ໃນວັນທີ 13 ພຶດສະພາ 2024ທີ່ສະໂມສອນຂອງໂຮງຮຽນການເມືອງ ແລະການປົກຄອງແຂວງສະຫວັນນະເຂດໄດ້ມີພິທີເປີດຊຸດຮຽນລະບົບທິດສະດີການເມືອງ ຂັ້ນກາງຮຸ່ນທີ V ປະຈຳສົກປີ 2023-2024 ຂຶ້ນ. ໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ສາລີ ວິນລາວັນ ກຳມະການພັກແຂວງ ຫົວໜ້າໂຮງຮຽນການເມືອງ ແລະການປົກຄອງແຂວງສະຫວັນນະເຂດ, ມີຄະນະພັກຮາກຖານ, ຄູ-ອາຈານ, ແຂກຖືກເຊີນຈາກພະແນກການຕ່າງໆອ້ອມຂ້າງແຂວງ ແລະນັກສຶກສາເຂົ້າຮ່ວມ.
  ໃນພິທີ, ທ່ານ  ພູຄຳ ເລນິນ ຮອງເລຂາຄະນະພັກຮາກຖານ ຮອງຫົວໜ້າໂຮງຮຽນການເມືອງ ແລະການປົກຄອງແຂວງໄດ້ຂຶ້ນຜ່ານບົດລາຍງານໃນການຈັດຕັ້ງປະຕິບັດຫຼັກສູກການຮຽນ-ການສອນທິດສະດີການເມືອງຮຸ່ນທີ V ເຊິ່ງ ທ່ານໃຫ້ຮູ້ວ່າ: ການຈັດຕັັ້ງປະຕິບັດຫຼັກສູດທິດສະດີການເມືອງ ຂັ້ນກາງຮຸ່ນທີ Vຂອງໂຮງຮຽນທິດສະດີການເມືອງ ແລະການປົກຄອງແຂວງສະຫວັນນະເຂດສົກປີ 2023-2024 ແມ່ນໄດ້ເລີ່ມຮຽນແຕ່ວັນທີ 29 ເມສາ 2024 ມີຈຳນວນນັກສຶກສາ 43 ທ່ານ, ຍິງ 12 ທ່ານ, ໃນນີ້ມີຫຼັກສູດທີ່ລວມເອົາກຸ່ມວິຊາຕ່າງໆຄື: ກຸ່ມປັດຊະຍາລວມມີ 7 ບົດ, ກຸ່ມເສດຖະສາດການເມືອງ ມີ 16 ບົດ, ກຸ່ມລັດທີສັງຄົມວິທະຍາສາດມີ 7 ,ບົດ, ກຸ່ມແນວຄິດປະທານໄກສອນ ພົມວິຫານ ມີ 8 ບົດ, ກຸ່ມວິຊາຄຸ້ມຄອງບໍລິຫານລັດ ມີ 5 ບົດ. ໃນພິທີຄັ້ງນີ້ຍັງໄດ້ຜ່ານເນືິ້ອໃນຂໍ້ແຂ່ງຂັນດ້ານໂຮງຮຽນສອນດີ-ຮຽນເກັ່ງຂອງໂຮງຮຽນການເມືອງ ແລະການປົກຄອງ ພ້ອມທັງໄດ້ມີການຈັບມືແຂ່ງຂັນກັນລະຫວ່າງອາຈານ ແລະນັກສຶກສາ ທັງສາມຮຸ່ນອີກດ້ວຍ./.