ພິທີມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ປະຈໍາປີ 2023 ແລະ ມອບ ບັດສະມາຊິກພັກ ໃຫ້ສະມາຊິກພັກສົມບູນ ອົງການກວດສອບແຫ່ງລັດ ຊຸດທີ IX ຊຶ່ງຈັດຂຶ້ນໃນຕອນເຊົ້າ ຂອງວັນ ທີ 14ພຶດສະພາ ນີ້ທີ່ອົງການກວດສອບແຫ່ງລັດ ໂດຍການເປັນປະທານຂອງ ສະຫາຍ ເຄນ ລໍວັນໄຊ ຮອງເລຂາຄະນະພັກ ອົງການກວດສອບແຫ່ງລັດ, ພ້ອມດ້ວຍ ຄະນະບໍລິຫານງານພັກ, ຄະນະໜ່ວຍພັກ ຕະຫຼອດຮອດສະມາຊິກພັກສົມບູນ-ສໍາຮອງເຂົ້າຮ່ວມ.
ໂດຍປະຕິບັດຕາມຄໍາສັ່ງ ຂອງກົມການເມືອງສູນກາງພັກ ສະບັບເລກທີ 01/ກມສພ, ລົງວັນທີ 3 ມັງກອນ 2018 ວ່າດ້ວຍການເພີ່ມທະວີກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ,ເພື່ອເສີມຂະຫຍາຍມູນເຊື້ອອັນດີງາມ, ຜົນງານທີ່ໂດດເດັ່ນ, ດ້ານດີທີ່ຍາດມາໄດ້, ຜ່ານການແກ້ໄຂຈຸດອ່ອນຂໍ້ຄົງຄ້າງ ແລະ ສິ່ງທີ່ທ້າ ທາຍທົດສອບ ທີ່ເປັນອັນຕະລາຍຕໍ່ພັກເຮົາ, ເຊີດຊູບົດບາດການນໍາພາຂອງພັກເຮົາ ມີຄວາມຈໍາເປັນຕ້ອງໄດ້ກໍ່ສ້າງ ໜ່ວຍພັກ, ຄະນະໜ່ວຍພັກ ແລະ ສະມາຊິກພັກ ໃຫ້ມີຄວາມສາມາດນໍາພາການຈັດຕັ້ງປະຕິບັດໜ້າທີ່ການເມືອງ ຂອງພັກ ແລະ ແຜນພັດທະນາເສດຖະກິດສັງຄົມຂອງລັດວາງອອກໃຫ້ປະກົດຜົນເປັນຈິງ.
ຄະນະພັກອົງການກວດສອບແຫ່ງລັດ ປະກອບມີ 10 ໜ່ວຍພັກ ທີ່ຂຶ້ນກັບ ມີສະມາຊິກພັກທັງໝົດ 167 ສະຫາຍ, ຜ່ານການປະເມີນປະຈໍາປີ 2023 ເຫັນວ່າມີ 7 ໜ່ວຍພັກ ສາມາດຍາດໄດ້ການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ປະກອບມີ:1. ໜ່ວຍພັກຫ້ອງການ,2. ໜ່ວຍພັກຈັດຕັ້ງ ແລະ ພະນັກງານ, 3. ໜ່ວຍພັກປະເມີນຜົນການກວດສອບ, 4. ໜ່ວຍພັກກວດສອບວິສາຫະກິດ, 5. ໜ່ວຍພັກກວດສອບອົງການຈັດຕັ້ງລັດ, 6. ໜ່ວຍພັກສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມວຽກງານກວດສອບ, 7. ໜ່ວຍພັກກວດກາ.
ພ້ອມກັນນັ້ນ ຍັງມີພິທີມອບ-ຮັບບັດສະມາຊິກພັກໃຫ້ບັນດາສະມາຊິກພັກສົມບູນ ທີ່ຄົບມາດຖານເງື່ອນໄຂ ຈໍານວນທັງໝົດ 15 ສະຫາຍຍິງ 6 ສະຫາຍ,ທັງນີ້ກໍເພື່ອເປັນການຢັ້ງຢືນເຖິງຜົນງານ ແລະ ຄຸນງາມຄວາມດີ ຂອງບັນດາ ສະຫາຍພະນັກງານ-ສະມາຊິກພັກ ທີ່ມີຜົນງານທີ່ດີເດັ່ນໃນການປະຕິບັດໜ້າທີ່ການເມືອງຂອງຕົນ, ກົມກອງ-ໜ່ວຍພັກ, ທັງເປັນການປັບປຸງຄຸນນະພາບຂອງສະມາຊິກພັກ ແນໃສ່ຍົກສູງບົດບາດການນໍາພາຂອງພັກ ແລະສະຖານະພາບດ້ານຄຸນທາດການເມືອງ.
ໃນຕອນທ້າຍ, ຍັງໄດຮັບຟັງການໂອ້ລົມ ຂອງສະຫາຍ ເຄນ ລໍວັນໄຊໂດຍມີຄໍາເຫັນຊີ້ທິດເຍຶອງທາງຕໍ່ກັບ ສະມາຊິກພັກ ກໍຄື ຄະນະໜ່ວຍພັກ ໃຫ້ເອົາໃຈໃສ່ເສີມຂະຫຍາຍ ມູນເຊື້ອອັນດີງາມ, ຄຸນງາມຄວາມດີທີ່ຍາດມາໄດ້, ພ້ອມທັງສືບຕໍ່ສຶກສາອົບຮົມການເມືອງແນວຄິດ, ຄຸນສົມບັດ ສິນທໍາປະຕິວັດຂອງຖັນແຖວພະນັກງານ-ສະມາຊິກພັກ ໃຫ້ມີຄວາມຕໍ່ເນື່ອງ ແລະ ເປັນປະຈໍາ, ກໍ່ສ້າງ, ພັດທະນາ ສະມາຊິກພັກ ແລະ ໜ່ວຍພັກຂອງຕົນ ໃຫ້ມີຄວາມເຂັ້ມແຂງ ພ້ອມກັນຈັດຕັ້ງປະຕິບັດວຽກງານ ແລະ ປະຕິບັດ ແນວທາງປ່ຽນແປງໃໝ່ຂອງພັກໃຫ້ຖືກທິດ.
 ຂ່າວ:ອົງການກວດສອບແຫ່ງລັດ,ພາບ:ພູວຽງຄໍາ