ຕາມການລາຍງານ ຂອງທ່ານ ຂັນຕີ ສີລະວົງສາ ຮອງເຈົ້າແຂວງເຊກອງ ໃຫ້ຮູ້ເມື່ອບໍ່ດົນຜ່ານມາວ່າ: ໃນ 6 ເດືອນຕົ້ນປີ 2024ແຂວງເຊກອງ ສາມາດລະດົມແຫຼ່ງທຶນພັດທະນາພື້ນຖານໂຄງລ່າງໄດ້ທັງໝົດ 1.548 ຕື້ກວ່າກີບ ທຽບໃສ່ແຜນປີເທົ່າກັບ 126,59%. ໃນນີ້, ການລົງທຶນຈາກງົບປະມານລັດ 96,30 ຕື້ກີບ ທຽບໃສ່ແຜນປີເທົ່າກັບ 131,23%; ທຶນຊ່ວຍເຫຼືອລ້າ-ກູ້ຢືມ 88 ຕື້ກີບ ເທົ່າກັບ 59,55% ແລະ ການລົງທຶນຂອງພາກເອກະຊົນພາຍໃນ-ຕ່າງປະເທດ 1.364 ຕື້ກີບ ທຽບໃສ່ແຜນປີເທົ່າກັບ 135,99%.
ໃນປີ 2024 ມີໂຄງການລົງທຶນຂອງລັດ ທີ່ສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງຮັບຮອງທັງໝົດ 240 ໂຄງການ ມູນຄ່າລວມ 5.680 ຕື້ກວ່າກີບ ແລະ ສະເພາະເພດານທີ່ໄດ້ຮັບ (ອະນຸມັດຕົວຈິງໃນປີ 2024) ມູນຄ່າ 96,30 ຕື້ກີບ ໃນນີ້, ບ້ວງທຶນປົກກະຕິ (ໂຄງການທີ່ມີມູນຄ່າ 20 ຕື້ກີບຂຶ້ນໄປ) 29 ໂຄງການ ມູນຄ່າອະນຸມັດ 69,84 ຕື້ກີບ ແລະ (ໂຄງການທີ່ມີມູນຄ່າ 20 ຕື້ກີບລົງມາ) 125 ໂຄງການ ມູນຄ່າອະນຸມັດ 8,15 ຕື້ກີບ; ບ້ວງທຶນພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ 10 ໂຄງການ ມູນຄ່າໃນປີ 2,3 ຕື້ກີບ; ບ້ວງທຶນຈັດສັນພູມລໍາເນົາ 4 ໂຄງການ ມູນຄ່າໃນປີ 1,1 ຕື້ກີບ ແລະ ບ້ວງທຶນຟື້ນຟູໄພພິບັດ 72 ໂຄງການ ມູນຄ່າໃນປີ 14,9 ຕື້ກີບ. ຂະນະທີ່ໂຄງການແກ້ໄຂສຸກເສີນມາຮອດປີ 2024 ມີໂຄງການແກ້ໄຂສຸກເສີນທີ່ປະຕິບັດຜ່ານມາແລ້ວ 46 ໂຄງການ ມູນຄ່າ 104,6 ຕື້ກີບ ເຊິ່ງໄດ້ຊໍາລະແລ້ວ 29,15 ຕື້ກີບ. ພ້ອມນີ້, ຍັງມີການລົງທຶນຂອງພາກເອກະຊົນພາຍໃນ ແລະ ຕ່າງປະເທດ ມູນຄ່າ 62 ລ້ານໂດລາ ຫຼື ເທົ່າກັບ 1.364 ຕື້ກີບ ປະຕິບັດໄດ້ລື່ນແຜນ 80%.
ຢ່າງໃດກໍຕາມ, ທຸກໆໂຄງການທີ່ແຂວງໄດ້ຮັບອະນຸມັດ ບໍ່ວ່າຈະເປັນໂຄງການລົງທຶນຂອງພາກລັດ, ເອກະຊົນພາຍໃນ ແລະ ຕ່າງປະເທດ ລ້ວນແຕ່ສຸມໃສ່ວຽກງານການພັດທະນາພື້ນຖານໂຄງລ່າງ ທີ່ຫວັງຈະອຳນວຍຄວາມສະດວກໃຫ້ແກ່ການຄົມມະນາຄົມຂົນສົ່ງສິນຄ້າ, ການຄ້າ, ການລົງທຶນ ແລະ ການບໍລິການດ້ານຕ່າງໆ ເພື່ອເຮັດໃຫ້ເສດຖະກິດ-ສັງຄົມຂອງແຂວງມີການພັດທະນາຢ່າງຕໍ່ເນື່ອງ. ນອກຈາກນັ້ນ, ຍັງມີໂຄງການທຶນຊ່ວຍເຫຼືອເພື່ອການພັດທະນາທີ່ສຸມໃສ່ທາງດ້ານວັດທະນະທຳສັງ¬ຄົມ ເພື່ອບັນລຸເປົ້າໝາຍສະຫັດສະວັດດ້ານການພັດທະນາ.
ຂ່າວ-ພາບ: ສັນຍາ