ທ່ານ ສະຖຽນ ຂຽນທອງ ຜູ້ອໍານວຍການໂຮງໝໍຊຸມຊົນ ເມືອງປາກລາຍ ແຂວງໄຊຍະບູລີ ໄດ້ລາຍງານຕໍ່ສື່ມວນຊົນທ້ອງຖິ່ນເມື່ອບໍ່ດົນມານີ້ວ່າ: ໂຮງໝໍຊຸມຊົນປາກລາຍເປັນຈຸດບໍລິການໜຶ່ງ ຊຶ່ງຕັ້ງຢູ່ເທດສະບານເມືອງ ຫ່າງຈາກໂຮງໝໍແຂວງ ໄຊຍະບູລີ 155 Km ແລະ ຫ່າງຈາກໂຮງໝໍສູນກາງ 195 Km, ມີຊາຍແດນຕິດຈອດກັບຫຼາຍເມືອງອ້ອມຂ້າງ. ໃນການບໍລິການທາງດ້ານສຸຂະພາບແມ່ນເປັນໂຮງໝໍໃຈກາງການບໍລິການພາຍໃນເມືອງ ແລະ ຢູ່ພາຍໃນ 4 ເມືອງໃຕ້ຂອງແຂວງໄຊຍະບູລີ, ບັນດາເມືອງອ້ອມຂ້າງແຂວງວຽງຈັນ ແລະ ສ່ວນໜຶ່ງຂອງເມືອງພຽງ, ມີ 30 ຕຽງນອນ, ສາມາດຜ່າຕັດ ແລະ ສົ່ງເລືອດໄດ້. ປະກອບດ້ວຍ 9 ໜ່ວຍງານຫຼັກຄື: ໜ່ວຍງານບໍລິຫານ, ໜ່ວຍງານພາຍນອກ-ຢາສະຫຼົບ, ໜ່ວຍງານພາຍໃນ, ສຸກເສີນ ແລະ ການແພດພື້ນເມືອງ, ໜ່ວຍງານອອກລູກ-ພະຍາດຍິງ, ໜ່ວຍງານເດັກນ້ອຍ, ໜ່ວຍງານຫູ-ຕາ-ດັງ-ຄໍ ແລະ ແຂ້ວ, ໜ່ວຍງານກວດຊ່ອງລັງສີ ແລະ ໜ່ວຍງານວິເຄາະ. ມີພະນັກງານທັງໝົດ 70 ຄົນ ຍິງ 51 ຄົນ. ຕະຫຼອດໄລຍະຜ່ານມາໂຮງໝໍຊຸມຊົນເມືອງກໍໄດ້ຈັດຕັ້ງປະຕິບັດຕາມແຜນຍຸດທະສາດຂອງກະຊວງສາທາລະນະສຸກວາງອອກ ຖືເອົາການອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບເປັນຕົ້ນຕໍ, ຖືເອົາການປິ່ນປົວ ແລະ ສະໜອງການບໍລິການສຸຂະພາບຢ່າງທົ່ວເຖິງ, ມີຄຸນນະພາບ, ຍຸດຕິທຳ ແລະ ສະເໝີພາບເປັນສຳຄັນ, ປະຕິບັດນະໂຍບາຍ 5 ດີ 1 ພໍໃຈ, ພ້ອມກັນນີ້ ຍັງຍົກສູງຄຸນນະພາບການບໍລິການປິ່ນປົວຂອງໂຮງໝໍຊຸມຊົນໃຫ້ດີຂຶ້ນບັນລຸຕາມຈຸດປະສົງ ແລະ ເປົ້າໝາຍທີ່ວາງໄວ້. ສໍາລັບປີ 2023 ຜ່ານມາ ມີຄົນເຈັບມາໃຊ້ບໍລິການກວດເຂດນອກທັງໝົດ 49.167     ກໍລະນີ. ໃນນີ້, ກວດສຸກເສີນ 8.637 ກໍລະນີ, ກວດວິຄາະ 22.275 ກໍລະນີ, ກວດລັງສີ 3.036 ກໍລະນີ, ກວດດ້ວຍຄື້ນສຽງຄວາມຖີ່ສູງ Echo 3.505 ກໍລະນີ, ຮັບຄົນເຈັບເຂົ້ານອນໂຮງໝໍ 3.255 ກໍລະນີ. ໃນນັ້ນ, ນອນປິ່ນປົວທົ່ວໄປ 2.180 ກໍລະນີ, ເກີດລູກ 1.075 ກໍລະນີ, ຜ່າຕັດທັງໝົດ 716 ກໍລະນີ. ທ່ານຜູ້ອໍານວຍການ ຍັງໄດ້ກ່າວຕຶ່ມອີກວ່າ: ນອກຈາກການບໍລິການຢູ່ພາຍໃນເມືອງແລ້ວ ຍັງໄດ້ຮັບບໍລິການຂອງຄົນເຈັບທີ່ສົ່ງຕໍ່ມາຈາກຕ່າງເມືອງ ແລະ ການມາບໍລິການຂອງຄົນເຈັບຕ່າງແຂວງເປັນຕົ້ນຄົນເຈັບຈາກເມືອງທົ່ງມີໄຊ 671 ກໍລະນີ, ເມືອງແກ່ນທ້າວ 662 ກໍລະນີ, ເມືອງບໍ່ແຕນ 230 ກໍລະນີ, ເມືອງພຽງ 231 ກໍລະນີ້, ມາຈາກແຂວງວຽງຈັນ 619 ແລະ ຕ່າງແຂວງອຶ້່ນໆ 775 ກໍລະນີ.
(ຂ່າວ: ກ່າ ຄຸດທະວົງສັກ)