ກອງປະຊຸມ ຄົບຄະນະບໍລິຫານງານພັກ ຄັ້ງທີ 16 ສະໄໝທີ VII ຂອງເມືອງແກ່ນທ້າວ ແຂວໄຊຍະບູລີ ໄດ້ປິດລົງໃນວັນທີ 16 ກໍລະກົດ 2024 ນີ້, ທີ່ ເມືອງແກ່ນທ້າວໂດຍມີສະຫາຍ ສົມຫວັງ ແກ້ວວິໄລສັກ ກໍາມະການປະຈໍາພັກແຂວງ, ປະທານຄະນະກວດກາພັກແຂວງໄຊຍະບູລີ, ສະຫາຍ ອໍາຄາ ລັດສະເໜີ ກໍາມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງແກ່ນທ້າວ, ມີກໍາມະການປະຈໍາພັກເມືອງ, ກໍາມະການພັກເມືອງ, ຄະນະພັກຮາກຖານແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນກອງປະຊຸມ ໄດ້ພ້ອມກັນສະຫຼຸບຕີລາຄາການນຳພາ-ຊີ້ນຳວຽກງານຮອບດ້ານ ຂອງຄະນະບໍລິຫານງານພັກເມືອງໃນໄລຍະ 6 ເດືອນຕົ້ນປີ ແລະ ວາງທິດທາງຈຸດສຸມ 6 ເດືອນທ້າຍປີ 2024 ແລະ ຮັບຟັງການປະກອບຄຳຄິດຄຳເຫັນຈາກຜູ້ແທນກອງປະຊຸມ ເຊິ່ງສາມາດຍົກໃຫ້ເຫັນບັນຫາທີ່ພົ້ນເດັ່ນທີ່ຄວນເສີມຂະຫຍາຍ ແລະ ດ້ານຄົງຄ້າງທີ່ຈະໄດ້ພ້ອມກັນສືບຕໍ່ແກ້ໄຂ, ພ້ອມທັງມີ ມາດຕະການໃນການແກ້ໄຂໃນຕໍ່ໜ້າ.
ສະຫາຍ ສົມຫວັງ ແກ້ວວິໄລສັກ ໄດ້ສະແດງຄວາມຍ້ອງຊົມເຊີຍຕໍ່ຜົນງານຂອງຄະນະບໍລິຫານງານພັກເມືອງຍາດ ໃນໄລຍະຜ່ານມາ ແລະ ຍັງໄດ້ເນັ້ນໜັກໃຫ້ສືບຕໍ່ເພີ່ມທະວີການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ຖັນແຖວ ສະມາຊິກພັກ, ພະນັກງານ, ທະຫານ, ຕຳຫຼວດ ແລະ ປະຊາຊົນພາຍໃນເມືອງໃຫ້ກວ້າງຂວາງ-ທົ່ວເຖິງ, ສ້າງໃຫ້ມີແນວຄິດທຸ່ນທ່ຽງບໍ່ໃຫ້ຄອນແຄນຕໍ່ບັນຫາຕ່າງໆທີ່ເກີດຂຶ້ນ, ເສີມຂະຫຍາຍຈິດໃຈເປັນເຈົ້າຂອງປະເທດຊາດ, ຮັກບ້ານເກີດເມືອງນອນຂອງຕົນ ພ້ອມທັງເສີມຂະຫຍາຍຈິດໃຈເພີ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງເປັນຕົ້ນຕໍ, ຕ້ານສຸດຂີດແນວຄິດທ້ອງຖິ່ນ, ຄັບແຄບ,ແບ່ງແຍກຄວາມສາມັກຄີພາຍໃນພັກ, ແນວຄິດກຸ່ມກ້ອນ, ພັກພວກ, ຄົນເຈົ້າຄົນຂ້ອຍ, ແນວຄິດຢ້ານກັນລື່ນກັນເຫຼືອ, ແນວຄິດປໍລະປັກ-ອັກຄະຕິ, ຫວັງໂຄ່ນລົ້ມໂຈມຕີເຊິ່ງກັນ ແລະ ກັນ; ສືບຕໍ່ເອົາໃຈໃສ່ນຳພາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຕ່ຂັ້ນເມືອງຮອດຮາກຖານບ້ານໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ, ສ້າງຕາໜ່າງຂ່າວ, ກຳໃຫ້ໄດ້ສະພາບການທັງພາຍໃນແລະນອກຊາຍແດນສຸມໃສ່ສະກັດກັ້ນຕໍ່ກັບບັນຫາທີ່ກຸ່ມຄົນບໍ່ດີ ທີ່ຫວັງກໍ່ຄວາມບໍ່ສະຫງົບຢູ່ພາຍໃນເມືອງ;ສຸມໃສ່ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ, ສືບຕໍ່ປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດຢູ່ພາຍໃນເມືອງ, ລວມເຖິງການມົ້ວສຸມດື່ມນ້ຳກະທ້ອມ, ການສູບຢາໄຟຟ້າ ພ້ອມທັງມີມາດຕະການຢ່າງເດັດຂາດ, ເອົາໃຈໃສ່ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແລະແຜນງົບປະມານແຫ່ງລັດ 6 ເດືອນທ້າຍປີໃຫ້ໄດ້ຕາມແຜນແລະລື່ນແຜນ, ຊຸກຍູ້ສົ່ງເສີມການປູກຕົ້ນໄມ້ອຸດສາຫະກຳ, ການປູກພືດສະບຽງອາຫານແລະລ້ຽງສັດເພື່ອສະໜອງການບໍໂພກພາຍໃນແລະເປັນສິນຄ້າສົ່ງອກໃຫ້ຫຼາຍຂຶ້ນເພື່ອຮອງຮັບການຫ້າມນຳເຂົ້າສິນຄ້າທີ່ບໍ່ຈຳເປັນຈາກຕ່າງປະເທດ, ຕິດພັນກັບການປຸງແຕ່ງຕາມທ່າແຮງແລະຄວາມສາມາດບົ່ມຊ້ອນຂອງເມືອງ, ໄປພ້ອມກັບການຊຸກຍູ້ໃຫ້ບັນດານັກທຸລະກິດ-ຜູ້ປະກອບການໃນການປະກອບເອກະສານເຄື່ອນຍ້າຍສິນຄ້າໃຫ້ຖືກຕ້ອງຕາມລະບຽບກົດໝາຍແລະມອບພັນທະຈາກການເຄື່ອນຍ້າຍສິນຄ້າໃຫ້ຄົບຖ້ວນ, ສືບຕໍ່ ພັດທະນາພື້ນຖານໂຄງລ່າງຕາມເງື່ອນໄຂແລະທ່າແຮງຂອງເມືອງພ້ອມທັງຕິດຕາມຊຸກຍູ້ໂຄງການລົງທຶນຂອງລັດໃຫ້ສຳເລັດຕາມແຜນ, ສຸມໃສ່ຈັດຕັ້ງຜັນຂະຫຍາຍຄຳສັ່ງ ເລກທີ 01 ຂອງຄະນະປະຈຳພັກແຂວງວ່າດ້ວຍການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງໃນໄລຍະໃໝ່ຢູ່ແຂວງໄຊຍະບູລີ, ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ-ການເງິນ ແລະ ບັນຫາອື່ນໆອີກ.
ຂ່າວ: ແກ່ນທ້າວ