ວັນທີ 4 ເມສາຜ່ານມາ ທີ່ບ້ານດາກປໍາ ເມືອງດາກຈຶງ ແຂວງເຊກອງ, ທ່ານ ສອນໄຊ ສີພັນດອນນາຍົກລັດຖະມົນຕີ, ທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງເຊກອງ ພ້ອມດ້ວຍບັນດາການນໍາພັກ-ລັດ ແລະ ພາກສ່ວນກ່ຽວຂ້ອງ ໄດ້ເຂົ້າຮ່ວມເປີດຖານທີ່ໝັ້ນຈຸດເລີ່ມຕົ້ນການປະຕິວັດລາວໃຕ້ ພາຍໃຕ້ການບັນຊາ ແລະ ນຳພາຂອງປະທານ ຄຳໄຕ ສິພັນດອນ.
ທ່ານ ຄຳສອນ ກອນເຍີ ຮອງເຈົ້າແຂວງເຊກອງ ຫົວໜ້າຄະນະກຳມະການກໍ່ສ້າງໂຄງການ ພື້ນຟູ ບູລະນະເຂດຖານທີ່ໝັ້ນຈຸດເລີ່ມຕົ້ນການປະຕິວັດລາວໃຕ້ ໂດຍປະທານ ຄຳໄຕ ສິພັນດອນ ທີ່ເຄົາລົບຮັກ ເປັນຜູ້ກໍ່ຕັ້ງນຳພາ ຢູ່ທີ່ບ້ານ ດາກປຳ ເມືອງດາກຈຶງ ແຂວງເຊກອງ ລາຍງານວ່າ: ໃນການເຄື່ອນໄຫວເຮັດການປະຕິວັດຂອງປະທ່ານ ຄຳໄຕ ສີພັນດອນ ຢູ່ເມືອງດາກຈຶງ ແມ່ນຈຸດເລີ່ມຕົ້ນຂອງການປະຕິວັດລາວໃຕ້ໂດຍປະທ່ານ ຄຳໄຕ ສີພັນດອນ ເປັນຜູ້ກໍຕັ້ງນຳພາ ຮ່ວມກັບ ຜູ້ນໍາຄົນອື່ນໆ ນໍາພາພາລະກິດການຕໍ່ສູ້ປົດປ່ອຍປະເທດຊາດ ອອກຈາກແອກປົກຄອງຂອງຈັກກະພັດຕ່າງດ້າວ ກໍຄື ພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ. ເພິ່ນເປັນຜູ້ນໍາທີ່ມີນໍ້າໃຈຮັກຊາດອັນສູງສົ່ງ, ເສຍສະຫຼະທຸກສິ່ງທຸກຢ່າງ ອຸທິດສະຕິປັນຍາ ແລະ ກໍາລັງວັງຊາຢ່າງບໍ່ຮູ້ອິດ ບໍ່ຮູ້ເມື່ອຍ ຄຽງບ່າຄຽງໄຫຼ່ ກັບປະທານ ໄກສອນ ພົມວິຫານ ແລະ ຜູ້ນໍາຄົນອື່ນໆ ຈັດຕັ້ງນໍາພາຂະບວນການປະຕິວັດໄດ້ເຕີບໃຫຍ່ຂະຫຍາຍຕົວ ແລະ ຍາດໄດ້ໄຊຊະນະຢ່າງຕໍ່ເນື່ອງ.
ຈາກຄວາມສຳຄັນອັນໃຫຍ່ຫຼວງທາງປະຫວັດສາດດັ່ງກ່າວ, ພັກ-ລັດຖະບານກໍຄືປະຊາຊົນບັນດາເຜົ່າຊາວແຂວງ ເຊກອງຈຶ່ງໄດ້ພື້ນຟູບູລະນະ ແລະ ກໍ່ສ້າງແຕ່ ເດືອນ 8/2023 ຮອດວັນທີ 4/4/2024 ຈຶ່ງສໍາເລັດ ຊຶ່ງມີມູນຄ່າໃນເບື້ອງຕົ້ນ 1.689 ລ້ານກີບ. ໃນນັ້ນ, ເຮືອນພັກ ຂອງປະທານ ຄຳໄຕ ສີພັນດອນ 1 ຫຼັງ ຂະໜາດ 3x4 ແມັດ. ປ້ອມຍາມ ຂະໜາດ 3x4 ແມັດ, ຫ້ອງນໍ້າ ຂະໜາດ 3x3 ແມັດ, ເຮືອນພັກ ທະຫານລາວ 1 ຫຼັງ ຂະ  ໜາດ 5x9 ແມັດ, ເຮືອນພັກ ທະຫານຫວຽດນາມ 1 ຫຼັງ ຂະໜາດ 5x9 ແມັດ. ກໍ່ສ້າງປ້າຍຊີວະປະຫວັດຂອງ ທ່ານ ປະທານ ຄໍາໄຕ ສີພັນດອນ. ຂະໜາດ 5,9x0,8 ແມັດ. ກໍ່ສ້າງຂົວຈົມ ແລະ ເສັ້ນທາງເຂົ້າຈຸດຖານທີ່ໝັ້ນ ຍາວ 1,5 ກິໂລແມັດ. 
ທ່ານ ຄຳສອນ ກ່າວຕື່ມວ່າ: ເຖິງວ່າການບູລະນະກໍ່ສ້າງໄດ້ສຳເລັດຫຼາຍກິດຈະກຳ, ແຕ່ເພື່ອສືບຕໍ່ພັດທະນາ ສະຖານທີ່ແຫ່ງນີ້ ກາຍເປັນສະຖານທີ່ທ່ອງທ່ຽວທີ່ໂດດເດັ່ນສວຍງາມ. ຄະນະພັກ, ອົງການປົກຄອງແຂວງກໍ່ຄື ເມືອງ ແລະ ບ້ານ ຈະສຸມໃສ່ພັດທະນາພື້ນຖານໂຄງລາງ ເປັນຕົ້ນ ເຮືອນພັກ, ເຮືອນຄົວ ແລະ ລະບົບເສັ້ນທາງ, ໄຟຟ້າ, ນ້ຳປະປາຮັບໃຊ້ໃນສະຖານທີ່ສຳຄັນນີ້. ນອກນັ້ນ, ຈະສຸ່ມໃສ່ພັດທະນາກະສິກຳ, ການປູກຕົ້ນໄມ້ໃຫ້ໝາກ, ປູກດອກໄມ້ປະດັບ, ການບູລະນະປົກປັກຮັກສາທໍາມະຊາດ ແລະ ສິງແວດລ້ອມໃຫ້ຂຽວສົດງົດງາມ ສາມາດດຶງດູດນັກທ່ອງທ່ຽວເຂົ້າມາ ທ່ອງທ່ຽວເມືອງດາກຈຶງ ແຂວງເຊກອງ ຫຼາຍຂຶ້ນ.
(ຂ່າວ: ແຂວງເຊກອງ)