ໃນວັນທີ 14 ພຶດສະພາ 2024 ນີ້, ຢູ່ທີ່ສະໂມສອນ ກອງພັນໃຫຍ່ 202 ໄດ້ຈັດພິທີປະກາດການຈັດຕັ້ງຂັ້ນຊ່ວຍວຽກຂະແໜງ, ຂັ້ນໝວດ, ຂັ້ນໝູ່ ໃຫ້ນາຍສິບພົນທະຫານ ທີ່ຂຶ້ນກັບກອງພັນໃຫຍ່ 202 ກອງພົນທີ 2, ພາຍໃຕ້ການເປັນປະທານຂອງທ່ານ ພັນເອກ ສົມດີ ໄຊຍະລາດ ຫົວໜ້າການທະຫານກອງພັນໃຫຍ່ 202, ມີຄະນະພັກ-ຄະນະບັນຊາ ພະແນກການ, ກົມກອງ,ຂະແໜງການທີ່ກ່ຽວຂ້ອງພ້ອມດ້ວຍນາຍສິບພົນທະຫານເຂົ້າຮ່ວມ.
ທ່ານ ພັນໂທ ບຸນຈັນ ມະນີສອນ ຫົວໜ້າພະແນກເສນາທິການ ກອງພັນໃຫຍ່ 202 ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງຫ້ອງເສນາທິການ ກອງພົນທະຫານຮາບທີ 2 ວ່າດ້ວຍການແຕ່ງຕັ້ງ ຂັ້ນຊ່ວຍວຽກຂະແໜງ, ຂັ້ນໝວດ, ຂັ້ນໝູ່ ຢູ່ບັນດາພະແນກການ, ກົມກອງ ທີ່ຂຶ້ນກັບກອງພັນໃຫຍ່ 202.ໃນນັ້ນແຕ່ງຕັ້ງ ທ່ານວາທີ ຕື້ງ ຂັນຕິ ຊ່ວຍວຽກຂະແໜງສັງລວມ, ຂາເຂົ້າ-ຂາອອກ ພະແນກເສນາທິການ, ທ່ານ ຮ້ອຍຕີ ບຸນໂຮມ ທອງສຸກ ຊ່ວຍວຽກຂະແໜງເສນາ ຮັບຜິດຊອບແຜນການອົບຮົມຢູ່ກອງພັນນ້ອຍ 22, ທ່ານ  ຮ້ອຍຕີ ຄຳຫຼ້າ ສຸກສະຫວັດ ເປັນຫົວໜ້າໝວດປ້ອງກັນທີ່ຕັ້ງ, ທ່ານ ຮ້ອຍຕີ ເພັງ ດວງແກ້ວ ເປັນຫົວໜ້າໝວດສືບຂ່າວ, ທ່ານ ຮ້ອຍຕີ ຕ້ອຍ ໄຊຍະແສງ ເປັນຫົວໜ້າໝວດ 3 ກອງຮ້ອຍທີ 2 ກອງພັນນ້ອຍ 413.ນອກນີ້ຍັງໄດ້ແຕ່ງຕັ້ງບັນດາທ່ານຮອງຫົວໜ້າໝວດ, ຫົວໜ້າໝູ່, ຮອງຫົວໜ້າໝູ່ຢູ່ບັນດາພະແນການ, ກອງພັນນ້ອຍ ແລະ ກອງຮ້ອຍເອກະລາດ ທີ່ຂຶ້ນກັບກອງພັນໃຫຍ່ 202 ຈຳນວນໜຶ່ງຕື່ມອີກ.
ໃນໂອກາດດັ່ງກ່າວ ທ່ານ ພັນເອກ ສົມດີ ໄຊຍະລາດກໍ່ໄດ້ມີຄໍາເຫັນໂອ້ລົມສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຮຽກຮ້ອງຕໍ່ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ໃນຄັ້ງນີ້ຈົ່ງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນທີ່ໄດ້ຮັບການມອບໝາຍໃຫ້ສູງຂຶ້ນ,ເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກໃຫ້ສອດ
ຄ່ອງກັບຫຼັກການວິທະຍາສາດ ບົ້ນພື້ນຖານຫຼັກການລວມສູນປະຊາທິປະໄຕ, ເອົາໃຈໃສ່ໃນການເຝິກຝົນຫຼໍ່ຫຼອມຕົນເອງ, ປະຕິບັດຂໍ້ກຳນົດກົດລະບຽບຂອງກອງທັບໃຫ້ເຂັ້ມງວດ, ຕັ້ງໜ້າປະກອບສ່ວນເຂົ້າໃນວຽກງານປັບປຸງກໍ່ສ້າງກົມກອງໃຫ້ມີໃບໜ້າອັນໃໝ່ ແລະ ມີຄວາມເຂັ້ມແຂງ-ໜັກແໜ້ນໃນທຸກດ້ານ.     (ພາບ-ຂ່າວ : ຄຳຊາຍ ກວ່າງຄຸນສີ)