ພິທີແຕ່ງຕັ້ງຫົວໜ້າຂະແໜງ,ຮອງຂະແໜງຈຳນວນ 4 ຕຳແໜ່ງ ຂອງພະແນກ ພະລັງງານ ແລະ ບໍ່ແຮ່ແຂວງບໍລິຄຳໄຊໄດ້ຈັດຂື້ນເປັນທາງການໃນຕອນບ່າຍຂອງວັນທີ 13 ພຶດສະພາ 2024 ຢູ່ຫ້ອງປະຊຸມຂອງຕົນ ໂດຍການເປັນປະທານຂອງທ່ານ ມະນີວັນ ໄຊຍະເພັດ ຫົວໜ້າພະແນກ ພະລັງງານ ແລະ ບໍ່ແຮ່ແຂວງ,ມີຄະນະພະແແນກ,ແຂກຖືກເຊີນ ແລະ ພະນັກງານຫຼັກແຫຼ່ງ,ພະນັກງານວິຊາການພາຍໃນພະແນກ ເຂົ້າຮ່ວມ.
    ທ່ານ ຄຳສິງ ສາຍພູວົງ ຮອງຫົວໜ້າພະແນກ ພະລັງງານ ແລະ ບໍ່ແຮ່ແຂວງ ຂື້ນຜ່ານນິຕິກຳຂອງຂັ້ນເທິງ ໂດຍອິງຕາມກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ,ອິງຕາມບົດບັນທຶກກອງປະຊຸມວ່າດ້ວຍການຄົ້ນຄວ້າປັບປຸງກົນຈັກການຈັດຕັ້ງຂອງພະແນກ ພະລັງງານ ແລະ ບໍ່ແຮ່ແຂວງ ແລະ ເອກະສານທີ່ກ່ຽວຂ້ອງ ເຈົ້າແຂວງ ບໍລິຄຳໄຊ ຕົກລົງ ເຫັນດີແຕ່ງຕັ້ງທ່ານ ນາງ ແພວພັນ ສີສົມແພງ ເປັນຫົວໜ້າຂະແໜງກວດກາລັດ,ແຕ່ງຕັ້ງທ່ານ ດ່ອນແກ້ວ ໄຊມູນວົງ ເປັນຫົວໜ້າຂະແໜງ ຈັດຕັ້ງ ແລະ ບໍລິຫານ,ແຕ່ງຕັ້ງ ທ່ານ ພຸດທະຈັກ ໄຊຍະລາດ ເປັນຫົວໜ້າຂະແໜງ ທຸລະກິດພະລັງງານ ແລະ ເຫັນດີແຕ່ງຕັ້ງ ທ່ານ ຄຳຫຼ້າ ພົນສະຫວັດດີ ເປັນຮອງຫົວໜ້າຂະແໜງ ຄຸ້ມຄອງພະລັງງານ.
    ໃນຕອນທ້າຍ ທ່ານ ຫົວໜ້າພະແນກ ພະລັງງານ ແລະ ບໍ່ແຮ່ແຂວງ ໄດ້ຍົກໃຫ້ເຫັນຂອງການແຕ່ງຕັ້ງຊັບຊ້ອນໜ້າທີ່ຕຳແໜ່ງງານໃນຂະແໜງການ ແມ່ນອິງໃສ່ການຕົກລົງເຫັນດີເປັນເອກະພາບຂອງຄະນະພັກ,ຄະນະພະແນກ ພ້ອມນັ້ນທ່ານ ຍັງໄດ້ສະເໜີໃຫ້ຜູ້ທີ່ໄດ້ຮັບຕຳແໜ່ງ ຈົ່ງໄດ້ຍົກສູງໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ ໂດຍຖືເອົາວຽກງານການເມືອງ-ແນວຄິດຕໍ່ກັບພະນັກງານຕົນເອງຮັບຜິດຊອບ,ເປັນເສນາທິການໃຫ້ຂັ້ນເທິງ,ສືບຕໍ່ປະຕິບັດໜ້າທີ່ວຽກງານຕົນເອງຮັບຜິດຊອບໃຫ້ສຳເລັດຕາມແຜນການທີ່ໄດ້ວາງໄວ້.ຂ່າວ: ສາຍສະໝອນ,ພາບ:ອັກຄະສອນ