ຂະບວນຍ່າງເພື່ອສຸຂະພາບ ແລະ ຄວາມສາມັກຄີ ໃນໂອກາດເປີດປີທ່ອງທ່ຽວລາວ 2024 ທີ່ແຂວງເຊກອງ ແລະ ບຸນນະມັດສະການບັນດາເຜົ່າເສົາຫຼັກເມືອງ ແລະ ອະນຸສາວະລີອົງແກ້ວໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 23 ມັງກອນນີ້ທີ່ເດີ່ນສະໜາມແດງ (ສວນ 25 ປີ) ຂອງແຂວງ ໂດຍມີທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງເຊກອງ, ມີທ່ານ ຄຳສອນ ກອນເຍີ ຮອງເຈົ້າແຂວງເຊກອງ ປະທານຄະນະຮັບຜິດຊອບຊີ້ນໍາເປີດປີທ່ອງທ່ຽວລາວ 2024 ຂັ້ນແຂວງ, ມີທ່ານຮອງເຈົ້າແຂວງ, ຫົວໜ້າ-ຮອງຫົວໜ້າພະແນກການ, ອົງການທຽບເທົ່າ, ຫົວໜ່ວຍທຸລະກິດ, ພະນັກງານ-ລັດຖະກອນ, ນັກຮຽນ-ນັກສຶກສາ ແລະ ປະຊາຊົນເຂົ້າຮ່ວມ.
    ທ່ານ ຄຳໄພ ສິມມາວັດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຮອງປະທານສະມາຄົມກິລາ-ກາຍະກຳແຂວງກ່າວວ່າ: ການຈັດກິດຈະກໍາຄັ້ງນີ້, ເພື່ອເປັນການສ້າງຂະບວນການຕ້ອນຮັບງານເປີດປີທ່ອງທ່ຽວລາວ 2024 ທີ່ແຂວງເຊກອງ ແລະ ບຸນນະມັດສະການບັນດາເຜົ່າເສົາຫຼັກເມືອງ ແລະ ອະນຸສາວະລີອົງແກ້ວໃຫ້ເຕັມໄປດ້ວຍຄວາມໝາຍສໍາຄັນອັນເລິກເຊິ່ງ ແລະ ມີບັນຍາກາດເບີກບານມ່ວນຊື່ນຢ່າງຟົດຟື້ນທັງເປັນການເຕົ້າໂຮມຄວາມສາມັກຄີ, ສົ່ງເສີມການຫຼິ້ນກິລາ, ສ້າງພະລານາໄມທີ່ສົມບູນ-ສຸຂະພາບແຂງແຮງໃຫ້ແກ່ພະນັກງານ-ລັດຖະກອນ.
ຂ່າວ-ພາບ: ສັນຍາ