ໂດຍ: ແດງສະຫວັດ ແສນພານິດ.
ທ່ານ ຈີ່ຊົ່ງ ຈື່ຫວ່າໄຊກິ ຜູ້ອໍານວຍການໃຫຍ່ ບໍລິສັດ ເທີນ-ຫີນບູນ ພາວເວີ ຈໍາກັດ ໄດ້ໃຫ້ສໍາພາດຕໍ່ຜູ້ສື່ຂ່າວຂອງແຂວງຄໍາມ່ວນວ່າ: ບໍລິສັດ ເທີນ-ຫີນບູນ ພາວເວີ ຈໍາກັດ ເປັນບໍລິສັດໜຶ່ງທີ່ລັດຖະບານລາວຖືຮຸ້ນຫຼາຍກວ່າໝູ່ ໃນບັນດາບໍລິສັດຜະລິດໄຟຟ້າເອກະລາດ (IPP) ຢູ່ໃນປະເທດລາວ. ທັງນີ້ເພື່ອເປັນການປະກອບສ່ວນໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ,  ດັ່ງນັ້ນ, ລັດຖະບານລາວຈຶ່ງໄດ້ຕັດສິນໃຈສຸມໃສ່ພັດທະນາດ້ານພະລັງງານໄຟຟ້າດ້ວຍການອະນຸມັດໃຫ້ມີການກໍ່ສ້າງໂຄງການເຂື່ອນໄຟຟ້າ ເທີນ-ຫີນບູນ ຂຶ້ນ ໂດຍໄດ້ເລີ່ມທໍາການສຶກສາຄວາມເປັນໄປໄດ້ໃນປີ 1991-1992 ຫຼັງຈາກນນັ້ນລັດຖະບານລາວກໍໄດ້ຮ່ວມມືກັບຕ່າງປະເທດໃນການລົງທຶນ ຊຶ່ງໄດ້ຮັບເງິນກູ້ຈາກທະນາຄານພັດທະນາອາຊີ ຫຼື ADB ແລະ ໄດ້ເລີ່ມລົງມືກໍ່ສ້າງໃນປີ 1994 ແລະ ສໍາເລັດການກໍ່ສ້າງໃນປີ 1997 ຊຶ່ງໄດ້ເປີດນໍາໃຊ້ໃນວັນທີ 31 ມີນາ 1998 ມາຮອດປັດຈຸບັນ ເປັນໄລຍະເວລາ 26 ປີແລ້ວ.
ບໍລິສັດ ເທີນ-ຫີນບູນ ພາວເວີ ຈໍາກັດ ມີ 3 ຂາຮຸ້ນຄື: ຂາຮຸ້ນທີ 1 ລັດຖະບານລາວຖືຫຸ້ນ 60% ຕາງໜ້າໂດຍບໍລິສັດຜະລິດໄຟຟ້າລາວມະຫາຊົນ  (EDL-Gen), ຂາຮຸ້ນທີ 2  ບໍລິສັດ GMS Power International ຈາກປະເທດໄທຖືຮຸ້ນ 20% ແລະ ຂາຮຸ້ນທີ 3 ບໍລິສັດ Scatec ຈາກປະເທດນອກແວຖືຫຸ້ນ 20%. ຜ່ານການດໍາເນີນທຸລະກິດມາເປັນເວລາ 26 ປີ ແມ່ນໄດ້ຮັບຜົນສໍາເລັດຢ່າງໃຫຍ່ຫຼວງ ຊຶ່ງໄດ້ນໍາເອົາເງິນຕາຕ່າງປະເທດມາຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ຊຶ່ງໃນໄລຍະ 20 ກວ່າປີຜ່ານມາ ພວກເຮົາສາມາດນໍາເອົາເງິນຕາຕ່າງປະເທດມາໃຫ້ລັດຖະບານໂດຍຜ່ານການມອບພັນທະຕ່າງໆເຊັ່ນ: ເງິນປັນຜົນ, ຄ່າພາສີອາກອນ ແລະ ຄ່າພາກຫຼວງ ລວມເປັນເງິນ 796 ລ້ານໂດລາ. 
