ທ່ານ ນາງ ວຽງພອນ ແກ້ວຄູນສີ ຫົວໜ້າພະແນກຖະແຫຼງຂ່າວ,ວັດທະນະທໍາ ແລະ ທ່ອງທ່ຽວນະຄອນຫຼວງວຽງຈັນ ໄດ້ລາຍງານໃນກອງປະຊຸມສະໄໝສາມັນເທື່ອທີ7 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ (ນວ) ຊຸດທີII, ກ່ຽວກັບການດຳເນີນການຈັດຕັ້ງປະຕິບັດການຜັນຂະຫຍາຍ ແລະ ຊຸກຍູ້ສົ່ງເສີມການທ່ອງທ່ຽວ ນວ ໃນວັນທີ 9 ກໍລະກົດ ຜ່ານມາວ່າ:ຜ່ານການຈັດຕັ້ງປະຕິບັດ ເຫັນໄດ້ວ່າ ວຽກງານສົ່ງເສີມການທ່ອງທ່ຽວຢູ່ ນວ ມີທ່າອ່ຽງຂະຫຍາຍຕົວ, ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ນວ ແມ່ນໄດ້ເອົາໃຈໃສ່ຄື:ໄດ້ວາງແຜນ ແລະກຳນົດແຜນພັດທະນາ ແລະສົ່ງເສີມການທ່ອງທ່ຽວເປັນພື້ນຖານ, ພ້ອມນັ້ນກໍໄດ້ກຳນົດບັນດາກິດກໍາການທ່ອງທ່ຽວ ຮ່ວມກັບພາກທຸລະກິດການທ່ອງທ່ຽວຢູ່ນວ, ໂດຍອີງໃສ່ພື້ນຖານການທ່ອງທ່ຽວທາງດ້ານທຳມະຊາດ, ວັດທະນະທຳ ແລະປະຫວັດສາດ ທີ່ເປັນທ່າແຮງຂອງນວ. ປີ2024 ໄດ້ກຳນົດເອົາ 12ກິດຈະກຳເປັນພື້ນຖານ ແລະກິດຈະກຳຍ່ອຍທີ່ປິ່ນອ້ອມອີກຈໍານວນໜຶ່ງເພື່ອກຳນົດເຂົ້າໃນປະຕິທິນການທ່ອງທ່ຽວລາວ, ສະຖິຕິສິ່ງຮອງຮັບດ້ານການທ່ອງທ່ຽວຂອງ ນວ ມີສະຖານທີ່ພັກແຮມ ຈໍານວນ 609ແຫ່ງ, ຮ້ານອາຫານ ແລະພັດຕະຄານ 217ແຫ່ງ, ສະຖານທີ່ທ່ອງທ່ຽວ 81 ແຫ່ງ, ບໍລິສັດທ່ອງທ່ຽວ 260 ບໍລິສັດ, ສະຖານ ບັນເທີງ 37ແຫ່ງ, ຮ້ານນວດ ແລະສະປາ 23ແຫ່ງ.  
ໃນ 5ເດືອນ ຕົ້ນປີ 2024 ໄດ້ມີນັກລົງທຶນທັງພາຍໃນ ແລະຕ່າງປະເທດລົງທຶນເຂົ້າໃນທຸລະກິດການທ່ອງທ່ຽວ ມູນຄ່າທັງໝົດ 1.111.974.997.500 ກີບ. (ທຸລະກິດດ້ານທີ່ພັກໂຮງແຮມ 16ຫົວໜ່ວຍ, ທຸລະກິດອາຫານ-ເຄື່ອງດື່ມ 20ຫົວໜ່ວຍ, ບໍລິສັດທ່ອງທ່ຽວ 16 ຫົວໜ່ວຍ, ສະຖານທີ່ທ່ອງທ່ຽວ 2 ຫົວໜ່ວຍ ແລະທຸລະກິດນວດ ແລະສະປາ 4 ຫົວໜ່ວຍ). ຈໍານວນນັກທ່ອງທ່ຽວເຂົ້າມາທ່ອງທ່ຽວ ນວ ມີຈຳນວນ674.196ເທື່ອຄົນ ແລະ ເອົາໃຈໃສ່ວຽກງານອື່ນໆ.
