ແຂວງຈຳປາສັກ ໄດ້ຈັດກອງປະຊຸມຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຄຳສັ່ງຂອງທ່ານນາຍົກລັດຖະມົນຕີ ສະບັບເລກທີ 11/ນຍ, ລົງວັນທີ 21/7/2023 ວ່າດ້ວຍການເພີ່ມທະວີຄວາມຮັບຜິດຊອບໃນການຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນຳໃຊ້ປ່າໄມ້, ທີ່ດິນປ່າໄມ້, ຕ້ານ ແລະ ສະກັດກັ້ນການບຸກລຸກທຳລາຍປ່າໄມ້, ທີ່ດິນປ່າໄມ້ ແລະ ໄຟໄໝ້ລາມປ່າ; ສະຫຼຸບຖອດຖອນບົດຮຽນ ກ່ຽວກັບການຈັດຕັ້ງປະຕິບັດຄຳສັ່ງຂອງທ່ານເຈົ້າແຂວງຈຳປາສັກ ສະບັບເລກທີ 011/ຈຂ.ຈສ, ລົງວັນທີ 3/8/2020 ພ້ອມທັງຄົ້ນຄວ້າປຶກສາຫາລື ແລະ ວາງທິດທາງແຜນການຕໍ່ໜ້າ ຂຶ້ນເມື່ອບໍ່ດົນມານີ້ ທີ່ ເມືອງໂຂງ ໂດຍມີທ່ານ ສົມບູນ ເຮືອງວົງສາ ຮອງເຈົ້າແຂວງຈຳປາສັກ, ທ່ານ ປະດິດ ວັນນະລັດສະໝີ ປະທານກວດກາພັກ ຫົວໜ້າອົງການກວດກາລັດແຂວງ, ມີເຈົ້າເມືອງໆໂຂງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ຄຳ ນິລະວົງ ວ່າການຫົວໜ້າພະແນກກະສິກຳ-ປ່າໄມ້ແຂວງ ຈຳປາສັກ ໄດ້ລາຍງານກ່ຽວກັບການຈັດຕັ້ງຜັນຂະຫຍາຍຄຳສັ່ງເລກທີ 11/ນຍ ແລະ ຄຳສັ່ງເລກທີ 011/ຈຂ.ຈສ ໂດຍສັງເຂບວ່າ: ສະພາບການບຸກລຸກເນື້ອທີ່ດິນປ່າໄມ້ 3 ປະເພດປ່າ ໂດຍສະເພາະແມ່ນການເຂົ້າໄປບຸກເບີກ, ຖາກຖາງປ່າໄມ້ເພື່ອປູກມັນຕົ້ນຂອງປະຊາຊົນ ຈາກການເກັບກຳຂໍ້ມູນເຫັນໄດ້ມາແຕ່ປີ 2016 ແລະ ແຜ່ລາມເພີ່ມຂຶ້ນຢ່າງໄວວາ, ສາເຫດແມ່ນເກີດຈາກການເປີດກວ້າງ ການຮ່ວມມືຂອງໂຄງການ ຂໍ້ຜູກພັນສັນຍາສອງຝ່າຍ (Contract Farming) ໄດ້ມີການສົ່ງເສີມໃຫ້ປະຊາຊົນປູກມັນຕົ້ນເປັນສິນຄ້າສົ່ງອອກ, ໂດຍສະເພາະວັດຖຸດິບສະໜອງໃຫ້ໂຮງງານແປ້ງມັນ ແລະ ໂຮງງານເອຕາໂນນ ຂອງຕ່າງປະເທດ; ໄດ້ມີການສ້າງຕັ້ງບໍລິສັດສົ່ງເສີມຂຶ້ນຫຼາຍບໍລິສັດ, ກ່ອນປີ 2016 ມີພຽງ 4 ບໍລິສັດ, ເນື້ອທີ່ປູກມັນຕົ້ນຂອງປະຊາຊົນທັງໝົດມີ 7.670 ເຮັກຕາ (2015), ມີລານເກັບຊື້ມັນຕົ້ນ 5 ລານ; ປີ 2019 ເພີ່ມເປັນ 15 ບໍລິສັດ, ມີລານເກັບຊື້ 29 ລານ, ເນື້ອທີ່ປູກມັນຕົ້ນເພີ່ມເປັນ 17.528 ເຮັກຕາ ແລະ ປີ 2020-2021 ເພີ່ມເປັນ 19 ບໍລິສັດ, ລານເກັບຊື້ 62 ລານ, ເນື້ອທີ່ປູກມັນຕົ້ນເພີ່ມເປັນ 21.652 ເຮັກຕາ, ປີ 2024 ເນື້ອທີ່ປູກມັນຕົ້ນໃນໃນທົ່ວແຂວງ 27.751 ເຮັກຕາ (ຍົກເວັ້ນເມືອງປາກຊ່ອງ ແລະ ນະຄອນປາກເຊ), ຖ້າທຽບໃສ່ປີ 2023, ມີຈໍານວນ 29.511 ເຮັກຕາ, ຫຼຸດລົງ 1.760 ເຮັກຕາ, ເທົ່າກັບ 6,34 % ມີລານເກັບຊື້ມັນຕົ້ນເພີ່ມຂຶ້ນ 127 ລານ.