ໃນປີ 2023 ຜ່ານມານີ້ແມ່ນເກີດປະສົບກັບໄພແຫ້ງແລ້ງເຖິງວ່າເຂດລຸ່ມຂອງເຂື່ອນຈະມີຝົນຕົກຫຼາຍກໍຕາມ ແຕ່ເຂດເໜືອເຂື່ອນແມ່ນມີຝົນຕົກໜ້ອຍ ເຮັດໃຫ້ປະລິມານນໍ້າທີ່ໄຫຼເຂົ້າອ່າງບໍ່ໄດ້ຕາມເປົ້າໝາຍທີ່ຕັ້ງໄວ້ ຊຶ່ງເປັນສາເຫດເຮັດໃຫ້ການຜະລິດກະແສໄຟຟ້າໄດ້ຕ່ຳກວ່າເປົ້າໝາຍທີ່ວາງໄວ້ໃນປີຜ່ານມາ. ເຖິງແນວໃດກໍຕາມ ພວກເຮົາຍັງສາມາດຜະລິດໄຟຟ້າໄດ້ 2.100 ກວ່າເມກາວັດໂມງ ສົ່ງອອກໃຫ້ປະເທດໄທ ແລະ 187 ເມກາວັດໂມງ ຊົມໃຊ້ພາຍໃນ ແລະ ສາມາດຖອກພັນທະໃຫ້ແກ່ລັດຖະບານໄດ້ 16,34 ລ້ານໂດລາ ບໍ່ວ່າຈະເປັນຄ່າພາກຫຼວງ ແລະ ເງິນປັນຜົນກໍໄດ້ມອບໃຫ້ລັດຖະບານເປັນປົກກະຕິ. 
ກະແສໄຟຟ້າທີ່ ບໍລິສັດ ເທີນ-ຫີນບູນ ພາວເວີ ຈໍາກັດ ຜະລິດໄດ້ ແມ່ນຂາຍໃຫ້ປະເທດໄທເປັນຫຼັກ ແລະ ມີຈຳນວນສ່ວນໜ້ອຍແມ່ນຂາຍໃຫ້ແກ່ລັດວິສາຫະກິດ ໄຟຟ້າລາວ. ຈຸດປະສົງຫຼັກໃນການສົ່ງໄຟຟ້າອອກຂາຍຕ່າງປະເທດແມ່ນເພື່ອນໍາເອົາເງິນຕາຕ່າງປະເທດເຂົ້າມາສູ່ ສປປ ລາວ ໂດຍຂາຍເປັນສະກຸນເງິນບາດ ແລະ ເງິນໂດລາ. ນອກຈາກນັ້ນ ບໍລິສັດ ເທີນ-ຫີນບູນ ຍັງມີພັນທະໃນການພັດທະນາຊຸມຊົນທີ່ຕິດພັນກັບໂຄງການ ກໍຄືການຊ່ວຍເຫຼືອປະຊາຊົນຢູ່ເຂດທ້ອງຖິ່ນເພື່ອໃຫ້ມີຊີວິດການເປັນຢູ່ທີ່ດີຂຶ້ນ ຊຶ່ງທາງບໍລິສັດໄດ້ຢຶດໝັ້ນໃນ 3 ອົງປະກອບຄື: 1). ການປະຕິບັດພັນທະທີ່ມີຢູ່ໃນສັນຍາສໍາປະທານຕະຫຼອດໄລຍະຂອງການດໍາເນີນທຸລະກິດ; 2). ການພັດທະນາຊຸມຊົນທີ່ບໍ່ໄດ້ລວມຢູ່ໃນສັນຍາສໍາປະທານ ແລະ 3). ການຊ່ວຍເຫຼືອແບບການກຸສົນດ້ວຍຮູບແບບການບໍລິຈາກຕ່າງໆ. 
