ໃນວັນທີ 16 ກໍລະກົດ ນີ້ ທີ່ສະໜາມຫັດແອບວິທະຍາຄານນາຍທະຫານບົກກົມມະດຳ ໄດ້ຈັດຕັ້ງສະແດງຊ້ອມຮົບຍິງລູກປືນແທ້ໃນການຊ້ອມຮົບຮ່ວມລາວ-ຈີນ ໂລ້ກໍາບັງມິດຕະພາບ-2024” ໂດຍການເຂົ້າຮ່ວມສັງເກດການຂອງສະຫາຍພົນໂທ ຄໍາລຽງ ອຸທະໄກສອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ຫົວໜ້າຊີ້ນໍາລວມການຊ້ອມຮົບຮ່ວມລາວ-ຈີນ ພ້ອມດ້ວຍຄະນະ, ມີສະຫາຍ ພົນຕີ ເຈີ້ງ ກົວເຢ່ ຮອງຜູ້ບັນຊາການ ກອງປະຈໍາຮົງກົງ ເຂດສູ້ຮົບພາກໃຕ້ກອງທັບປົດປ່ອຍປະຊາຊົນຈີນ, ມີບັນດາຄະນະຊີ້ນໍາລວມ, ອະນຸກໍາມະການ ພ້ອມດ້ວຍນາຍ ແລະ ພົນທະຫານສອງກອງທັບລາວ-ຈີນເຂົ້າຮ່ວມ.
ການຈັດຕັ້ງຊ້ອມຮົບຮ່ວມຍິງລູກປືນແທ້ ພາຍໃຕ້ລະຫັດຫົວຂໍ້ ໂລ້ກໍາບັງມິດຕະພາບ-2024 ໃນຄັ້ງນີ້ ແມ່ນເພື່ອເປັນການອົບຮົມ-ຫັດແອບ ລະດັບສູງສຸດໃນກອງທັບ, ການຈັດຕັ້ງສູນຊີ້ນໍາລວມ, ສູນບັນຊາການຮ່ວມ, ກໍາລັງຊ້ອມຮົບຕົວຈິງ, ດ້ວຍການປະຕິບັດຫັດແອບຮູບແຖວ ແລະ ຫັດແອບລວບລວມຊ້ອມຮົບ ຍິງລູກປືນແທ້, ເຮັດໃຫ້ກົມກອງມີຄວາມສຳນຊໍານານ ສາມາດຈັດຕັ້ງບັນຊາ ແລະ ສູ້ຮົບ ປະສານສົມທົບ ຂອງສອງກໍາລັງປະກອບອາວຸດ ເຂົ້າໃນການດັບສູນເປົ້າໝາຍດ້ວຍລູກປືນແທ້, ເປັນການແລກປ່ຽນຄວາມຮູ້ປະສົບການ, ແບບແຜນວິທີເຮັດວຽກຈາກກອງທັບເພື່ອນມິດ, ເພື່ອຖອດຖອນບົດຮຽນ, ຄົ້ນຄວ້າປັບປຸງສາມາດນໍາມາໝູນໃຊ້, ເປັນພື້ນຖານໃນການກໍ່ສ້າງ ແລະ ປັບປຸງກອງທັບເຮົາ, ສ້າງໃຫ້ກອງທັບ ກາຍເປັນກອງທັບປະຕິວັດ ມີແບບແຜນ ແລະ ທັນສະໄໝ. ໃນນີ້ ເນື້ອໃນການຊ້ອມຮົບຮ່ວມ ລາວ-ຈີນ ໂລ້ກຳບັງມິດຕະພາບ - 2024 ໄດ້ສັງລວມເອົາ 5 ໄລຍະຄື ໄລຍະທີ1 ສືບຂ່າວສະໜາມ ແລະ ຊ່ວຍເຫຼືອຕົວປະກັນ, ໄລຍະທີ2 ການຕໍ່ຕ້ານຍົນບໍ່ມີຄົນຂັບແບບສືບຂ່າວ ແລະ ໂຈມຕີກວດຈັບການເຄື່ອນໄຫວສະກັດໂດຣນສືບຂ່າວຂອງສັດຕູ, ໄລຍະທີ 3 ກວດກູ້ທໍາລາຍລະເບີດໜ້າສະໜາມ, ປະຕິບັດການທາງຈິດຕະສາດ ແລະ ຕີພິເສດປິດລ້ອມດັບສູນ, ໄລຍະທີ 4 ປະຕິບັດດັບສູນສັດຕູດ້ວຍກຳລັງໄຟໜັກ ແລະ ບຸກໂຈມຕີຈາກຫຼາຍທິດທາງ ແລະ ກອບກູ້ຜູ້ຖືກບາດເຈັບ, ໄລຍະທີ 5 ສອງຝ່າຍຮ່ວມກັນດັບສູນ, ສິ້ນສຸດຊ້ອມຮົບ ແລະ ຈັດຕັ້ງຖອນກໍາລັງ. ຈາກນັ້ນຄະນະຊີ້ນຳ, ຄະນະຮັບຜິດຊອບ ກໍໄດ້ພ້ອມກັນປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ເພື່ອພ້ອມກັນປັບປຸງໃນບາງຂອດໃຫ້ແທດເໝາະໃຫ້ຈົບງາມ ແລະ ຮັບປະກັນມີຄວາມປອດໄພ 100%.
(ຂ່າວ-ພາບ: ຄຳອ້າຍ ທອງວັນ)