ໃນວັນທີ 23 ເມສາ 2024 ທີ່ ນະຄອນຫຼວງພະນົມເປັນ ຣາຊະອານາຈັກ ກໍາປູເຈຍ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະກັບ ສົມເດັດ ມະຫາ ບໍວໍ ທິບໍດີ ຮຸນ ມາເນັດ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ, ໃນໂອກາດເດີນທາງຢ້ຽມຢາມທາງລັດຖະກິດ ຣາຊະອານາຈັກ ກໍາປູເຈຍ.
ໃນໂອກາດນີ້, ພະນະທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສະແດງຄວາມປິຕິຍິນດີ ທີ່ໄດ້ມີໂອກາດພົບປະກັບ ສົມເດັດ ມະຫາ ບໍວໍ ທິບໍດີ ຮຸນ ມາເນັດ ອີກຄັ້ງໜຶ່ງ ຊຶ່ງຖືເປັນການພົບກັນ ຄັ້ງທີ 3 ແລະ ຕີລາຄາສູງຕໍ່ຜົນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ຂອງ ສົມເດັດ ມະຫາ ບໍວໍ ທິບໍດີ ຮຸນ ມາເນັດ ໃນທ້າຍເດືອນມີນາ 2024 ຜ່ານມາ ຊຶ່ງຖືວ່າເປັນການປະກອບສ່ວນສຳຄັນ ໃຫ້ແກ່ການເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ ລາວ ແລະ ກໍາປູເຈຍ, ພ້ອມທັງສະແດງຄວາມຢືນຢັນຄືນເຖິງທັດສະນະຫຼັກໝັ້ນອັນສະເໝີຕົ້ນສະເໝີປາຍ ຂອງລັດຖະບານ ສປປ ລາວ ທີ່ຈະສືບຕໍ່ຮ່ວມມືຢ່າງໃກ້ຊິດກັບ ລັດຖະບານກຳປູເຈຍ ເພື່ອສົ່ງເສີມການພົວພັນຮ່ວມມືອັນດີງາມ ທີ່ມີມາແຕ່ດົນນານ ລະຫວ່າງ ສອງປະເທດ ໃຫ້ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.
ໃນຂະນະດຽວກັນ, ສົມເດັດ ມະຫາ ບໍວໍ ທິບໍດີ ຮຸນ ມາເນັດ ກໍໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງ ຕໍ່ການຢ້ຽມຢາມລັດຖະກິດ ຣາຊະອານາຈັກ ກໍາປູເຈຍ ຂອງ ພະນະທ່ານ ທອງລຸນ ສີສຸລິດ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຂອງ ສປປ ລາວ ໃນຄັ້ງນີ້ ຊຶ່ງມີຄວາມໝາຍສໍາຄັນໃນການປະກອບສ່ວນເພີ່ມທະວີ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ເສີມຂະຫຍາຍການເປັນຄູ່ຮ່ວມມືຍຸດທະສາດ ຮອບດ້ານ ແລະ ໝັ້ນຄົງຍາວນານ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ກໍາປູເຈຍ ໃຫ້ເລິກເຊິ່ງ ແລະ ມີປະສິດທິຜົນຍິ່ງໆຂຶ້ນ.