ຜູ້ອໍານວຍການໃຫຍ່ບໍລິສັດ ເທີນ-ຫີນບູນ ພາວເວີ ຈໍາກັດ ໄດ້ກ່າວຕື່ມວ່າ: ສະເພາະຢູ່ເມືອງຄູນຄໍາ ແຂວງຄໍາມ່ວນ ໃນປີ 2023 ຜ່ານມານີ້ ບໍລິສັດ ຂອງພວກເຮົາໄດ້ມີການປະກອບສ່ວນເຂົ້າໃນການພັດທະນາຢ່າງຕັ້ງໜ້າເປັນຕົ້ນແມ່ນ ວຽກງານທີ່ເປັນພັນທະຄື: ການປັບປຸງລະບົບຊົນລະປະທານເພື່ອສະໜອງນໍ້າແກ່ການຜະລິດກະສິກໍາ ແລະ ການຊົດເຊີຍດິນທີ່ເຊາະເຈື່ອນຕາມລ່ອງນໍ້າໄຮເປັນມູນຄ່າ 700 ກວ່າລ້ານກີບ. ນອກຈາກນັ້ນຍັງໄດ້ຊ່ວຍຄ່າກະແສໄຟຟ້າ ແລະ ນໍ້າມັນເຊື້ອໄຟໃຫ້ແກ່ຈັກສູບນ້ຳຊົນລະປະທານນາແຊງ ເພື່ອນຳໃຊ້ເຂົ້າໃນການຜະລິດກະສິກຳຂອງບັນດາບ້ານເປົ້າໝາຍ ເພື່ອປັບປຸງຊີວິດການເປັນຂອງປະຊາຊົນໃຫ້ດີຂຶ້ນ. 
ໃນປີ 2023 ງົບປະມານທີ່ນໍາໃຊ້ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງເມືອງຄູນຄໍາ ໂດຍສະເພາະວຽກງານພັດທະນາຊຸມຊົນສູງເຖິງ 2,2 ຕື້ກວ່າກີບ. ນອກນັ້ນ ໃນໄລຍະຖືກອຸທົກກະໄພ (ນໍ້າຖ້ວມ) ໃນປີ 2023 ທີ່ຜ່ານມາ ນອກຈາກການໃຫ້ຄວາມຊ່ວຍເຫຼືອທາງແນວພັນເຂົ້າປູກ ແລະ ປັບປຸງຊົນລະປະທານທີ່ຖຶກຜົນກະທົບຈາກນໍ້າຖ້ວມແລ້ວ ບໍລິສັດຍັງໄດ້ສະໜອງໄຟຟ້າໃຫ້ປະຊາຊົນພາຍໃນເມືອງໄດ້ຊົມໃຊ້ ແລະ ໄດ້ອຳນວຍຄວາມສະດວກທາງດ້ານທີ່ພັກ, ສະບຽງອາຫານ ໃຫ້ແກ່ບັນດາການນຳຂັ້ນສູງທີ່ມາຕິດຕາມ ແລະ ເຮັດວຽກຢູ່ເມືອງຄູນຄຳໃນໄລຍະວິກິດໄພນ້ຳຖ້ວມປີ 2023. 
