ໂດຍ: ແດງສະຫວັດ ແສນພານິດ 
    ທ່ານນາງ ສະລັກຈິດ ໄຊຍະກຸມມານ ຜູ້ອໍານວຍການໂຮງແຮມດົງໄຊ ເມືອງທ່າແຂກ ແຂວງຄໍາມ່ວນໄດ້ໃຫ້ສຳພາດຕໍ່ສື່ມວນຊົນແຂວງໃນວັນທີ 19 ມັງກອນ ຜ່ານມາວ່າ: ເພື່ອເປັນການກະກຽມຄວາມພ້ອມໃຫ້ແກ່ການເປີດປີທ່ອງທ່ຽວລາວ 2024 ຢູ່ແຂວງຄໍາມ່ວນທີ່ຈະມາເຖິງນີ້ໃຫ້ມີບັນຍາກາດຟົດຟື້ນ, ເບີກບານມ່ວນຊື່ນ, ມີສີສັນ. ເພື່ອເປັນການເຊີນຊວນໃຫ້ນັກທ່ອງທ່ຽວມາທ່ຽວພາຍໃນແຂວງໃຫ້ຫຼາຍຂຶ້ນ, ທາງໂຮງແຮມດົງໄຊ ໄດ້ກຽມພ້ອມດ້ານການຕົບແຕ່ງໂຮງແຮມ, ປະດັບປະດາໂຄມໄຟຕາມຮົ້ວ, ຕິດປ້າຍໃຫ້ມີຄວາມສວຍງາມ, ພ້ອມນັ້ນ, ໄດ້ເອົາໃຈໃສ່ໃນການປັບປຸງຂອດການບໍລິການໃຫ້ມີຄວາມເປັນລະບຽບຮຽບຮ້ອຍເຊັ່ນ: ການນຸ່ງຖືຕ້ອງໃຫ້ມີຄວາມເປັນລະບຽບຮຽບຮ້ອຍຕາມປະເພນີລາວ ນັບແຕ່ພະນັກງານຮັບຕ້ອນຈົນຮອດແມ່ບ້ານ ຊຶ່ງຖືວ່າເປັນຈຸດເດັ່ນຂອງໂຮງແຮມຕະຫຼອດເຖິງລະບົບການຮັກສາຄວາມປອດໄພຕ່າງໆ. 
ໂຮງແຮມດົງໄຊ ມີຄວາມພ້ອມດ້ານອາຄານສະຖານທີ່ ເປັນອາຄານ 4 ຊັ້ນ ມີລິບຂຶ້ນ-ລົງເພື່ອອໍານວຍຄວາມສະດວກໃຫ້ແກ່ແຂກທີ່ມາໃຊ້ບໍລິການ, ມີຫ້ອງຕຽງດ່ຽວ 15 ຫ້ອງ, ຕຽງຄູ່ 21 ຫ້ອງ, ຫ້ອງພິເສດ 3 ຫ້ອງ, ຫ້ອງສໍາລັບຄອບຄົວນ້ອຍ 2 ຫ້ອງ, ຫ້ອງສໍາລັບຄອບຄົວໃຫຍ່ 1 ຫ້ອງ, ທຸກໆອາທິດທາງໂຮງແຮມໄດ້ມີການປະຊຸມຮ່ວມກັບພະນັກງານເພື່ອແບ່ງງານກັນຮັບຜິດຊອບໃນແຕ່ລະໜ້າວຽກ ໂດຍເນັ້ນໃຫ້ມີການຮັກສາຄວາມສະອາດເປັນຫຼັກເພື່ອສ້າງຄວາມປະທັບໃຈໃຫ້ກັບແຂກທີ່ມາໃຊ້ບໍລິການ. ເພື່ອກຽມຕ້ອນຮັບນັກທ່ອງທ່ຽວໃນປີທ່ອງທ່ຽວລາວທີ່ຈະມາເຖິງນີ້, ເມື່ອແຂກມາພັກຄົບຈໍານວນ 10 ຫ້ອງ ແມ່ນຈະໄດ້ແຖມອີກຫ້ອງໜຶ່ງໃນລາຄາ 300.000 ກີບ/ຄືນ/ຫ້ອງ, ຊຶ່ງລາຄາເລີ່ມຕົ້ນ 300.000 ເຖິງ 500.000 ກີບ/ຄືນ/ຫ້ອງ. ໃນເທດສະການປີທ່ອງທ່ຽວລາວທີ່ຈະມາເຖິງນີ້, ທາງໂຮງແຮມສາມາດຮອງຮັບນັກທ່ອງທ່ຽວໄດ້ປະມານ 100-120 ຄົນ. ໃນໄລຍະຜ່ານມາ, ມີແຂກທັງພາຍໃນ ແລະ ຕ່າງປະເທດເຂົ້າມາພັກ, ໃນນີ້ມີນັກທ່ອງທ່ຽວໄທ, ຈີນ, ຫວຽດນາມ, ເກົາຫຼີ ແລະ ເອີຣົບ. ໂດຍສະເພາະນັກທ່ອງທ່ຽວໂຊນເອີຣົບ ຈະຈອງຫ້ອງພັກຂອງໂຮງແຮມລ່ວງໜ້າຜ່ານທາງເວັບໄຊອາໂກດາ.
ທ່ານນາງ ສະລັກຈິດ ໄຊຍະກຸມມານ ກ່າວຕື່ມອີກວ່າ: ມາຮອດປັດຈຸບັນ, ທາງໂຮງແຮມໄດ້ດໍາເນີນທຸລະກິດມາເປັນປີທີ 8 ແລ້ວ ໂດຍໄດ້ຮັບການຕອບຮັບຈາກອົງການຈັດຕັ້ງພາກລັດ, ເອກະຊົນ, ອົງການຈັດ ຕັ້ງສາກົນ ຈຶ່ງເຮັດໃຫ້ໂຮງແຮມກາຍເປັນທີ່ຍອມຮັບຂອງສັງຄົມ. 
ໃນໄລຍະກະກຽມຕ້ອນຮັບປີທ່ອງທ່ຽວຢູ່ແຂວງຄໍາມ່ວນ. ທາງໂຮງແຮມຍັງໄດ້ມີຂອງແຈກຂອງແຖມເຊັ່ນ: ລູກຄ້າທີ່ມາພັກຄົບ 10 ຫ້ອງແຖມຟຣີອີກ 1 ຫ້ອງ ພ້ອມທັງມີລົດຮັບ-ສົ່ງໄວ້ຄອຍບໍລິການ. ນອກຈາກນັ້ນ, ທາງໂຮງແຮມຍັງມີກາເຟ, ນໍ້າຊາ, ໝາກໄມ້, ວາຍຟາຍ ໄວ້ຄອຍບໍລິການລູກຄ້າໂດຍບໍ່ເສຍຄ່າ. ພ້ອມນັ້ນ, ຍັງມີຮ້ານອາຫານໄວ້ຄອຍບໍລິການເຊັ່ນ: ເຝີ, ເຂົ້າປຽກເສັ້ນ, ເຂົ້າປຽກເຂົ້າ, ໄຂ່ດາວ, ກາເຟດໍາ ແລະ ກາເຟສົດຂອງລາວ. ດັ່ງນັ້ນ, ຂໍເຊີນຊວນນັກທ່ອງທ່ຽວພາຍໃນໃຫ້ມາສະໜັບສະໜູນການທ່ອງທ່ຽວ “ລາວທ່ຽວລາວ” ໃຫ້ຫຼາຍຂຶ້ນ ແລະ ຍົກລະດັບການບໍລິການໃຫ້ໄດ້ມາດຕະຖານ ເພື່ອດຶງດູດນັກທ່ອງທ່ຽວຕ່າງປະ ເທດໃຫ້ເຂົ້າມາທ່ຽວ ສປປ ລາວ ກໍຄືທ່ຽວແຂວງຄຳມ່ວນໃຫ້ຫຼາຍຂຶ້ນ.