ພ້ອມດຽວກັນນີ້, ສອງຝ່າຍ ໄດ້ຕີລາຄາສູງ ແລະ ສະແດງຄວາມເພິ່ງພໍໃຈທີ່ເຫັນວ່າ ການພົວພັນສອງປະເທດ ນັບມື້ນັບເລິກເຊິ່ງ ແລະ ກວ້າງຂວາງໃນຫຼາຍລະດັບ ແລະ ໄດ້ມີການແລກປ່ຽນການຢ້ຽມຢາມຊຶ່ງກັນ ແລະ ກັນ ຢ່າງເປັນປົກກະຕິ ໃນລະດັບຕ່າງໆ, ອັນໄດ້ເປັນການປະກອບສ່ວນເຂົ້າໃນການສົ່ງເສີມສາຍພົວພັນ ເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ຊຶ່ງໄດ້ສ່ອງແສງໃຫ້ເຫັນເຖິງສາຍພົວພັນມິດຕະພາບອັນໃກ້ຊິດ ທີ່ເປັນມູນເຊື້ອ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດ ລາວ ແລະ ກໍາປູເຈຍ ໃນປັດຈຸບັນ. ພິດເສດ, ສອງຝ່າຍ ໄດ້ສະແດງຄວາມຊົມເຊີຍຄວາມຄືບໜ້າຂອງລັດຖະບານສອງປະເທດ ທີ່ໄດ້ມີການລົງນາມໃນເອກະສານທີ່ສໍາຄັນຮ່ວມກັນ ໃນໂອກາດທີ່ ສົມເດັດ ມະຫາ ບໍວໍ ທິບໍດີ ຮຸນ ມາເນັດ ເດີນທາງຢ້ຽມຢາມ ສປປ ລາວ ຢ່າງເປັນທາງການໃນທ້າຍເດືອນມີນາ 2024 ທີ່ຜ່ານມາ, ຄື: 1) ສານສັດຕະຍາບັນ ສົນທິສັນຍາ ວ່າດ້ວຍ ການກໍານົດຊາຍແດນປະເທດ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ກໍາປູເຈຍ; 2) ບົດບັນທຶກການແລກປ່ຽນສານສັດຕະຍາບັນ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ກໍາປູເຈຍ; ແລະ  3) ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ວ່າດ້ວຍ ການຮ່ວມມືດ້ານພະລັງງານໄຟຟ້າ ໄລຍະທີ 2, ທັງໄດ້ສະແດງຄວາມເຫັນດີເປັນເອກະພາບທີ່ຈະຮ່ວມກັນຊຸກຍູ້ໃຫ້ພາກສ່ວນທີ່ກ່ຽວຂ້ອງຂອງສອງຝ່າຍ ສືບຕໍ່ຈັດຕັ້ງປະຕິບັດຜົນການຕົກລົງຮ່ວມກັນ ລະຫວ່າງ ສອງປະເທດ ໃນໄລຍະຜ່ານມາໃຫ້ເປັນຮູບປະທໍາ, ໂດຍສະເພາະແມ່ນ ການແກ້ໄຂບັນດາຈຸດຄົງຄ້າງຂອງເສັ້ນຊາຍແດນ ລາວ-ກໍາປູເຈຍ ທີ່ຍັງເຫຼືອ 14% ໃຫ້ສໍາເລັດໂດຍໄວ ເພື່ອນໍາເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດ ລາວ-ກໍາປູເຈຍ. ພ້ອມນີ້, ສອງຝ່າຍ ກໍຈະສືບຕໍ່ໃຫ້ການພົວພັນຮ່ວມມືກັນໃນດ້ານຕ່າງໆ ເປັນຕົ້ນ ດ້ານພະລັງງານ, ການເຊື່ອມໂຍງເຊື່ອມຈອດທາງດ້ານຄົມມະນາຄົມ, ການຕໍ່ຕ້ານອາຊະຍາກໍາຂ້າມຊາດ ແລະ ອື່ນໆ.
ໃນຕອນທ້າຍ, ພະນະທ່ານ ທອງລຸນ ສີສຸລິດ ກໍໄດ້ສະແດງຄວາມຂອບໃຈຕໍ່ ລັດຖະບານ ແລະ ປະຊາຊົນ ກໍາປູເຈຍ ທີ່ໄດ້ໃຫ້ການຮ່ວມມື ແລະ ສະໜັບສະໜູນ ສປປ ລາວ, ໂດຍສະເພາະ ໃນການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ນີ້, ທັງສະແດງຄວາມຫວັງວ່າ ສປປ ລາວ ຈະໄດ້ຕ້ອນຮັບ ສົມເດັດ ມະຫາ ບໍວໍ ທິບໍດີ ຮຸນ ມາເນັດ ເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ໃນອະນາຄົດອັນໃກ້ນີ້.
ຂ່າວ:ກະຊວງການຕ່າງປະເທດ-ພາບ: ຂປລ