ສໍາລັບທິດທາງໃນປີ 2024 ນີ້, ບໍລິສັດ ຈະໄດ້ສືບຕໍ່ສຸມໃສ່ການດໍາເນີນທຸລະກິດໂດຍມີເປົ້າ           ໝາຍຜະລິດໄຟຟ້າສົ່ງຂາຍໃຫ້ໄດ້ 138 ລ້ານໂດລາ ແລະ ຄາດວ່າຈະປະກອບສ່ວນໃຫ້ລັດຖະບານລວມເປັນເງິນອາກອນ ແລະ ຄ່າພາກຫຼວງຈໍານວນ 20 ລ້ານໂດລາ. ພ້ອມກັນນັ້ນກໍຈະສູ້ຊົນຊຳລະໜີ້ໃຫ້ໝົດໃນປີ 2024 ຊຶ່ງເປັນເງິນທີ່ກູ້ຢືມຈາກທະນາຄານ ເພື່ອມາກໍ່ສ້າງໂຄງການ ເທີນ-ຫີນບູນ ພາກຂະຫຍາຍ ຈໍານວນ 700 ກວ່າລ້ານໂດລາ ໂດຍໄດ້ທໍາການຊຳລະໜີ້ເງິນກູ້ມາແລ້ວ 10 ປີ ຊຶ່ງໃນປີ 2024 ນີ້ ເປັນປີສຸດທ້າຍ ທີ່ທາງບໍລິສັດຈະຕ້ອງຊໍາລະເງິນຈໍານວນ 67 ລ້ານໂດລາ ຄາດວ່າຈະໃຫ້ສໍາເລັດໃນເດືອນກັນຍາປີ 2024. ພາຍຫຼັງສຳລະໜີ້ກູ້ຢືມສໍາເລັດແລ້ວ ລັດຖະບານຈະໄດ້ຮັບເງິນປັນຜົນເພີ່ມຂຶ້ນຕື່ມຫຼາຍກວ່າ 30 ກວ່າລ້ານໂດລາຕໍ່ປີ.
 ຢ່າງໃດກໍຕາມການດໍາເນີນທຸລະກິດດ້ານພະລັງງານໄຟຟ້າ ຈະປະສົບຜົນສໍາເລັດເປັນຢ່າງດີ ກໍຕ້ອງມີພະນັກງານງານທີ່ດີ-ເກັ່ງ, ມີລະບົບການບໍລິຫານຈັດການທີ່ດີ, ມີການຜະລິດໄຟຟ້າທີ່ເປັນມິດຕໍ່ສິ່ງແວດລ້ອມ, ປັດຈຸບັນເຂື່ອນ ເທີນ-ຫີນບູນ ມີພະນັກງານທັງໝົດຈໍານວນ 100 ກວ່າຄົນ ຊຶ່ງຖືວ່າເປັນບໍລິສັດໜຶ່ງທີ່ມີພະນັກງານທີ່ເປັນຄົນລາວຫຼາຍທີ່ສຸດ. ສ່ວນໃນດ້ານວຽກງານປົກປັກຮັກສາສິ່ງແວດລ້ອມແມ່ນຍັງຈະສືບຕໍ່ປະຕິບັດຕາມພັນທະຂອງຕົນ, ນອກນັ້ນທາງບໍລິສັດໄດ້ປະຕິບັດພັນທະສັນຍາດ້ານສັງຄົມກັບແຂວງຄໍາມ່ວນ ແລະ ແຂວງບໍລິຄໍາໄຊ ແມ່ນຈະສໍາເລັດໃນປີ 2024 ນີ້. ເຖິງແນວໃດກໍຕາມ, ບໍລິສັດ ຍັງຈະສືບຕໍ່ໃຫ້ຄວາມຊ່ວຍເຫຼືອແກ່ 2 ແຂວງດັ່ງກ່າວຕໍ່ໄປ ໂດຍສະເພາະແມ່ນການປົກປັກຮັກສາປ່າໄມ້ທີ່ເປັນແຫຼ່ງຕົ້ນນໍ້າເພື່ອເພີ່ມພື້ນທີ່ປົກຫຸ້ມຂອງປ່າໄມ້ ແລະ ເພີ່ມຄວາມຊຸມຊື່ນຢູ່ໃນດິນ, ການອະນຸລັກສັດນໍ້າ-ສັດປ່າ ບໍ່ໃຫ້ຖືກທໍາລາຍເພື່ອຮັກສາລະບົບນິເວດໃຫ້ມີຄວາມຍືນຍົງ ແລະ ເພື່ອເປັນການຫຼຸດຜ່ອນບັນຫາໂລກຮ້ອນນໍາອີກ.