ກອງປະຊຸມໃຫຍ່ ຄັ້ງທີ III ຂອງໜ່ວຍພັກຫ້ອງການຖະແຫຼງຂ່າວ,ວັດທະນະທຳແລະທ່ອງທ່ຽວ(ຖວທ) ເມືອງວັງວຽງ ແຂວງວຽງຈັນ. ໄດ້ຂຶ້ນ ໃນວັນທີ 17 ກໍລະກົດ 2024 ຢູ່ທີ່ຫ້ອງປະຊຸມຂອງຫ້ອງການ ຖວທ ເມືອງ, ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ອັດສະຍາໄສ ມະນີວັນ ກຳມະການພັກເມືອງ,ເລຂາຫນ່ວຍພັກ ຫ້ອງການ ຖວທ ເມືອງ, ໂດຍມີ ສະຫາຍ ສຸວຽງທອງ ວົງຈຳປາ ຮອງເລຂາພັກເມືອງວັງວຽງ ຜູ້ຊີ້ນຳວຽກພັກ-ພະນັກງານ, ມີສະຫາຍ ບຸນຊ່ຽນ ພົງທະດີ ຮອງຫົວຫນ້າຫ້ອງການພາຍໃນເມືອງ, ມີບັນດາເລຂາ-ຄະນະໜ່ວຍພັກອ້ອມຂ້າງ, ຄະນະຮັບຜິດຊອບຂັ້ນເມືອງ ແລະ ສະມາຊິກພັກພາຍໃນໜ່ວຍພັກ ຫ້ອງການ ຖວທ ເມືອງເຂົ້າຮ່ວມ.
ສະຫາຍ ອັດສະຍາໄສ ມະນີວັນ ໄດ້ຜ່ານ ບົດລາຍງານການເມືອງ ໂດຍສະເພາະແມ່ນຜົນງານໃນການນຳພາ-ຊີ້ນໍາ ຂອງຄະນະພັກ, ສະມາຊິກພັກ ໃນໄລຍະຜ່ານມາ ສາມາດເຮັດຫຼ້ອນໜ້າທີ່ໃນຫຼາຍດ້ານ ແລະ ບັນລຸຜົນສຳເລັດຕາມແຜນການທີ່ວາງໄວ້, ບັນດາສະມາຊິກພັກໄດ້ມີແນວຄິດອຸ່ນອ່ຽງ ທຸນທ່ຽງ ເຊຶ້ອໝັ້ນຕໍ່ການນຳພາ ຂອງພັກຢ່າງຕາຍໃຈ, ມີຈັນຍາທຳ ຈັນຍາບັນ ມີລະບຽບວິໄນ ມີຄວາມຕັດສິນໃຈສູງ ມີນໍ້າໃຈເສຍສະຫຼະຮັບໃຊ້ປະຊາຊົນຢ່າງແທ້ຈິງ, ບັນດາການຈັ້ດຕັ້ງທຸກຂະແໜງການໄດ້ຮັບການປັບປຸງ ທາງດ້ານວິຊາສະເພາະ ພ້ອມກັນນີ້ ກອງປະຊຸມຍັງໄດ້ເປັນເອກະພາບຮັບຮອງເອົາທິດທາງແຜນການ ແລະ ຄາດໝາຍສູ້ຊົນໃນຕໍ່ໜ້າ, ກໍານົດມາດຕະການ ແລະ ວິທີຈັດຕັ້ງປະຕິບັດ, ເພື່ອເພີ່ມທະວີຄວາມສາມາດໃນການນໍາພາ-ຊີ້ນໍາ ຂອງຄະນະພັກໃຫ້ເຂັ້ມແຂງ, ໜັກແໜ້ນ ແລະ ທັນກັບຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງໃນໄລຍະໃໝ່. ຈາກນັ້ນ ສະຫາຍ ດວງດາລາ ພວງຈັນລາ ຄະນະໜ່ວຍພັກຫ້ອງການ ຖວທ ເມືອງຍັງໄດ້ໃຫ້ກຽດຂຶ້ນຜ່ານບົດສຳຫຼວດການນຳພາລວມຂອງໜ່ວຍພັກ.
ກອງປະຊຸມ ຍັງໄດ້ປ່ອນບັດຄັດເລືອກເອົາຄະນະໜ່ວຍພັກຊຸດໃໝ່. ຜ່ານການປ່ອນບັດຄັດເລືອກ ກອງປະຊຸມຄັ້ງປະຖົມມະລຶກ ໄດ້ຕົກລົງເຫັນດີເປັນເອກະພາບຮັບຮອງເອົາ ສະຫາຍ ອັດສະຍາໄສ ມະນີວັນ ເປັນເລຂາໜ່ວຍພັກ, ສະຫາຍ ດວງດາລາ ພວງຈັນລາ ເປັນຮອງເລຂາໜ່ວຍພັກ ແລະ ປະທານກວດກາໜ່ວຍພັກ, ສະຫາຍ ໂຄຕະມີ ສີບໍລິບານ ເປັນຄະນະ
ຕອນທ້າຍ ສະຫາຍ ສຸວຽງທອງ ວົງຈຳປາ ຮອງເລຂາພັກເມືອງ ຜູ້ຊີ້ນຳວຽກພັກ-ພະນັກງານ ຍັງໄດ້ໃຫ້ກຽດໂອ້ລົມ ຊຶ່ງທ່ານໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານໄລຍະ 5 ປີຜ່ານມາ, ຮຽກຮ້ອງມາຍັງໜ່ວຍພັກກໍ່ຄືສະມາຊິກພັກເອົາໃຈໃສ່ປະຕິບັດວຽກງານວິຊາສະເພາະໃຫ້ດີກວ່າເກົ່າ, ສ້າງໄດ້ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ຫັນເອົາເນື້ອໃນກອງປະຊຸມໃຫຍ່ ຄັ້ງທີ III ຜັນຂະຫຍາຍເຂົ້າສູ່ວຽກງານປະຕິບັດໃຫ້ປະກົດຜົນເປັນຈິງ.(ຂ່າວ-ພາບ: ທັນວາ )28266719