ພິທີມອບ-ຮັບຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ເມືອງພຽງ ແຂວງໄຊຍະບູລີ ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ໄດ້ຈັດຂຶ້ນໃນວັນທີ 17 ກໍລະກົດຜ່ານມາ ທີ່ ປກສ ເມືອງພຽງ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານນາງ ແສງອາພອນ ແກ້ວບົວໂຮມ ປະທານກວດກາພັກ ຫົວໜ້າກວດກາລັດເມືອງ, ມີທ່ານ ພັອ ຄຳສິນ ຜິວວັນນາ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ມີຄະນະພັກ, ຄະ ນະບັນຊາ, ນາຍ ແລະ ພົນຕຳຫຼວດເຂົ້າຮ່ວມ.
ໃນພິທີໄດ້ຜ່ານຂໍ້ຕົກລົງຂອງຫົວໜ້າກອງບັນຊາການ ປກສ ແຂວງໄຊຍະບູລີ ວ່າດ້ວຍການອະນຸ ມັດໃຫ້ນາຍຕຳຫຼວດພັກການຮັບອຸດໜູນບຳນານໂດຍໄດ້ອະນຸມັດໃຫ້ທ່ານ ພັທ ບຸນຍ້າຍ ວົງໂສພາ ຫົວໜ້າກອງບັນຊາການ ປກສ ເມືອງ, ທ່ານ ພັທ ສາຄອນ ແກ້ວສົມຊາຍ ຮອງຫົວໜ້າກອງບັນຊາການ ປກສ ເມືອງ ແລະ ທ່ານ ພັທ ນາງ ບົວແກ້ວ ສີປະມອນ ຮອງຫົວໜ້າພະແນກສຳມະໂນຄົວ ແລະ ກໍ່ ສ້າງຮາກຖານກອງບັນຊາການ ປກສ ເມືອງພັກການຮັບອຸດໜຸນບຳນານ. ຈາກນັ້ນ, ໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງ ປກສ ວ່າດ້ວຍການແຕ່ງຕັ້ງນາຍຕຳຫຼວດທີ່ຂຶ້ນກັບກອງບັນຊາການ ປກສ ແຂວງໄຊຍະບູລີ ໂດຍໄດ້ຕົກລົງແຕ່ງຕັ້ງທ່ານ ພັທ ຈິດຕະພົງ ພົງວິໄລ ຈາກຫ້ອງ 504 ກອງບັນຊາການ ປກສ ແຂວງໄຊຍະບູລີ ເປັນຫົວໜ້າກອງບັນຊາການ ປກສ ເມືອງພຽງ, ແຕ່ງຕັ້ງທ່ານ ພັທ ບຸນມາ ປ້ອງປັນຍາ ຫົວໜ້າຫ້ອງການ ປກສ ບໍລິການປະຊາຊົນກຸ່ມບ້ານນາຊິງຂຶ້ນເປັນຮອງຫົວໜ້າກອງບັນຊາການ ປກສ ເມືອງ.
ໃນພິທີໄດ້ລົງນາມເຊັນບົດບັນທຶກມອບ-ຮັບໜ້າທີ່ລະຫວ່າງທ່ານ ບຸນຍ້າຍ ວົງໂສພາ ຫົວໜ້າກອງບັນຊາການ ປກສ ເມືອງຜູ້ເກົ່າ ແລະ ທ່ານ ພັທ ຈິດຕະພົງ ພົງວິໄລ ຫົວໜ້າກອງບັນຊາການ ປກສ ເມືອງພຽງຜູ້ໃໝ່.
ໂອກາດນີ້, ຄະນະປະທານໄດ້ໃຫ້ກຽດໂອ້ລົມເນັ້ນໜັກໃຫ້ຄະນະພັກ, ຄະນະບັນຊາເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ນາຍ ແລະ ພົນຕຳຫຼວດມີຄວາມໜັກແໜ້ນເຂັ້ມແຂງເຊື່ອໝັ້ນຕໍ່ການນຳ ພາຂອງພັກ ຈຳແນກໄດ້ມິດ ແລະ ສັດຕູ້ຢ່າງຈະແຈ້ງ ຕອບຕ້ານປະກົດການຫຍໍ້ທໍ້ທີ່ເກີດຂຶ້ນພາຍໃນເມືອງໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ. ຂ່າວ: ປກສ ເມືອງພຽງ