ໂດຍ: ແດງສະຫວັດ ແສນພານິດ
ສະຖານທີ່ທ່ອງທ່ຽວຂຸນນໍ້າຄໍາດິບ ຕັ້ງຢູ່ທາງທິດຕາເວັນອອກສຽງໃຕ້ຂອງບ້ານເຫຼົ່າ ເມືອງມະຫາໄຊ ຫ່າງຈາກຕົວເມືອງທ່່າແຂກ ຕາມເສັ້ນທາງເລກທີ 12 ຮອດກິໂລແມັດທີ 20 ແລ້ວລ້ຽວຂວາຢູ່ບ່ອນປ້າຍທາງເຂົ້າ ຈາກນັ້ນສືບຕໍ່ໄປອີກປະມານ 900 ແມັດກໍຈະຮອດສະຖານທີ່ແຫ່ງນີ້. ຂຸນນໍ້າຄໍາດິບ ເປັນສະຖານທີ່ທ່ອງທ່ຽວທາງທໍາມະຊາດທີ່ມີຄວາມໂດດເດັ່ນ ແລະ ສວຍງາມອີກແຫ່ງໜຶ່ງຂອງແຂວງຄໍາມ່ວນ.
ຕາມການໃຫ້ຂໍ້ມູນຂອງພໍ່ເຖົ້າກົງ ພົງສະຫວັດ ປະຊາຊົນບ້ານເຫຼົ່າ ເມືອງມະຫາໄຊໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ປະມານ 50 ປີກ່ອນຕອນທີ່ເພິ່ນຍັງເປັນເດັກນ້ອຍ ຈື່ໄດ້ວ່າຢູ່ຂົງເຂດບໍລິເວນແຫ່ງນີ້ເປັນປ່າດົງຕຶບໜາມີສັດປ່ານ້ອຍ, ໃຫຍ່ຫຼາຍຊະນິດເຊັ່ນ: ກວາງ, ຟານ, ໝູປ່າ, ນົກກົກ, ຊ້າງ, ເສືອ ແລະ ອື່ນໆອາໄສຢູ່ເປັນ ຈໍານວນຫຼວງຫຼາຍ ແລະ ເປັນບ່ອນຊອກຢູ່ຫາກິນຂອງປະຊາຊົນໃນເຂດນີ້. ໃນຕອນເຊົ້າຂອງມື້ໜຶ່ງອາກາດດີ ມີຊາວບ້ານປະມານ 6 ຫາ 7 ຄົນ ໄດ້ຊວນກັນໄປຫາໜໍ່ໄມ້ ແລະ ຜັກປ່າຢູ່ໃນປ່າແຫ່ງນີ້ເພື່ອມາປຸງແຕ່ງເປັນອາຫານ, ຊາວບ້ານກຸ່ມນີ້ໄດ້ພາກັນເລາະລຽບໄປຕາມລໍາຫ້ວຍທີ່ມີນໍ້າໃສໄຫຼເຢັນຈົນແນມເຫັນໝູ່ປານ້ອຍ ໃຫຍ່ທີ່ກໍາລັງລອຍຫຼິ້ນຢູ່ພື້ນນໍ້າຕາມເງີບຫີນ, ພໍດີມາຮອດບ່ອນທີ່ມີນໍ້າໄຫຼອອກບໍ່ (ບໍລິເວນຂຸນນໍ້າຄໍາດິບ) ຈຶ່ງໄດ້ພາກັນນັ່ງເຊົາເອົາແຮງຢູ່ກ້ອງຮົ່ມໄມ້ໃກ້ກັບແຄມຫ້ວຍ, ໃນຂະນະທີ່ພວກເຂົາກໍາລັງກົ້ມລົງເພື່ອທີ່ຈະດື່ມນໍ້າຢູ່ໃນລໍາຫ້ວຍນັ້ນ ກໍໄດ້ສັງເກດເຫັນຫີນທີ່ຢູ່ພື້ນນໍ້າເປັນສີເຫຼືອງເຫຼື້ອມຫຍິບຍັບຕ້ອງກັບແສງແດດ, ເລີຍພາກັນລົງງົມເອົາກ້ອນຫີນນັ້ນຂຶ້ນມາເບິ່ງ, ປະກົດວ່າກ້ອນຫີນເປັນສີເຫຼືອງເຫຼື້ອມງາມຄືຄໍາ, ມີບາງກ້ອນໜັກເປັນກິໂລ ຊຶ່ງຊາວບ້ານເຊື່ອກັນວ່າເປັນກ້ອນຄໍາດິບ ທີ່ຍັງບໍ່ທັນໄດ້ຜ່ານການປຸງແຕ່ງເຈຍລະໃນໃດໆ, ຈາກນັ້ນມາຈຶ່ງພາກັນເອີ້ນຊື່ສະຖານທີ່ແຫ່ງນີ້ວ່າ: “ຂຸນນໍ້າຄໍາດິບ” ຈົນມາຮອດປັດຈຸບັນຍັງມີນິທານພື້ນບ້ານທີ່ເລົ່າຂານກັນມາປາກຕໍ່ປາກໄດ້ຫຼາຍຮຸ້ນຄົນແລ້ວວ່າ: ແຕ່ກີ້ແຕ່ກ່ອນມີຖໍ້າໜຶ່ງທີ່ຕັ້ງຢູ່ບໍລິເວນປ່າແຫ່ງນີ້ ພາຍໃນຖໍ້ານັ້ນເຕັມໄປດ້ວຍເງິນ, ຄໍາ, ເພັດນິນຈິນດາຢ່າງຫຼວງຫຼາຍ, ແຕ່ວ່າຖໍ້າແຫ່ງນີ້ສາມາດປິດ-ເປີດໄດ້ເອງ. ສະນັ້ນທຸກໆປີພໍສິ້ນສຸດລະດູການເກັບກ່ຽວຜົນລະປູກແລ້ວຊາວບ້ານ, ຊາວເມືອງກໍໄດ້ພາກັນນໍາເອົາເຂົ້າປາອາຫານ, ຂອງຫວານຄາວ ແລະ ຍິງສາວພົມມະຈັນ ເພື່ອມາເຮັດພິທີບົນບານສານກ່າວ ເມື່ອປະຕູຖໍ້າເປີດອອກຊາວ ບ້ານຊາວເມືອງກໍພາກັນເຂົ້າໄປຂົນເອົາຊັບສົມບັດອອກມາແຈກຢາຍແບ່ງປັນກັນ. ພິທີກໍານີ້ໄດ້ຖືກປະຕິບັດກັນມາແຕ່ລະປີບໍ່ໄດ້ຂາດ, ການຄັດເລືອກເອົາຍິງສາວພົມມະຈັນນັ້ນກໍໄດ້ມອບເປັນພັນທະໃຫ້ແຕ່ລະຄອບຄົວທີ່ມີລູກສາວ ແລະ ໄດ້ຜັດປ່ຽນກັນໄປບໍ່ມີຂໍ້ຍົກເວັ້ນ. ຖ້າຄອບຄົວໃດບໍ່ປະຕິບັດກໍຈະຖືກລົງໂທດຂ້ຽນຕີຢ່າງທໍລະ ມານ ແລະ ຖືກຂັບໄລ່ອອກຈາກບ້ານຈາກເມືອງໄປ. ຈົນມາຮອດຜຽນທີ່ລູກສາວຂອງພະຍາເມືອງໜຶ່ງ, ພະ ຍາມີຄວາມໂສກເສົ້າ ແລະ ອຸກອັ່ງໃຈຫຼາຍ ຍ້ອນວ່າຕົນມີລູກສາວຫົວແກ້ວຫົວແຫວນພຽງຄົນດຽວຈຶ່ງບໍ່ຢາກເສຍລູກໄປ, ໃກ້ຈະຮອດມື້ພິທີ, ພະຍາຍິ່ງມີຄວາມກະວົນກະວາຍຈົນບໍ່ເປັນອັນກິນອັນນອນ, ເວລານັ້ນຜູ້ເປັນເມຍຈຶ່ງໄດ້ເວົ້າກັບຜົວວ່າ: ຖ້າບໍ່ຢາກເສຍລູກໄປກໍຕ້ອງຫາວິທີບໍ່ໃຫ້ມີພິທີບົນບານໃນຄັ້ງນີ້. ເມື່ອຄິດໄດ້ຄືແນວນັ້ນພະຍາຈຶ່ງໄດ້ອອກອຸບາຍໃຫ້ລູກສາວແກ້ງເຈັບປ່ວຍ ແລະ ປ່າວປະກາດໃຫ້ຊາວບ້ານຊາວເມືອງໄດ້ຮູ້ວ່າລູກສາວຂອງຕົນລົ້ມປ່ວຍລົງຢ່າງກະທັນຫັນ. ຕໍ່ມາຈຶ່ງໄດ້ໃຫ້ໝໍໂຫນ (ໝໍດູດວງ) ມາທໍານາຍທາຍທັກດວງສະຕາວ່າ: ການລົ້ມປ່ວຍລົງຂອງລູກສາວພະຍາໃນຄັ້ງນີ້ແມ່ນເນື່ອງຈາກວ່າລາວໄປເຮັດຜິດຜີເຈົ້າປ່າ ເຈົ້າເຂົາຢູ່ໃນເຂດນີ້ ຖ້າບໍ່ເອົາລາວໜີໄປຢູ່ບ່ອນອື່ນລາວກໍຈະຕາຍພາຍໃນ 7 ວັນ ແລະ ກໍຈະເກີດເຫດເພດໄພທີ່ບໍ່ດີຕໍ່ບ້ານຕໍ່ເມືອງເຮົາ, ຈະເກີດໄພນໍ້າຖ້ວມ, ຟ້າຈະແລ້ງ, ຄົນ, ສັດສາວາສິ່ງຈະເກີດລົ້ມຕາຍ ເມື່ອເປັນດັ່ງນີ້ຈຶ່ງເຮັດໃຫ້ຊາວບ້ານ, ຊາວເມືອງເກີດຄວາມວິຕົກກັງວົນ ແລະ ຢ້ານກົວ ຈຶ່ງໄດ້ໄປຂໍໃຫ້ພະຍາຫາທາງແກ້ໄຂດ່ວນ. ຕໍ່ມາພະຍາຈຶ່ງໄດ້ສັ່ງໃຫ້ເສນາອາໝາດປະກາດຫາຊາຍໝຸ່ມຜູ້ທີ່ມີຄວາມຮູ້, ມີຄາຖາວິຊາເກັ່ງກ້າ ພາລູກສາວຂອງພະຍາໜີອອກຈາກເມືອງໄປ. ເມື່ອບໍ່ມີຍິງສາວພົມມະຈັນ ແລ້ວປີນັ້ນຈຶ່ງບໍ່ໄດ້ເຮັດພິທີບົດບານສານກ່າວເກີດຂຶ້ນ, ຈາກນັ້ນຈຶ່ງເຮັດໃຫ້ປາກຖໍ້າລັ່ນລົງປິດຕາຍ ແລະ ບໍ່ໄດ້ເປີດອອກອີກນັບແຕ່ນັ້ນເປັນຕົ້ນມາ.
ແຫຼ່ງທ່ອງທ່່ຽວຂຸນນໍ້າຄໍາດິບ ໂດຍການສໍາປະທານຂອງບໍລິສັດທະນົງພົນກໍ່ສ້າງຈໍາກັດ ໃນເນື້ອທີ່ 22,37 ເຮັກຕາ, ໄລຍະເວລາ 30 ປີມູນຄ່າການລົງທຶນທັງໝົດ 10.987.782.000 ກີບ. ຂຸນນໍ້າຄໍາດິບໄດ້ເລີ່ມມີການພັດທະນາມາແຕ່ເດືອນມີນາ 2020. ເພື່ອພັດທະນາເປັນສະຖານທີ່ທ່ອງທ່ຽວແບບຄົບວົງຈອນ ອະນຸລັກທໍາມະຊາດໂດຍປະຊາຊົນທ້ອງຖິ່ນມີສ່ວນຮ່ວມ, ຢູ່ໃນແຫຼ່ງທ່ອງທ່ຽວແຫ່ງນີ້ປະກອບມີ: ຫ້ອງປະຊຸມ, ຮ້ານອາຫານ, ຮ້ານຂາຍເຄື່ອງຫັດຖະກຳ, ຣີສອດ 2 ຊັ້ນມີ 20 ຫ້ອງ, ຣີສອດຊັ້ນດຽວ 10 ຫ້ອງ, ຕູບນັ່ງຫຼິ້ນແຄມນໍ້າ, ສວນດອກໄມ້, ຝາຍນໍ້າລົ້ນ, ນໍ້າຕົກຕາດຈໍາລອງ ແລະ ອື່ນໆ. ສ່ວນກິດຈະກໍາບໍລິການແກ່ນັກທ່ອງທ່ຽວປະກອບມີ: ບ່ອນຫຼິ້ນນໍ້າ, ຂີ່ເຮືອຢາງ, ຊົມສວນດອກໄມ້, ການຕັ້ງແຄ້ມ, ຂຶ້ນຈຸດຊົມວີວ, ກິລາເປຕັງ ແລະ ອື່ນໆ. ຂຸນນໍ້າຄໍາດິບພາຍຫຼັງທີ່ພັດທະນາ ແລະ ເປີດໃຫ້ບໍລິການແລ້ວ ຄາດວ່າຈະມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາຢ້ຽມຊົມຢູ່ສະຖານທີ່ແຫ່ງນີ້ສະເລ່ຍມື້ໜຶ່ງບໍ່ຕໍ່າກວ່າ 200 ຄົນ.