ອົງການໄອຍະການປະຊາຊົນແຂວງໄຊຍະບູລີ ໄດ້ຈັດພິທີປະກາດແຕ່ງຕັ້ງພະນັກງານອົງການໄອຍະການປະຊາຊົນເຂດ III ປະຈຳເມືອງຊຽງຮ່ອນ ແຂວງໄຊຍະບູລີຂຶ້ນໃນວັນທີ 16 ກໍລະກົດຜ່ານມາ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ພຸດທະວົງ ບົວລະພາ ຫົວໜ້າກົມກວດກາທົ່ວໄປ ອົງການໄອຍະການປະຊາຊົນສູງສຸດ, ມີທ່ານ ແສງອາທິດ ສາວເບຼຍຢາທໍ່ ວ່າການເຈົ້າເມືອງໆຊຽງຮ່ອນ, ມີທ່ານ ສົມເພັດ ຫຼຽນທອງ ຫົວໜ້າອົງການໄອຍະການປະຊາຊົນແຂວງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ, ຄະນະຮັບຜິດຊອບໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງສິດ, ໜ້າທີ, ພາລະບົດບາດ ແລະ ການເຄື່ອນໄຫວຂອງອົງການໄອຍະການປະຊາຊົນເຂດ, ປະຈໍາເມືອງ ແລະ ເທດສະບານ, ຜ່ານຂໍ້ຕົກລົງຂອງອົງການໄອຍະການປະຊາຊົນສູງສຸດ ວ່າດ້ວຍການແຕ່ງຕັ້ງຮອງຫົວໜ້າຫ້ອງການອົງການໄອຍະການປະຊາຊົນເຂດ III ປະຈຳເມືອງຊຽງຮ່ອນ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດຕົກລົງແຕ່ງຕັ້ງທ່ານ ລອງ ຍົດບຸນ ຮອງຫົວໜ້າຫ້ອງການໄອຍະການປະຊາຊົນເຂດ III ມາປະຈໍາຢູ່ເມືອງຊຽງຮ່ອນ, ແຕ່ງຕັ້ງທ່ານນາງ ຄຳແພງ ອ່ອນພັນ ເປັນຮອງຫົວໜ້າໜ່ວຍງານວິຊາການ, ແຕ່ງຕັ້ງທ່ານ ສາຍສະຫວັນ ພຽນວິຈິດ ເປັນຮອງຫົວໜ້າຫ້ອງການໄອຍະການປະຊາຊົນເຂດ III ປະຈໍາເມືອງຊຽງຮ່ອນ, ແຕ່ງຕັ້ງທ່ານ ອຸດອນ ຄຳແຫງ ແລະ ທ່ານ ສິດ ສຸກສາຄອນ ເປັນວິຊາການປະຈຳຢູ່ໄອຍະການເມືອງຊຽງຮ່ອນ.
ໂອກາດນີ້, ທ່ານ ພຸດທະວົງ ບົວລະພາ ໄດ້ໃຫ້ກຽດໂອ້ລົມເນັ້ນໜັກໃຫ້ອົງການໄອຍະການປະຊາ ຊົນເຂດ III ປະຈຳເມືອງຊຽງຮ່ອນ ສືບຕໍ່ຈັດຕັ້ງປະຕິບັດວຽກງານຕາມພາລະບົດບາດ, ສິດ ແລະ ໜ້າທີ່ ທີ່ໄດ້ກຳນົດໄວ້ ແນໃສ່ການຕິດຕາມກວດກາ ການປະຕິບັດກົດໝາຍໃຫ້ມີຄວາມສັກສິດ, ເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງຂອງຕົນໃຫ້ມີຄວາມເຂັ້ມແຂງ, ເອົາໃຈໃສ່ດ້ານການເມືອງ-ແນວຄິດ, ການຈັດຕັ້ງ, ສືບ ຕໍ່ປະຕິບັດວຽກງານວິຊາສະເພາະໃຫ້ທ່ວງທັນເວລາ ແລະ ປະຕິບັດສິດ, ໜ້າທີ່ອື່ນໆຕາມກົດໝາຍທີ່ກຳ ນົດໄວ້ໃຫ້ມີຄວາມຍຸຕິທຳ, ສືບຕໍ່ປະສານງານກັບຄະນະພັກ, ອົງການປົກຄອງເມືອງ, ຂະແໜງການຕ່າງໆຢູ່ພາຍໃນເມືອງ, ອົງການປົກຄອງບ້ານ ພ້ອມທັງເຂົ້າຮ່ວມຂະບວນການຕ່າງໆທີ່ເມືອງຈັດຂຶ້ນ ແລະ ປະຕິ ບັດລະບອບການສ່ອງແສງລາຍງານຕາມສາຍຕັ້ງ-ສາຍຂວາງໃຫ້ເປັນປົກກະຕິ. ຈາກນັ້ນ, ຍັງໄດ້ຮ່ວມກັນເປີດປ້າຍອົງການໄອຍະການປະຊາຊົນເຂດ III ປະຈໍາເມືອງຊຽງຮ່ອນຢ່າງເປັນທາງການ. ໃນພິທີທ່ານ ພຸດທະວົງ ບົວລະພາ ໄດ້ມອບອຸປະກອນຮັບໃຊ້ຫ້ອງການ ແລະ ເງິນສົດຈຳນວນໜຶ່ງໃຫ້ອົງການໄອຍະການປະຊາຊົນເຂດ III ປະຈຳເມືອງຊຽງຮ່ອນ ເພື່ອຮັບໃຊ້ວຽກງານວິຊາສະເພາະຕື່ມອີກ.
ຂ່າວ: ຖວທ ຊຽງຮ່ອນ