ໂດຍ: ວັນໄຊ ຕະວິນຍານ
ໃນທິດທາງແຜນການ 6 ເດືອນທ້າຍປີ 2024 ນີ້,ທະນາຄານແຫ່ງ ສປປ ລາວ ຈະຕັ້ງໜ້າສູ້ຊົນຄຸ້ມຄອງເງິນເຟີ້ສົ່ງເສີມການນໍາໃຊ້ ເງິນກີບ ແລະ ເງິນສະກຸນທ້ອງຖິ່ນກັບປະເທດຄູ່ຄ້າສໍາຄັນ.
ທ່ານ ບຸນເຫຼືອ ສິນໄຊວໍຣະວົງຜູ້ວ່າການທະນາຄານແຫ່ງ ສປປ ລາວກ່າວຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ລະຫວ່າງວັນທີ 10 ມິຖຸນາ ຫາ 2 ກໍລະກົດວ່າ:ຕໍ່ກັບມາດຕະການຄຸ້ມຄອງອັດຕາເງິນເຟີ້.ທະນາຄານຈະ ສືບຕໍ່ຄຸ້ມຄອງອັດຕາແລກປ່ຽນໃຫ້ມີສະຖຽນລະພາບດີຂຶ້ນ ແລະ ແກ້ໄຂບັນຫາຄວາມບໍ່ເຊື່ອໝັ້ນຕໍ່ກັບຄ່າເງິນກີບ (Expectation) ທີ່ຈໍາເປັນທີ່ສຸດທີ່ໄລຍະຕໍ່ໜ້າ ສໍາລັບການປະຕິບັດນະໂຍບາຍເສດຖະກິດມະຫາພາກ ໂດຍສະເພາະນະໂຍບາຍເງິນຕາ ແມ່ນຕ້ອງຢຶດຖືເອົາການຮັກສາສະຖຽນລະພາບຄ່າເງິນກີບ ເປັນອັນຕົ້ນຕໍ ເພື່ອດຶງຄວາມເຊື່ອໝັ້ນຂອງສັງຄົມໃຫ້ກັບມາຖືຄອງເງີນກີບ. ຄຸ້ມຄອງປະລິມານເງິນໃຫ້ຂະຫຍາຍຕົວໃນຈັງຫວະທີ່ເໝາະສົມຫຼຸດຜ່ອນການຂະຫຍາຍຕົວຂອງຖານເງິນ ທຫລ ທີ່ບໍ່ໄດ້ມາຈາກການປະຕິບັດນະໂຍບາຍເງິນຕາ, ພັດທະນາເຄື່ອງມືນະໂຍບາຍເງິນຕາ, ຕິດຕາມສະພາບຄ່ອງຂອງທະນາຄານທຸລະກິດຢູ່ ສປປ ລາວ ເພື່ອເປັນບ່ອນອີງໃນການດໍາເນີນເຄື່ອງມືນະໂຍບາຍເງິນຕາ ເປັນຕົ້ນສືບຕໍ່ຄົ້ນຄວ້າປັບປຸງໂຄງປະກອບ,ກົນໄກການ ຄິດໄລ່,ຕິດຕາມ ແລະ ຮັກສາຖານເງິນແຮຝາກບັງຄັບຂອງທະນາຄານທຸລະກິດ ໃຫ້ສອດຄ່ອງແຕ່ລະໄລຍະ ແນໃສ່ສ້າງຄວາມໝັ້ນຄົງຂອງລະບົບທະນາຄານ ແລະ ການຂະຫຍາຍຕົວຂອງປະລິມານເງິນ; ສືບຕໍ່ຄົ້ນຄວ້າກໍານົດ ນະໂຍບາຍອັດຕາດອກເບ້ຍ ສໍາລັບເງິນກີບໃຫ້ເໝາະສົມ ເພື່ອສ້າງຄວາມເຊື່ອໝັ້ນໃຫ້ຄ່າເງິນກີບ; ຊຸກຍູ້ການເຄື່ອນໄຫວຕະຫຼາດເປີດໃຫ້ແຂງແຮງ ໂດຍການສ້າງຜະລິດຕະພັນໃໝ່ ເປັນຕົ້ນພັນທະບັດ ທຫລ ໄລຍະ 3 ເດືອນ ແລະ 6 ເດືອນ ເພື່ອໃຫ້ທະນາຄານທຸລະກິດສາມາດບໍລິຫານສະພາບຄ່ອງໃຫ້ມີຄວາມຄ່ອງຕົວ. ປະສານສົມທົບກັບກະຊວງກ່ຽວຂ້ອງ ເພື່ອຮີບຮ້ອນຄົ້ນຄວ້າກໍານົດ-ປັບປຸງໂຄງສ້າງລາຄາສິນຄ້າທີ່ກະທົບໄວ ຕໍ່ດັດຊະນີລາຄາການຊົມໃຊ້ (CPI). ປະຕິບັດນະໂຍບາຍອັດຕາແລກປ່ຽນຕາມກົນໄກຕະຫຼາດທີ່ມີການຄຸ້ມຄອງຂອງລັດ ດ້ວຍການກໍານົດອັດຕາແລກປ່ຽນໃຫ້ມີຄວາມຍືດຍຸ່ນ, ປັບປຸງຖານະການເງິນ ຂອງ ທຫລ ໃຫ້ມີຄວາມເຂັ້ມແຂງ, ລວມທັງເຮັດໃຫ້ຄັງສໍາຮອງເງິນຕາຕ່າງປະເທດ ໃຫ້ຢູ່ໃນລະດັບ ຮັບປະກັນໄດ້ຂັ້ນພື້ນຖານ ດ້ວຍການເກັບຊື້ເງິນຕາຕ່າງປະເທດຕາມລະດູການ ແລະ ເກັບກູ້ຄືນໜີ້ສິນ ເພື່ອປ້ອງກັນບໍ່ໃຫ້ຂາດເງິນຕາຕ່າງປະເທດໃຫ້ການສະໜອງສິນຄ້າບຸລິມະສິດ (ນ້ໍາມັນເຊື້ອໄຟ) ເພື່ອປ້ອງກັນຄວາມສ່ຽງ ບໍ່ໃຫ້ເກີດສະພາບການຜິດນັດຊໍາລະໜີ້ສິນຕ່າງປະເທດ. ດັດສົມເງິນຕາຕ່າງປະເທດ ໃຫ້ການນໍາເຂົ້າສິນຄ້າບຸລິມະສິດ ເພື່ອຫຼຸດຜ່ອນແຮງກົດດັນຕໍ່ອັດຕາແລກປ່ຽນ; ເພີ່ມທະວີການຊຸກຍູ້ບັນດາທະນາຄານທຸລະກິດຂະຫຍາຍໜ່ວຍບໍລິການແລກປ່ຽນເງິນຕາໃຫ້ຫຼາຍຂຶ້ນ, ຄຸ້ມຄອງສະກັດກັ້ນການຄ້ານອກລະບົບ ແລະ ເພີ່ມທະວີການຈໍາກັດຄວາມຕ້ອງການເງິນຕານອກລະບົບ.ສ້າງຄວາມສົມດຸນໃຫ້ແກ່ດຸນການຊໍາລະກັບຕ່າງປະເທດ ໂດຍລັດຖະບານປະຕິບັດນະໂຍບາຍ ແລະ ມາດຕະການສົ່ງເສີມການລົງທຶນຕ່າງປະເທດ, ການທ່ອງທ່ຽວ, ການສົ່ງອອກສິນຄ້າ ຢ່າງແຂງແຮງ ເພື່ອເພີ່ມລາຍຮັບເປັນເງິນຕາຕ່າງປະເທດ ແລະ ຈໍາກັດການນໍາເຂົ້າ ເພື່ອໃຫ້ຖານະດຸນເງິນຕາຕ່າງປະເທດ ກ້າວເຂົ້າສູ່ຄວາມສົມດຸນ ແລະ ເກີນດຸນ.
ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ກ່າວຕື່ມວ່າ, ສໍາລັບມາດຕະການຄຸ້ມຄອງເງິນຕາຕ່າງປະເທດທະນາຄານ ສປປ ລາວຈະຄຸ້ມຄອງເງິນຕາຕ່າງປະເທດເຂົ້າສູ່ລະບົບທະນາຄານໃຫ້ຫຼາຍຂຶ້ນ ສືບຕໍ່ຈົດທະບຽນ ແລະ ຢັ້ງຢືນເປີດບັນຊີສະເພາະໃຫ້ຜູ້ນໍາເຂົ້າ-ສົ່ງອອກໃຫ້ຄົບຖ້ວນ, ການສ້າງ, ປັບປຸງ ແລະ ຈັດຕັ້ງປະຕິບັດນິຕິກໍາກ່ຽວກັບກັບການຄຸ້ມຄອງເງິນຕາຕ່າງປະເທດ, ການພັດທະນາ ແລະ ນໍາໃຊ້ລະບົບຄຸ້ມຄອງ ກະແສເງິນຕາຕ່າງປະເທດ ແລະ ການສົ່ງເສີມການນໍາໃຊ້ເງິນກີບ. ອອກໃບຢັ້ງຢືນເພື່ອໃຫ້ຜູ້ນໍາເຂົ້າ-ສົ່ງອອກ ໂດຍສະເພາະຫົວໜ່ວຍໃນຂະແໜງການບໍລິການ ໃຫ້ເປີດບັນຊີ ສະເພາະໃຫ້ຄົບຖ້ວນ ແລະ ສອດຄ່ອງກັບຈໍານວນການລົງທະບຽນຂອງກະຊວງອຸດສະຫະກໍາ ແລະ ການຄ້າ. ຊຸກຍູ້ ແລະ ຕິດຕາມການຈັດຕັ້ງປະຕິບັດຂໍ້ຕົກລົງ ເລກທີ 333/ທຫລ ແລະ ປະເມີນຜົນໃນໄລຍະ 3-6 ເດືອນ ໂດຍ ເນັ້ນໃສ່ການຄຸ້ມຄອງລາຍຮັບໃຫ້ເຂົ້າສູ່ລະບົບຫຼາຍຂຶ້ນ ແຕ່ບໍ່ໃຫ້ມີຜົນກະທົບຕໍ່ສະພາບແວດລ້ອມໂດຍລວມ ຂອງການດໍາເນີນທຸລະກິດຂອງນັກລົງທຶນ ແລະ ຜູ້ສົ່ງອອກສິນຄ້າ ແລະ ການບໍລິການ. ພັດທະນາລະບົບການບໍລິຫານກະແສເງິນຕາຕ່າງປະເທດ (CMS) ເຂົ້າໃນການຕິດຕາມລາຍຮັບຈາກການສົ່ງອອກ ໃຫ້ສາມາດເຊື່ອມກັບລະບົບ 7 ທະນາຄານ ທີ່ມີລູກຄ້າເປັນຜູ້ສົ່ງອອກ ກ່ອນເປີດນໍາໃຊ້ກັບທຸກທະນາຄານ ໃນໄຕມາດ 3/2024. ສຸມໃສ່ຄຸ້ມຄອງບໍລິສັດສົ່ງອອກລາຍໃຫຍ່ 100 ບໍລິສັດ (ມູນຄ່າສົ່ງອອກເກີນ 10 ລ້ານໂດລາ/ປີ ຂຶ້ນໄປ) ຊຶ່ງກວມ 85% ຂອງການສົ່ງອອກທັງໝົດ ຜ່ານບັນຊີສະເພາະ ໃນການຕິດຕາມມູນຄ່າສົ່ງອອກ ແລະ ການໂອນລາຍຮັບເຂົ້າມາແຕ່ລະງວດໃຫ້ຄົບຖ້ວນ. ຄຸ້ມຄອງການໂອນເງິນຕາຕ່າງປະເທດ ຜ່ານບັນຊີຂອງທະນາຄານທຸລະກິດ, ຄຸ້ມຄອງແຫຼ່ງເງິນຕາ ຈາກການສົ່ງອອກ ລາຍຮັບແຮງງານ ແລະ ການທ່ອງທ່ຽວໃຫ້ເຂົ້າສູ່ລະບົບຫຼາຍຂຶ້ນ.ສ້າງ ແລະ ປັບປຸງນິຕິກໍາຄຸ້ມຄອງການໂອນເງິນລາຍຮັບລະຫວ່າງປະເທດຜ່ານລະບົບໂອນເງິນແບບທົ່ວໄປ ( Western Union ແລະ MoneyGram). ກວດກາ ການເຄື່ອນໄຫວທຸລະກໍາເງິນຕາຕ່າງປະເທດ ທີ່ບໍ່ຖືກຕ້ອງຕາມກົດໝາຍ ເຊັ່ນ: ການແລກປ່ຽນເງິນຕາຊະຊາຍ, ການໃຫ້ບໍລິການໂອນເງິນດ່ວນຜ່ານບັນຊີ, ການເປີດບັນຊີການນໍາເຂົ້າ-ສົ່ງອອກ ແລະ ການເປີດບັນຊີການລົງທຶນ ແລະ ສົ່ງເສີມການນໍາໃຊ້ເງິນກີບ ເຂົ້າໃນການຊໍາລະພາຍໃນໃຫ້ເພີ່ມຂື້ນ ໂດຍສະເພາະບັນດາເປົ້າໝາຍທີ່ຍັງມີການຮັບຊໍາລະເປັນເງິນຕາຕ່າງປະເທດ ເປັນຕົ້ນ ພາສີ-ອາກອນ, ຄ່າໄຟຟ້າ, ແລະ ຄ່າແຮງງານ ແລະ ອື່ນໆ; ໃຫ້ສໍາເລັດການເຈລະຈາການສົ່ງເສີມສະກຸນເງິນທ້ອງຖິ່ນກີບ-ດົງ ເຂົ້າໃນການຊໍາລະຊຶ່ງຄາດວ່າຈະໃຫ້ສໍາເລັດພາຍໃນປີ 2024.