ພິທີມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນປະຈຳປີ 2023 ໃຫ້ 7 ໜ່ວຍພັກທີ່ຂຶ້ນກັບຮາກຖານພັກພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແຂວງສະຫວັນນະເຂດໄດ້ຈັດຂຶ້ນໃນ ວັນທີ 17 ກໍລະກົດຜ່ານມາ ທີ່ພະແນກ ຖວທ ແຂວງ ໂດຍການເຂົ້າຮ່ວມຂອງທ່ານ ບົວສອນ ມະຫາວົງ ຫົວໜ້າຄະນະຈັດຕັ້ງແຂວງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ໂພສີສ້ອຍ ກຸທິລາດ ຫົວໜ້າພະແນກ ຖວທ ແຂວງ ໄດ້ຜ່ານບົດສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນປະຈຳປີ 2023 ວ່າ: ຮາກຖານພັກພະແນກ ຖວທ ແຂວງປະກອບມີ 7 ໜ່ວຍພັກຂຶ້ນກັບ, ມີສະມາຊິກພັກ 136 ຄົນ, ຍິງ 50 ຄົນ, ສໍາຮອງ 15 ຄົນ. ຜ່ານມາ, ຄະນະພັກຮາກຖານ ກໍຄືໜ່ວຍພັກໄດ້ຖືເອົາວຽກງານການເມືອງ-ແນວຄິດ ເປັນກົກໃນການຊີ້ນຳ-ນຳພາສະມາຊິກພັກ-ພະນັກງານ, ເອົາໃຈໃສ່ເຊື່ອມຊຶມບັນດາມະຕິ, ຄຳສັ່ງ, ລະບຽບກົດໝາຍ ແລະ ເອກະສານຕ່າງໆທີ່ຂັ້ນເທິງວາງອອກ, ເອົາໃຈໃສ່ປະຕິບັດໜ້າທີ່ຕາມພາລະບົດບາດຂອງຂະແໜງການ ແລະ ກອງວິຊາການດ້ວຍຄວາມຮັບຜິດຊອບສູງ ໄດ້ຮັບຜົນສຳເລັດຕາມການມອບໝາຍ.
ຜ່ານການຈັດຕັ້ງປະຕິບັດການສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນໃນປີ 2023 ສາມາດປະຕິບັດ ໄດ້ທັງ 7 ໜ່ວຍພັກ ເທົ່າກັບ 100%, ຈັດປະເພດສະມາຊິກພັກແຂງ 115 ຄົນ, ຍິງ 43 ຄົນ; ຈາກຜົນງານໃນປີຜ່ານມາ, ຄະນະປະຈຳພັກແຂວງຈຶ່ງໄດ້ອອກມະຕິຕົກລົງມອບໃບຢັ້ງຢືນໃຫ້ 7 ໜ່ວຍພັກຄື: ໜ່ວຍພັກຫ້ອງການບໍລິຫານ, ໜ່ວຍພັກຂະແໜງວັດທະນະທໍາ, ໜ່ວຍພັກສະຖານີໂທລະພາບ, ໜ່ວຍພັກສະຖານີວິທະຍຸກະຈາຍສຽງ-ໂຮງພິມ, ໜ່ວຍພັກຖະແຫຼງຂ່າວ-ໜັງສືພິມ, ໜ່ວຍພັກຂະແໜງທ່ອງທ່ຽວ ແລະ ໜ່ວຍພັກໂຮງຮຽນວິຈິດສິນ ເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນປະຈຳປີ 2023. ຈາກນັ້ນ, ທ່ານ ບົວສອນ ມະຫາວົງ ໄດ້ໃຫ້ກຽດມອບໃບຢັ້ງຢືນໃຫ້ເລຂາໜ່ວຍພັກທັງ 7 ໜ່ວຍ. ໃນພິທີໄດ້ເລື່ອນສະມາຊິກພັກສຳຮອງ ຂຶ້ນເປັນສະມາຊິກພັກສົມບູນຈຳນວນ 6 ຄົນ. ຂ່າວ: ສະຫວັນນະເຂດ