ພິທີປະກາດການຈັດຕັ້ງພະນັກງານນຳພາ-ຄຸ້ມຄອງ ຂອງພະແນກກະສິກຳ ແລະ ປ່າໄມ້ (ກປ) ແຂວງສະຫວັນນະເຂດ ໄດ້ຈັດຂຶ້ນໃນວັນທີ 17 ກໍລະກົດ 2024 ທີ່ ພະແນກການດັ່ງກ່າວ ໂດຍການໃຫ້ກຽດເປັນປະທານຂອງທ່ານ ພູວັງ ເກດແກ້ວພົມພອນ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ວຽພັກ-ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນຂັ້ນແຂວງ, ມີພາກສ່ວນກ່ຽວຂ້ອງດຂົ້າຮ່ວມ.
ໃນພິທີ, ຕາງໜ້າ ຄະນະຈັດຕັ້ງແຂວງ ກໍໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງສະຫວັນນະເຂດ ໂດຍໄດ້ຕົກລົງອະນຸມັດໃຫ້ທ່ານ ຄຳຈັນ ສີດາວົງ ອອກພັກການ ຮັບອຸດໜູນບຳນານໃນງວດ III ປີ 2024 ເປັນຕົ້ນໄປ ພ້ອມທັງໄດ້ຕົກລົງແຕ່ງຕັ້ງທ່ານ ສຸບິນ ຫຼວງດ້ວງ ຮອງຫົວໜ້າພະແນກກະສິກຳ-ປ່າໄມ້ ເປັນຮັກສາການຫົວໜ້າພະແນກກະສິກຳ-ປ່າໄມ້ແຂວງ ແລະ ຕົກລົງຍົກຍ້າຍທ່ານ ວໍລະສິດ ສີວົງດາວ ຮອງຫົວໜ້າພະແນກກະສິກຳ-ປ່າໄມ້ແຂວງ ໄປປະຈຳການຢູ່ສະພາປະຊາຊົນແຂວງສະຫວັນນະເຂດ; ຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງ ວ່າດ້ວຍການບົ່ງຕົວແຕ່ງຕັ້ງ ທ່ານ ສຸບິນ ຫຼວງດ້ວງ ເປັນຜູ້ຮັກສາການເລຂາຄະນະພັກຮາກຖານພະແນກກະສິກຳ-ປ່າໄມ້ແຂວງສະຫວັນນະເຂດ.
ຂ່າວ: ສະຫວັນນະເຂດ