ແຂວງສະຫວັນນະເຂດ ໄດ້ຈັດພິທີປະກາດການຈັດຕັ້ງມອບ-ຮັບໜ້າທີ່ ເຈົ້າເມືອງທ່າປາງທອງລະຫວ່າງຜູ້ເກົ່າກັບຜູ້ໃໝ່ ຂຶ້ນໃນວັນທີ 16 ກໍລະກົດຜ່ານມາທີ່ເມືອງດັ່ງກ່າວໂດຍມີທ່ານ ພູວັງ ເກດແກ້ວພົມພອນ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກງານການເມືອງແນວຄິດ-ວຽກພັກພະນັກງານ ແລະ ອົງການຈັດຕັ້ງມະຫາຊົນ, ທ່ານ ຄຳປະສົງ ຂົງຄຳ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງທ່າປາງທອງ, ມີຄະນະພັກ-ຄະນະນຳຂອງເມືອງແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີຄະນະຈັດຕັ້ງແຂວງ ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງສະຫວັນນະເຂດ ວ່າດ້ວຍການອະນຸມັດໃຫ້ລັດຖະກອນຮັບອຸດໜູນບໍານານ, ໃນນີ້ ເຈົ້າແຂວງສະຫວັນນະເຂດ ຕົກລົງ ເຫັນດີ ອະນຸມັດໃຫ້ ທ່ານ ຄຳປະສົງ ຂົງຄຳ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງທ່າປາງທອງ ພັກການຮັບອຸດໜູນບໍານານ ໃນງວດ III ປີ 2024 ເປັນຕົ້ນໄປ;ເຫັນດີ ອະນຸມັດໃຫ້ ທ່ານ ແກ້ວເນດ ວໍລະຈິດ ຮອງເລຂາພັກເມືອງ ພັກການຮັບອຸດໜູນບໍານານນັບແຕ່ວັນທີ 1 ກໍລະກົດ2024 ເປັນຕົ້ນໄປ;ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍການບົ່ງຕົວແຕ່ງຕັ້ງທ່ານ ອິນຕອງ ລືຄຳຫານ ຮອງເລຂາພັກເມືອງ ປະທານກວດກາ-ພັກລັດ ເປັນວ່າການເລຂາຄະນະບໍລິຫານງານພັກເມືອງວ່າການເຈົ້າເມືອງທ່າປາງທອງ.
ໃນໂອກາດນີ້, ທ່ານ ພູວັງ ເກດແກ້ວພົມພອນ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານຂອງພະນັກງານການນຳຜູ້ທີ່ຮັບອຸດໜູນບໍານານທີ່ໄດ້ເຮັດສຳເລັດໜ້າທີ່ການເມືອງອັນມີກຽດທີ່ພັກ-ລັດມອບໝາຍໃຫ້ດ້ວຍຄວາມຮັບຜິດຊອບສູງ ພ້ອມນັ້ນ, ທ່ານຍັງໄດ້ເນັ້ນໜັກ ຕໍ່ທ່ານທີ່ໄດ້ຮັບການແຕ່ງຕັ້ງໃໝ່ໃນຄັ້ງນີ້ ໃຫ້ຍົກສູງຄວາມຮັບຜິດຊອບທາງດ້ານການເມືອງ ກໍຄືການນຳພາວຽກງານວິຊາສະເພາະຂອງຕົນໃຫ້ສູງຂຶ້ນກວ່າເກົ່າ, ມີຄວາມເສຍສະຫຼະເພື່ອສ່ວນລວມ ແລະ ຍາມໃດ ກໍຖືຜົນປະໂຫຍດສ່ວນລວມສູງກວ່າສ່ວນຕົວ; ການນໍາພາ-ຊີ້ນໍາ ໃນການຈັດຕັ້ງປະຕິບັດວຽກງານ ຕ້ອງຮັບປະກັນໃຫ້ຖືກຕ້ອງຕາມແນວທາງນະໂຍບາຍຂອງພັກ ແລະລະບຽບການກົດໝາຍຂອງລັດຢ່າງເຂັ້ມງວດ.
ຂ່າວ: ເມືອງທ່າປາງທອງ