເຜົ່າ; ເຮືອນຊົງລາວທີ່ຕາງໜ້າໃຫ້ 4 ໝວດພາສາໃນຈຳນວນ 12 ເຜົ່າຂອງແຂວງ, ມີການສະແດງສິລະປະ-ວັນນະຄະດີ, ປະກວດນາງສາວປີທ່ອງທ່ຽວແຂວງອຸດົມໄຊປີ 2024, ເດີນແບບເຄື່ອງຊົນເຜົ່າ ແລະ ງານຄອນເສີດ, ງານວາງສະແດງສິນຄ້າ ແລະ ກິດຈະກຳອື່ນໆ.ນອກນັ້ນ,ຍັງມີກິດຈະກຳບຸນປະເພນີບັນດາເຜົ່າ ຕິດພັນກັບການສົ່ງເສີມປີທ່ອງທ່ຽວລາວ 2024, ຄາຣາວານລົດໃຫຍ່ກາງເຕັ້ນນອນທ່ຽວພູຫຍ້າຄາຊົມທຳມະຊາດ, ຂະບວນຢ່າງປ່າ 1 ວັນ ເພື່ອສຸຂະພາບເຂດປ່າສະຫງວນພູຫີຜີ ບ້ານກັດ ເມືອງໄຊ, ບຸນປະເພນີ ແລະ ເທດສະການຕ່າງໆ 7 ເມືອງຂອງແຂວງອຸດົມໄຊ ຈັດຕາມວາລະການທ່ອງທ່ຽວ.
ໂອກາດນີ້, ທ່ານ ສິນລະວົງ ຄຸດໄພທູນ,ທ່ານ ບຸນຄົງ ຫຼ້າຈຽມພອນ ພ້ອມດ້ວຍການນຳພັກ-ລັດຂັ້ນສູນກາງ, ແຂວງໄດ້ຮ່ວມກັນຕັດແຖບຜ້າ, ລັ່ນຄ້ອງ 9 ບາດເພື່ອເປີດງານຢ່າງເປັນທາງການ.
ຂ່າວ-ພາບ: ໄມພອນ