ໃນຕອນເຊົ້າວັນທີ 18 ກໍລະກົດ ນີ້ ແຂວງຫຼວງພະບາງໄດ້ຈັດພິທີປະກາດ ການແຕ່ງຕັ້ງສະຫາຍ ບຸນເຫຼືອ ສິນໄຊວໍຣະວົງ ເປັນຮອງເລຂາພັກແຂວງ ຮອງເຈົ້າແຂວງຫຼວງພະບາງ, ພິທີດັ່ງກ່າວໄດ້ຈັດຂຶ້ນທີ່ສະໂມສອນຫ້ອງວ່າການແຂວງຫຼວງພະບາງ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ສະຫາຍຄໍາຂັນ ຈັນທະວີສຸກ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງຫຼວງພະບາງ, ສະຫາຍ ທອງຈັນ ໂຂງພູມຄໍາ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ສະຫາຍ ນາງ ຂັນແກ້ວ ຫຼ້າມະນີເງົາ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ພ້ອມດ້ວຍບັນດາສະຫາຍຄະນະປະຈໍາພັກແຂວງ, ຄະນະບໍລິຫານງານພັກແຂວງແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ, ສະຫາຍ ທອງຈັນ ໂຂງພູມຄໍາ ໄດ້ຜ່ານຄຳສັ່ງ ຄະນະເລຂາທິການສູນກາງພັກ ວ່າດ້ວຍການຍົກຍ້າຍ ພະນັກງານການນຳຂັ້ນສູງໄປຮັບໜ້າທີ່ໃໝ່ ສະບັບເລກທີ 152/ຄລສພ, ລົງວັນທີ 2 ກໍລະກົດ 2024; ລັດຖະດຳລັດ ຂອງປະທານປະເທດ ວ່າດ້ວຍການຍົກຍ້າຍສະມາຊິກລັດຖະບານ 103/ປປທ, ລົງວັນທີ 5 ກໍລະກົດ 2024; ມະຕິຕົກລົງ ຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການບົ່ງຕົວແຕ່ງຕັ້ງຮອງເລຂາພັກແຂວງຫຼວງພະບາງ ເລກທີ 153/ຄລສພ, ລົງວັນທີ2 ກໍລະກົດ 2024. ຈາກນັ້ນ, ສະຫາຍ ຄໍາຂັນ ຈັນທະວີສຸກ ກໍໄດ້ໃຫ້ກຽດມອບຂໍ້ຕົກລົງ ເລກທີ 96/ຫຼບ, ລົງວັນທີ 17 ກໍລະກົດ 2024 ວ່າດ້ວຍການແຕ່ງຕັ້ງຮອງເຈົ້າແຂວງຫຼວງພະບາງ ໃຫ້ແກ່ສະຫາຍ ບຸນເຫຼືອ ສິນໄຊວໍຣະວົງ.
ໂອກາດນີ້, ສະຫາຍ ຄຳພັນ ພົມມະທັດ ກໍໄດ້ໃຫ້ກຽດໂອ້ລົມຕໍ່ພິທີດັ່ງກ່າວ ຊຶ່ງໄດ້ມີຄຳເຫັນຊີ້ນຳໃຫ້ບັນດາສະຫາຍການນຳທຸກຂັ້ນຂອງແຂວງ ເປັນເອກະພາບນຳສູນກາງ ຕໍ່ກັບການສັບຊ້ອນເພີ່ມເຕີມພະນັກງານການນຳຂັ້ນສູງໃຫ້ແຂວງຄັ້ງນີ້, ຄຽງຄູ່ກັບການເອົາໃຈໃສ່ນຳພາແນວຄິດ ຂອງພະນັກງານ-ສະມາຊິກພັກ ຢູ່ແຕ່ລະພະແນກການຂອງແຂວງ, ຂອງເມືອງ ແລະ ປະຊາຊົນບັນດາເຜົ່າທົ່ວແຂວງໃຫ້ເຂົ້າໃຈ ແລະຮັບຮູ້ຢ່າງທົ່ວເຖິງຖືກຕ້ອງ; ເພີ່ມທະວີຄວາມສາມັກຄີພາຍໃນຄະນະພັກ, ຄະນະປະຈຳພັກແຂວງໃຫ້ມີຄວາມໜັກແໜ້ນ, ມີຄວາມເປັນເອກະພາບສູງ, ສືບຕໍ່ເປັນຫຼັກແຫຼ່ງ, ເປັນຄັນທຸງໃນການເຕົ້າໂຮມ ແລະ ເສີມຂະຫຍາຍມູນເຊື້ອຄວາມສາມັກຄີ ໃນຖັນແຖວພະນັກງານ-ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າ,ລະດົມທຸກກໍາລັງແຮງ ເພື່ອພ້ອມກັນສູ້ຊົນປະຕິບັດບັນດາຄາດໝາຍໃນການພັດທະນາສ້າງສາແຂວງຫຼວງພະບາງໃຫ້ສໍາເລັດຜົນຈົບງາມ, ນໍາແຂວງຫຼວງພະບາງກ້າວຂຶ້ນສູ່ບາດກ້າວໃໝ່; ເປັນເຈົ້າການນໍາພາ-ຊີ້ນຳການກະກຽມດຳເນີນກອງປະຊຸມໃຫຍ່3 ຂັ້ນ ຂອງພັກ ໂດຍສະເພາະແມ່ນການກະກຽມດໍາເນີນກອງປະຊຸມໃຫຍ່ອົງຄະນະພັກເມືອງ, ຄະນະພັກຮາກຖານອ້ອມຂ້າງແຂວງ ໃຫ້ຮັບປະກັນຕາມຄຳສັ່ງ ຂອງຄະນະເລຂາທິການສູນກາງພັກ ເລກທີ 411/ຄລສພ, ລົງວັນທີ 8 ສິງຫາ 2023; ຄໍາແນະນໍາ ຂອງຄະນະຈັດຕັ້ງສູນກາງພັກ ເລກທີ 211/ຄຈສພ, ລົງວັນທີ 16 ສິງຫາ 2023 ແລະ ຄໍາແນະນໍາ ຂອງຄະນະກວດກາສູນກາງພັກ ເລກທີ 285/ຄກສພ, ລົງວັນທີ 15 ກັນຍາ 2023 ເພື່ອສ້າງບາດລ້ຽວໃໝ່ໃນການປັບປຸງ ແລະ ຍົກລະດັບຄຸນນະພາບຂອງການຈັດຕັ້ງພັກ ແລະ ທົ່ວລະບົບການເມືອງສູ່ລະດັບໃໝ່ຢ່າງແທ້ຈິງ; ສືບຕໍ່ເພີ່ມທະວີນໍາພາ-ຊີ້ນໍາວຽກງານກວດກາ,ກວດສອບໃຫ້ແທດເຖິງກວ່າເກົ່າ, ສຸມໃສ່ແກ້ໄຂສິ່ງຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນໃນຖັນແຖວກົງຈັກການຈັດຕັ້ງຂອງພັກ-ລັດ, ສະມາຊິກພັກ, ພະນັກງານ-ລັດຖະກອນຮັບປະກັນການຈັດຕັ້ງປະຕິບັດກົດລະບຽບພັກແລະ ກົດໝາຍຂອງລັດຢ່າງຖືກຕ້ອງ, ເຂັ້ມງວດ; ໃນນັ້ນ ຕ້ອງເພີ່ມການນໍາພາ-ຊີ້ນໍາຕິດຕາມ, ກວດກາບັນດາໂຄງການລົງທຶນຂອງລັດແລະ ເອກະຊົນໃຫ້ເຂັ້ມງວດກວ່າເກົ່າເປັນຕົ້ນ: ແມ່ນການສໍາປະທານຂຸດຄົ້ນແຮ່ທາດແລະໂຄງການພັດທະນາອື່ນໆເພື່ອຮັບປະກັນຜົນປະໂຫຍດ ລວມຂອງຊາດ,ພ້ອມນັ້ນ ກໍສຸມໃສ່ກວດກາຄວາມຮັບຜິດຊອບການເມືອງຂອງຜູ້ນໍາພາ-ຄຸ້ມຄອງແຕ່ລະຂັ້ນ ແລະ ມີມາດຕະການແກ້ໄຂຜູ້ລະເມີດລະບຽບກົດໝາຍໂດຍກົງ ຫຼື ຜູ້ປ່ອຍປະລະເຫຼີງຕໍ່ການລະເມີດຢ່າງເດັດຂາດ, ຈິງຈັງ; ການປັບປຸງພາຍໃນການຈັດຕັ້ງພັກ ແລະ ລະບົບການເມືອງແຕ່ລະຂັ້ນ, ສະເໜີບັນດາສະຫາຍ ຕ້ອງເອົາການເຊີດຊູຄວາມຮັບຜິດຊອບ, ຍົກສູງສະຕິຕໍ່ລະບຽບວິໄນ ແລະ ຕີຖອຍບັນດາປະກົດການຫຍໍ້ທໍ້ໃຫ້ເຖິງທີ່ສຸດ, ໄປຄຽງຄູ່ກັບການປັບປຸງແບບແຜນວິທີເຮັດວຽກ, ວາງແຜນການແລ້ວໃຫ້ຊີ້ນໍາປະຕິບັດຢ່າງເປັນລະບົບຕໍ່ເນື່ອງ, ເຂັ້ມແຂງ, ເຮັດຮອດໃສກວດກາຮອດຫັ້ນ, ເຫັນການລະເມີດຢູ່ບ່ອນໃດໃຫ້ແກ້ໄຂເດັດຂາດທັນການໂລດ ບໍ່ປ່ອຍໃຫ້ຈຸດອ່ອນ ຫຼື ປະກົດການຫຍໍ້ທໍ້ຄຸມເຄືອ, ໃຫ້ຖືການຕິດຕາມ-ກວດກາ-ສະກັດກັ້ນ ແລະ ແກ້ໄຂການລະເມີດລະບຽບກົດໝາຍຂອງການຈັດຕັ້ງ ແລະ ພະນັກງານ ແມ່ນໜ້າທີ່, ຄວາມຮັບຜິດຊອບ ແລະ ບັນທັດຖານການຕີລາຄາຄວາມຮູ້, ຄວາມສາມາດ, ຄວາມຮັບຜິດຊອບ ແລະ ຄວາມຈົ່ງຮັກພັກດີ ຂອງພະນັກງານແຕ່ລະສະຫາຍ.
ຂ່າວ-ພາບ:ຕູ່ນາ ເລົ່າຖາວອນ