ສະພາບເນື້ອທີ່ປ່າຖືກບຸກລຸກເພື່ອປູກພືດກະສິກຳ ແລະ ປູກມັນຕົ້ນໃນ 3 ປະເພດປ່າ ແຕ່ປີ 2019-2024 ມີຈໍານວນທັງໝົດ 34.012 ເຮັກຕາ, ໃນນັ້ນ ດິນປຸກສ້າງ 312 ເຮັກຕາ (ເຂດພູສາເຫຼົ້າ+ພູມະໂລງ) ປູກພືດກະສິກໍາ 7.076 ເຮັກຕາ, ປູກມັນຕົ້ນ 26.623 ເຮັກຕາ; ສະເພາະການບຸກລຸກໃນປີ 2024 ມີຈຳນວນ 8.388 ເຮັກຕາ, ເພີ່ມຂຶ້ນ 13,09% ເມື່ອທຽບກັບ 2023 (ເປັນຂໍ້ມູນທີ່ເກັບກໍາໄດ້ຈາກການສ້າງບົດບັນທຶກຮ່ວມກັບຄອບຄົວທີ່ບຸກລຸກເນື້ອທີ່ດິນປ່າໄມ້ໃນ 9 ເມືອງນອນໃນ 3 ປະເພດປ່າ).
ຕໍ່ຜູ້ລະເມີດ ແມ່ນໄດ້ດຳເນີນຕາມຂະບວນການຂອງກົດໝາຍ ໃນຂໍ້ 3 ແລະ 4 ຂອງຄໍາສັ່ງເລກທີ 011/ຈຂ.ຈສ), ໄດ້ເອົາໃຈໃສ່ໃນການວິເຄາະ, ວິໃຈຂໍ້ມູນກ່ຽວກັບສຳນວນຄະດີບຸກລຸກປ່າໄມ້ເລີ່ມແຕ່ປີ 2019-2024 ມີຈໍານວນທັງໝົດ 575 ເລື່ອງ, ມີ 848 ຕອນ, ມີເນື້ອທີ່ ຈໍານວນ 830.975 ເຮັກຕາ; ໄດ້ເປີດການສືບສວນ-ສອບສວນແລ້ວ 442 ເລື່ອງ, ສະຫລຸບສໍານວນຄະດີສົ່ງອົງການໄອຍະການປະຊາຊົນແລ້ວ 238 ເລື່ອງ, ຄະດີຢູ່ໃນຂັ້ນສານພິຈາລະນາ 38 ເລື່ອງ, ຄະດີທີ່ອົງການໄອຍະການປະຊາຊົນມີຄໍາແນະນໍາສົ່ງໃຫ້ ອົງການສືບສວນ-ສອບສວນ ເຈົ້າໜ້າທີ່ປ່າໄມ້ປະຕິບັດມາດຕະການສຶກສາອົບຮົມ ແລະ ປັບໃໝມີ 155 ເລື່ອງ, ມີມູນຄ່າປັບໃໝ 517.466.651 ກີບ, ສາມາດຈັດເກັບໄດ້ແລ້ວ 54.557.822 ກີບ, ຍັງດໍາເນີນການສືບສວນ-ສອບສວນຢູ່ 180 ເລື່ອງ, ໃນນັ້ນ 119 ເລື່ອງ, ສອບສວນແລ້ວຢູ່ໃນຂັ້ນສະຫຼຸບສໍານວນສົ່ງໄອຍະການ ໃນປີ 2023 ມີຄະດີເພີ່ມ 47 ເລື່ອງ, ບໍ່ທັນໄດ້ເປີດການສືບສວນ ແລະ ລວມທັງຄະດີຈຳນວນ 102 ເລື່ອງ, ສ່ວນຂໍ້ມູນກ່ຽວກັບລານເກັບຊື້ມັນຕົ້ນ ໃນ 9 ເມືອງ ມີຈຳນວນທັງໝົດ 127 ລານ, ລານມັນທີ່ນອນຢູ່ໃນ ແລະ ຕິດແປະ 3 ປະເພດປ່າ ມີຈຳນວນ 34 ລານ.
ຂ່າວ-ພາບ: ສະຖານີວິທະຍຸ-ໂທລະພາບເມືອງໂຂງ