ກອງປະຊຸມຄົບຄະນະບໍລິຫານງານພັກ ຄັ້ງທີ 13 ສະໄໝທີIV ຂອງອົງຄະນະພັກສານປະຊາຊົນສູງສຸດ ໄດ້ຈັດຂຶ້ນໃນວັນທີ 16 ກໍລະກົດນີ້ ທີ່ສານປະຊາຊົນສູງສຸດ (ສປສສ),ພາຍໃຕ້ການເປັນປະທານຂອງສະຫາຍ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານສານປະຊາຊົນສູງສຸດ ຊຶ່ງມີຮອງເລຂາຄະນະປະຈຳພັກ ຄະນະບໍລິຫານງານພັກ ເຂົ້າຮ່ວມ.
ຈຸປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອເປັນການສະຫຼຸບຕີລາຄາການນຳພາ-ຊີ້ນຳ ຂອງຄະນະບໍລິຫານງານພັກ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ. ໃນໄລຍະ 6 ເດືອນຜ່ານມາ ຄະນະບໍລິຫານງານພັກ ສານປະຊາຊົນສູງສຸດ ໄດ້ເອົາໃຈໃສ່ນໍາພາຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ສະມາຊິກພັກ ອົງຄະນະພັກສານປະຊາຊົນສູງສຸດ ຄັ້ງທີ IV ທ້າຍສະໄໝ ຢ່າງຕັ້ງໜ້າ, ຄຽງຄູ່ກັບການຈັດຕັ້ງປະຕິບັດ ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI, ດ້ວຍການນໍາພາ-ຊີ້ນໍາ ສະມາຊິກພັກ-ພະນັກງານ ໃນການປະຕິບັດບັນດາແຜນງານ, ໂຄງການເພື່ອຍົກສູງປະສິດທິພາບການເຄື່ອນໄຫວວຽກງານ ຂອງສານປະຊາຊົນໃນເງື່ອນໄຂໃໝ່ ໃຫ້ມີຄວາມເຂັ້ມແຂງທາງດ້ານການຈັດຕັ້ງ ແລະ ໜັກແໜ້ນທາງດ້ານບຸກຄະລາກອນ ຊຶ່ງໄດ້ສະແດງອອກດ້ານວິຊາການໄດ້ນໍາພາປັບປຸງກົນໄກການດໍາເນີນຄະດີຢູ່ສານປະຊາຊົນສູງສຸດ ແລະ ສານປະຊາຊົນທ້ອງຖິ່ນໃຫ້ມີຄວາມວ່ອງໄວ ແລະ ຄຸນນະພາບ ໂດຍສະເພາະການດໍາເນີນຄະດີຢູ່ສານຂັ້ນຕົ້ນ ຕ້ອງຮັບປະກັນຄຸນນະພາບ, ຖືກຕ້ອງ ແລະ ເປັນທຳ ຊຶ່ງໄດ້ແຕ່ງຕັ້ງຄະນະຮັບຜິດຊອບຊຸກຍູ້ຕິດຕາມການໂຕ້ແຍ່ງ-ໂຕ້ຖຽງ ແລະ ດຳເນີນການລົງຕິດຕາມ, ຊຸກຍູ້ການໂຕ້ຖຽງຢູ່ສານປະຊາຊົນ ຢູ່ແຂວງພາກເໜືອ ແລະ ສານແຂວງສະຫວັນນະເຂດ; ໄດ້ຊຸກຍູ້ໃຫ້ຄະນະສານຂອງສານປະຊາຊົນສູງສຸດ ລົງຊຸກຍູ້ຕິດຕາມການດໍາເນີນຄະດີ ຂອງສານປະຊາຊົນທ້ອງຖິ່ນ ຕາມສາຍຕັ້ງ ເພື່ອຮັບປະກັນການແກ້ໄຂຄະດີ ໃຫ້ມີຄວາມລະອຽດ ຮອບຄອບ ແລະ ຖືກຕ້ອງ ມາແຕ່ສານຂັ້ນລຸ່ມ. ຜ່ານການຈັດຕັ້ງປະຕິບັດສາມາດຕີລາຄາປະເມີນຜົນການດໍາເນີນ ແລະ ແກ້ໄຂຄະດີ ມີຄວາມວ່ອງໄວ ແລະ ມີຄຸນນະພາບເທື່ອລະກ້າວສະແດງອອກຄະດີຢູ່ສານປະຊາຊົນທົ່ວປະເທດ ມີທັງໝົດ 5.919 ເລື່ອງ, ແກ້ໄຂໄດ້ 1.335 ເລື່ອງ, ເທົ່າກັບ 40,71%. ຖ້າທຽບໃສ່ແຜນການ ແລະ ຄາດໝາຍສູ້ຊົນການ ແກ້ໄຂຄະດີເຫັນໄດ້ວ່າ: ຄະດີອາຍາ ປະຕິບັດໄດ້ 64,67% ຂອງຄາດໝາຍ 90%, ຄະດີແພ່ງ ປະຕິບັດໄດ້ 23,57% ຂອງຄາດໝາຍ 75%, ຄະດີການຄ້າ ປະຕິບັດໄດ້ 16,62% ຂອງຄາດໝາຍ 75%, ຄະດີຄອບຄົວ ປະຕິບັດໄດ້ 29,49% ຂອງຄາດໝາຍ 85%ຄະດີເດັກ ປະຕິບັດໄດ້ 68,93% ຂອງຄາດໝາຍ 85%, ຄະດີແຮງງານ ປະຕິບັດໄດ້ 34,14% ຂອງຄາດໝາຍ 85%, ສານທະຫານພາກ ປະຕິບັດໄດ້ 35,67% ແລະ ສານທະຫານຂັ້ນສູງ ປະຕິບັດໄດ້ 83,33% ຂອງຄາດໝາຍ 90%.
(ຂ່າວ:ຕຸໄລເພັດ)