ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ເມືອງເງິນ ແຂວງໄຊຍະບູລີ ໄດ້ຈັດພິທີປະກາດການ ຈັດຕັ້ງໃນວັນທີ 16 ກໍລະກົດຜ່ານມາ ທີ່ສະໂມສອນ ປກສ ເມືອງ ພາຍໃຕ້ການເປັນປະທານຂອງທ່ານ ພັນເອກ ຄຳສິນ ຜິວວັນນາ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ເປັນກຽດເຂົ້າຮ່ວມຂອງທ່ານ ທະວີສັກ ໄຊຍະວົງ ເຈົ້າເມືອງໆເງິນ, ມີຄະນະພັກ, ຄະນະບັນຊາກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ພັຕ ໄຊຊີ ໄຊຍະລາດ ຫົວໜ້າພະແນກຈັດຕັ້ງຫ້ອງການເມືອງ ກອງບັນຊາການ ປກສ ແຂວງໄດ້ ຜ່ານຂໍ້ຕົກລົງຂອງກະຊວງ ປກສ ສະບັບເລກທີ 1537/ປກສ, ລົງວັນທີ 26 ມິຖຸນາ 2024 ວ່າດ້ວຍການຍົກ ຍ້າຍນາຍຕໍາຫຼວດທີ່ຂຶ້ນກັບກອງບັນຊາການ ປກສ ແຂວງໄຊຍະບູລີ, ລັດຖະມົນຕີກະຊວງ ປກສ ຕົກລົງຍົກ ຍ້າຍທ່ານ ພັນໂທ ພອນສະຫວັນ ວໍລະສັກ ຈາກກອງບັນຊາການ ປກສ ເມືອງເງິນໄປຮັບໜ້າທີ່ໃໝ່ຢູ່ກອງບັນຊາການ ປກສ ເມືອງໄຊຍະບູລີ, ຍົກຍ້າຍທ່ານ ພັທ ວັນນະສັກ ທິລະສັກ ຈາກກອງບັນຊາການ ປກສ ເມືອງເງິນໄປຮັບໜ້າທີ່ໃໝ່ຢູ່ກອງບັນຊາການ ປກສ ເມືອງຊຽງຮ່ອນ ແລະ ຜ່ານຂໍ້ຕົກລົງຂອງກະຊວງ ປກສ ເລກທີ 1538/ປກສ, ລົງວັນທີ 26 ມິຖຸນາ 2024 ວ່າດ້ວຍການແຕ່ງຕັ້ງນາຍຕໍາຫຼວດທີ່ຂຶ້ນກັບກອງບັນຊາການ ປກສ ແຂວງໄຊຍະບູລີ, ລັດຖະມົນຕີກະຊວງ ປກສ ຕົກລົງແຕ່ງຕັ້ງທ່ານ ພັທ ສົມພອນ ພູມມາລີ ເປັນຫົວໜ້າກອງບັນຊາການ ປກສ ເມືອງເງິນ, ແຕ່ງຕັ້ງທ່ານ ພັທ ບຸນມາ ພົມມະຈັນ ເປັນຮອງຫົວໜ້າກອງບັນຊາການ ປກສ ເມືອງເງິນ.
ໂອກາດນີ້, ທ່ານ ທະວີສັກ ໄຊຍະວົງ ໄດ້ໃຫ້ກຽດໂອ້ລົມເນັ້ນໜັກໃຫ້ຄະນະພັກ, ຄະນະບັນຊາທີ່ໄດ້ຮັບໜ້າທີ່ໃໝ່ ເພີ່ມທະວີຄວາມສາມັກຄີພາຍໃນ ພາຍນອກໃຫ້ແໜ້ນແຟ້ນ, ມີຄວາມບຸກບືນຫ້າວຫັນໃນການຊອກຮູ້ຮ່ຳຮຽນຕໍ່ໜ້າທີ່ວຽກງານທີ່ການຈັດຕັ້ງມອບໜາຍໃຫ້ມີຜົນສໍາເລັດ ແລະ ຍິ່ງໃຫຍ່ກວ່າເກົ່າ. ຂ່າວ: ເມືອງເງິນ