ທ່ານ ນາງ ວຽງພອນ ແກ້ວຄູນສີ ກ່າວຕື່ມວ່າ: ເປົ້າໝາຍຈັດຕັ້ງປະຕິບັດຜັນຂະຫຍາຍຈຸດສຸມວາລະແຫ່ງຊາດ ໃນຂະແໜງທ່ອງທ່ຽວ ແລະ ກິດຈະກຳ ສົ່ງເສີມປີທ່ອງທ່ຽວລາວ2024 ມີຄື:ຂຶ້ນແຜນປັບປຸງທິວທັດບໍລິເວນອ້ອມຮອບເຂດມໍລະດົກພະທາດຫຼວງທັງໝົດ ໂດຍຈັດແບ່ງອອກ ເປັນ 3 ເຂດຕົ້ນຕໍ ໃຫ້ໄປຕາມຕົວຊີ້ວັດ 6 ສ ຂອງການພັດທະນາ ນວ. ພ້ອມນີ້ ສະເໜີຂັ້ນສູນກາງຮັບຮອງແຫຼ່ງທ່ອງທ່ຽວ 5ດາວ ຢູ່ນວ ເປັນຈຸດລິເລີ່ມທໍາອິດ, ສະເໜີຮັບຮອງແບບ ແລະ ດໍາເນີນກິດຈະກຳວຽງລາຕີ ແລະ ຈັດຕັ້ງປະຕິບັດໃຫ້ເປັນຮູບປະທໍາ ຮ່ວມກັບພາກທຸລະກິດ, ປະສານສົມທົບກັບພາກທຸລະກິດ ຮ່ວມມືດ້ານການສົ່ງເສີມການທ່ອງທ່ຽວກະສິກຳສີຂຽວ ແລະ ຍືນຍົງ ໂດຍສະເພາະ ໂຄງການປູກພືດຜັກປອດສານພິດ, ລ້ຽງກຸ້ງນໍ້າຈືດ ໃນເຂດຈຸດສຸມພັດທະນາໃໝ່ ນາໂງມ-ນາຕານ ໃຫ້ກາຍເປັນແຫຼ່ງທ່ອງທ່ຽວໃໝ່, ສືບຕໍ່ຊຸກຍູ້ພາກທຸລະກິດ ແລະ ຮັບຮອງແບບແຜນຜັງການສົ່ງເສີມການທ່ອງທ່ຽວທຳມະຊາດ, ວັດທະນະທຳ, ປະຫັວດສາດ ຕາມຄ່ອງນໍ້າວຽງຈັນ (ເຂດບຶງທາດຫຼວງ), ສົມທົບກັບ ຫໍວັດທະນະທຳ ກະຊວງ ຖວທ ຈັດລາຍການສະແດງສິລະປະວັດທະນະທໍາ ໃນຍາມຄໍ່າຄືນ ເພື່ອຕ້ອນຮັບນັກທ່ອງທ່ຽວ ໂດຍການມີສ່ວນຮ່ວມຂອງພາກທຸລະກິດ, ຂຶ້ນແຜນຈັດກິດຈະກຳສົ່ງເສີມການທ່ອງທ່ຽວກາງຄືນ “ເສດຖະກິດກາງຄືນ” ຕິດພັນກັບມາດຕະການຄຸ້ມຄອງ, ຈະໄດ້ສຸມໃສ່ຈັດຕັ້ງປະຕິບັດບັນດາກິດຈະກຳການທ່ອງທ່ຽວ ທີ່ໄດ້ກຳນົດໄວ້ໃນປະຕິທິນການທ່ອງທ່ຽວໃຫ້ສໍາເລັດຕາມແຜນ, ພ້ອມທັງ ຈະໄດ້ຊຸກຍູ້ສົ່ງເສີມໃຫ້ຜູ້ປະກອບການທຸລະກິດສະຖານທີ່ທ່ອງທ່ຽວໄດ້ເອົາໃຈໃສ່ປັບປຸງຍົກສູງຄຸນນະພາບການບໍລິການ. ຊຸກຍູ້ໃຫ້ສະຖານທີ່ທ່ອງທ່ຽວພິພິທະພັນສິລະປະວຽງຈັນຮ່ວມສະໄໝ (ໂນນສະອາດ), ສະຖານທີ່ທ່ອງທ່ຽວທຳມະຊາດເຂດສະຫງວນດົງເວີນແທ່ນໄດ້ເປີດບໍລິການຮັບໃຊ້ນັກທ່ອງທ່ຽວ ແລະຄະນະຜູ້ແທນທີ່ຈະເດີນທາງມາຮ່ວມກອງປະຊຸມໃນຫຼາຍລະດັບ ແລະ ວຽກງານອື່ນໆ.
    (ຂ່າວ-ພາບ: ແສງຈັນ)