ພິທີມອບ-ຮັບໜ້າທີ່ລະຫວ່າງທ່ານ ພັນໂທ ຫຸ່ມໃຈ ແກ້ວສີບຸນເຮືອງ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ເມືອງດາກຈຶງ (ຜູ້ເກົ່າ) ແລະ ທ່ານ ພັນໂທ ບຸນທະວີໃສ ພົມມະວົງສາ ຮັກສາການຫົວໜ້າກອງບັນຊາການ ປກສ ເມືອງດາກຈຶງ (ຜູ້ໃໝ່) ໄດ້ຈັດຂຶ້ນໃນວັນທີ 16 ກໍລະກົດຜ່ານມາ ໂດຍມີທ່ານ ເພັງນາ ຈັນທະພອນ ເຈົ້າເມືອງດາກຈຶງ ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບເມືອງ, ທ່ານ ພັນເອກ ຄຳບານ ພົມມະນີວົງ ຫົວໜ້າກອງບັນຊາການ ປກສ ແຂວງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ພັນໂທ ກິສີນວນ ແສນແກຍະວົງ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການ ປກສ ແຂວງ ໄດ້ຜ່ານຂໍ້ຕົກລົງຂອງຫົວໜ້າກອງບັນຊາການ ປກສ ແຂວງເຊກອງ ວ່າດ້ວຍການຖອນ, ຍົກຍ້າຍ ແລະ ແຕ່ງຕັ້ງນາຍຕຳຫຼວດຮັບໜ້າທີ່ ໃໝ່. ໃນນີ້, ຕົກລົງຖອນທ່ານ ພັນໂທ ຫຸ່ມໃຈ ແກ້ວສີບຸນເຮືອງ ຫົວໜ້າກອງບັນຊາການ ປກສ ເມືອງດາກຈຶງ ຂຶ້ນມາປະຈຳ ການຢູ່ກອງບັນຊາການ ປກສ ແຂວງ, ແຕ່ງຕັ້ງທ່ານ ພັນໂທ ບຸນທະວີໃສ ພົມມະວົງສາ ຮອງຫົວໜ້າກອງບັນຊາການ ປກສ ເມືອງດາກຈຶງ ເປັນຜູ້ຮັກສາການຫົວໜ້າກອງບັນຊາການ ປກສ ເມືອງດາກຈຶງ ແລະ ຍົກຍ້າຍທ່ານ ພັນໂທ ອັກສອນລິດ ກໍລະສັກ ຮອງຫົວໜ້າຫ້ອງຕຳຫຼວດ ໄປຮັບໜ້າທີ່ເປັນຮອງຫົວໜ້າກອງບັນຊາການ ປກສ ເມືອງດາກຈຶງ.
ໂອກາດນີ້, ທ່ານ ເພັງນາ ຈັນທະພອນ ແລະ ທ່ານ ພັນເອກ ຄໍາບານ ພົມມະນີວົງ ໄດ້ໃຫ້ກຽດມີຄໍາເຫັນຕໍ່ຜູ້ທີ່ຍົກຍ້າຍ, ແຕ່ງຕັ້ງ ແລະ ສັບຊ້ອນໜ້າທີ່ວຽກງານໃໝ່ໃຫ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກ, ພະນັກງານ-ນັກຮົບພາຍໃນກົມກອງຢ່າງເປັນປົກກະຕິຕໍ່ເນື່ອງ; ເອົາໃຈໃສ່ຄົ້ນຄວ້າເຊື່ອມຊຶມ ແລະ ກໍາແໜ້ນແນວທາງການ ເມືອງຂອງພັກ, ແຜນນະໂຍບາຍຂອງລັດ ກໍຄືລະບຽບກົດໝາຍທີ່ຕິດພັນກັບພາລະບົດບາດ, ສິດ ແລະ ໜ້າທີ່ຂອງກໍາລັງ ປກສ ໃຫ້ເລິກເຊິ່ງ; ເອົາໃຈໃສ່ນໍາພາ-ຊີ້ນໍາຈັດຕັ້ງຜັນຂະຫຍາຍ ແລະ ປະຕິບັດມະຕິກອງປະຊຸມໃຫຍ່ແຕ່ລະຂັ້ນຂອງພັກ, ແຜນພັດ ທະນາເສດຖະກິດ-ສັງຄົມຂອງລັດ ຕິດພັນກັບການນໍາພາບັນຊາປະຕິບັດໜ້າທີ່ວິຊາສະເພາະຂອງກໍາລັງ ປກສ ໃຫ້ມີຜົນສໍາເລັດ, ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນກວ່າເກົ່າ. ຂ່າວ: ປກສ ແຂວງເຊກອງ