ກອງປະຊຸມຄົບຄະນະ ເປີດກວ້າງຄັ້ງທີ 12 ສະໄໝທີ IX ຂອງຄະນະບໍລິຫານງານພັກເມືອງລອງແຂວງຫຼວງນ້ຳທາໄດ້ຈັດຂຶ້ນເມື່ອວັນທີ 16 ກໍລະກົດຜ່ານມາທີ່ເມືອງດັ່ງກ່າວ, ໂດຍການເປັນປະທານຂອງສະຫາຍ ຄໍາເພັດ ຈັນທະວົງ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆລອງ, ເປັນກຽດເຂົ້າຮ່ວມຂອງ ສະຫາຍ ພົນຕີ ຈັນສະແຫວງ ທິບຄູນທອງ ຮອງເລຂາພັກແຂວງ ປະທານກວດກາພັກແຂວງ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນກອງປະຊຸມ ສະຫາຍ ສາລີ ບ໋ອບບີ ກໍາມະການພັກເມືອງ ຫົວໜ້າຫ້ອງວ່າການເມືອງໄດ້ຜ່ານຮ່າງບົດສະຫຼຸບການຈັດຕັ້ງປະຕິບັດວຽກງາຮອບດ້ານປະຈໍາ 6 ເດືອນຕົ້ນປີ 2024 ແລະ ທິດທາງແຜນການ 6 ເດືອນທ້າຍປີໃຫ້ຮູວ່າ:ໃນໄລຍະ 6ເດືອນຜ່ານມາ, ອົງຄະນະພັກເມືອງໄດ້ເປັນເຈົ້າການນຳພາ-ຊີ້ນຳສຸມໃສ່ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 9 ຂອງອົງຄະນະພັກເມືອງ, ໂດຍຫັນເປັນແຜນການ, ແຜນງານອັນລະອຽດ ເຮັດໃຫ້ເມືອງລອງຮັກສາໄດ້ສະຖຽນລະພາບ ທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ, ແຕ່ລະຂົງເຂດໄດ້ຮັບການພັດທະນາເປັນລະບົບຕໍ່ເນື່ອງ, ການຜະລິດສິນຄ້າເປັນຂະບວນກ້ວາງຂວາງ; ໄດ້ຕິດຕາມກວດກາໂຄງການລົງທຶນຂອງລັດຈໍານວນ 5 ໂຄງການຄື: ໂຄງການກໍ່ສ້າງໂຮງຮຽນບ້ານ ຈ່າຈະນາມ, ໂຄງການກໍ່ສ້າງໂຮງໝໍຫຼັງໃໝ່, ໂຄງການສ້ອມແປງ ແລະ ຕໍ່ເຕີມສະໂມສອນຂອງເມືອງ,ໂຄງການກໍ່ສ້າງ, ສ້ອມແປງຕໍ່ເຕີມຫ້ອງການແຜນການ ແລະ ການລົງທຶນເມືອງ ແລະ ໂຄງການກໍ່ສ້າງຂົວຂ້າມນໍ້າມະ ບ້ານ ຈ່າຄໍາຕັນກາງ.
ຈາກນັ້ນ, ສະຫາຍ ນາງ ຈັນຄໍາ ທໍຄໍາເໜົາ ກໍາມະການປະຈໍາພັກເມືອງ ຮອງເຈົ້າເມືອງຜູ້ຊີ້ນໍາຂົງເຂດວັດທະນະທໍາ-ສັງຄົມໄດ້ຜ່ານມະຕິ 05/ລບ ວ່າດ້ວຍການແບ່ງຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດມະຕິວ່າດ້ວຍການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງໃນໄລຍະໃໝ່, ຜ່ານຄໍາສັ່ງຂອງຄະນະເລຂາທິການສູນກາງພັກວ່າດ້ວຍການຄາດຄະເນແບ່ງຄວາມຮັບຜິດຊອບຂອງຄະນະປະຈໍາພັກແຕ່ລະຂັ້ນ, ຜ່ານແຈ້ງການກ່ຽວກັບການຄົ້ນຄ້ວາ, ເລືອກເຟັ້ນກໍາມະການຄະນະບໍລິຫານງານພັກຊຸດປັດຈຸບັນທີ່ມີອາຍຸກະສຽນເກີນເງື່ອນໄຂຕາມນິຕິກໍາໄດ້ກໍານົດໄວ້, ເພື່ອເປັນເປົ້າໝາຍທາບທາມບຸກຄະລາກອນທີ່ຈະເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຕ່ລະຂັ້ນຊຸດໃໝ່, ໃນກອງປະຊຸມຜູ້ເຂົ້າຮ່ວມໄດ້ປະກອບຄໍາຄິດຄໍາເຫັນໃສ່ຮ່າງບົດສະຫຼຸບ ແລະ ທິດທາງແຜນການ 6 ເດືອນທ້າຍປີເພື່ອໃຫ້ມີເນື້ອໃນຄົບຖ້ວນສົມບູນ.
ສະຫາຍ ພົນຕີ ຈັນສະແຫວງ ທິບຄູນທອງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍທີ່ຄະນະນໍາຂອງເມືອງຍາດຜົນງານມາໄດ້ໃນໄລຍະຜ່ານມາ, ພ້ອມທັງເນັ້ນໜັກໃຫ້ເອົາໃຈໃສ່ສືບຕໍ່ສືກສາອົບຮົບວຽກງານການເມືອງ-ແນວຄິດ, ເພີ່ມທະວີຄວາມຮັບຜິດຊອບສູງເຊື່ອໜັ້ນຕໍ່ການນຳພາຂອງພັກ-ລັດ, ເພີ່ມທະວີວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ,ວຽກງານກໍ່ສ້າງຮາກຖານການເມືອງ, ເອົາໃຈໃສ່ພັດທະນາເສດຖະກິດພາຍໃນເມືອງໃຫ້ມີການຂະຫຍາຍຕົວ, ເພີ່ມທະວີຄວາມສາມັກຄີພາຍໃນ-ພາຍນອກ, ປັບປຸງກົງຈັກການຈັດຕັ້ງ, ເອົາໃຈໃສ່ປົກປັກຮັກສາສິ່ງແວດລ້ອມໃຫ້ໝັ້ນຄົງ, ເພີ່ມທະວີສະຕິລະວັງຕົວ ພ້ອມກັນແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃຫ້ໝົດໄປເທື່ອລະກ້າວ.
ຂ່າວ: ເມືອງລອງ