ສູນກາງຊາວໝຸ່ມປະຊາຊົນປະຕິວັດລາວ (ສຊປລ) ໄດ້ຈັດກອງປະຊຸມເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ 8 ສະໄໝທີ XI ຂຶ້ນໃນວັນທີ 18ກໍລະກົດນີ້ທີ່ສຊປລໂດຍການເປັນປະທານແລະເຜີຍແຜ່ເອກະສານໂດຍທ່ານ ມອນໄຊລາວມົວຊົ່ງ ກຳມະການສຳຮອງສູນກາງພັກເລຂາຄະນະບໍລິຫານງານສຊປລ, ມີບັນດາສະມາຊິກພັກພະນັກງານ-ລັດຖະກອນພາຍໃນສຊປລເຂົ້າຮ່ວມ.
ທ່ານມອນໄຊລາວມົວຊົ່ງ ກ່າວວ່າ:ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ 8 ສະໄໝທີ XIໄດ້ຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ 6 ເດືອນຕົ້ນປີແລະທິດທາງແຜນການ 6 ເດືອນທ້າຍປີ 2024 ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດການເງິນແລະວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ,ກອງປະຊຸມເຊື່ອມຊຶມຄັ້ງນີ້ ເພື່ອເຮັດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນສຊປລໄດ້ຮັບຮູ້, ເຂົ້າໃຈເປັນເອກະພາບ, ກຳແໜ້ນເລິກເຊິ່ງ ມີສະຕິຕື່ນຕົວສູງກ່ວາເກົ່າໃນການຈັດຕັ້ງປະຕິບັດມະຕິດັ່ງກ່າວແນໃສ່ເຮັດໃຫ້ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ 8 ສະໄໝທີ XI ໄດ້ຮັບການຈັດຕັ້ງປະຕິບັດຢ່າງຖືກຕ້ອງ, ຄົບຖ້ວນ, ເຂັ້ມງວດ ແລະ ເປັນເອກະພາບໃນທົ່ວພັກ; ເພື່ອເຮັດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນກຳໄດ້ຫຼັກການ, ລະບຽບການກ່ຽວກັບການຄຸ້ມຄອງ, ຕິດຕາມກວດກາວຽກງານຫັນເປັນຫົວໜ່ວຍວິຊາການເປັນເຈົ້າຕົນເອງ.
ໃນໂອກາດນີ້, ທ່ານທອງຈັນພູມີພັນຄະນະປະຈຳພັກຮອງເລຂາຄະນະບໍລິຫານງານສຊປລກໍໄດ້ເຜີຍແຜ່ໜັງສືທາງລັດຖະການຫ້ອງວ່າການສູນກາງພັກກ່ຽວກັບຮ່າງມະຕິຕົກລົງຂອງກົມການເມືອງສູນກາງພັກວ່າດ້ວຍເອກະສານຂອງພັກຕື່ມອີກ.
ຂ່າວ-ພາບ:ບຸນອູ້ມ