ກອງປະຊຸມໃຫຍ່ຜູ້ແທນສະຫະພັນນັກຮົບເກົ່າເມືອງຫຼວງນໍ້າທາຄັ້ງທີ V ໄດ້ຈັດຂຶ້ນໃນວັນທີ 18 ກໍລະກົດຜ່ານມາ ທີ່ສະໂມສອນເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ໂດຍການເປັນປະທານຂອງທ່ານ ພັທ ຈັນທາ ຜາລິວົງ ປະ ທານສະຫະພັນນັກຮົບເກົ່າເມືອງ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ຫຼ້າປະເສີດ ສີປະເສີດ ເຈົ້າເມືອງຫຼວງນໍ້າທາ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ພັທ ຈັນທາ ຜາລິວົງ ໄດ້ໃຫ້ກຽດຜ່ານບົດລາຍງານການເມືອງຄັ້ງທີ lV ໄລຍະ 5 ປີຜ່ານມາ. ທົ່ວເມືອງມີໜ່ວຍສະຫະພັນນັກຮົບເກົ່າ 35 ໜ່ວຍ, ມີສະມາຊິກ 901 ທ່ານ, ຍິງ 75 ທ່ານ, ໄດ້ຮັບນາມມະຍົດເປັນວິລະຊົນແຫ່ງຊາດ 1 ທ່ານ, ນັກຮົບແຂ່ງຂັນ 2 ທ່ານ, ຍິງ 1 ທ່ານ, ເສຍອົງຄະພິເສດ 1 ທ່ານ, ເສຍອົງຄະປະເພດ 1 ມີ 5 ທ່ານ, ປະເພດ 2 ມີ 23 ທ່ານ, ປະເພດ 3 ມີ 67 ທ່ານ, ປະເພດ 4 ມີ 59 ທ່ານ, ໄດ້ມອບຫຼຽນກາລະນືກ 70 ປີຂອງກອງທັບປະຊາຊົນລາວໄດ້ 147 ທ່ານ, ຍິງ 18 ທ່ານ, ມອບຫຼຽນກຽດຕິຄຸນ 20 ທ່ານ ແລະ ໃບຍ້ອງຍໍ 400 ກວ່າທ່ານ, ໄດ້ສົມທົບກັບພາກສ່ວນກ່ຽວຂ້ອງຈັດພິທີມອບເງິນນະໂຍບາຍຕໍ່ນາຍ ແລະ ພົນທະຫານ, ນາຍ ແລະ ພົນ ຕໍາຫຼວດຕາມດໍາລັດ 272/ລບ ໄດ້ 124 ທ່ານ, ເປັນເງິນ 2,5 ຕື້ກີບ ພ້ອມກັນນັ້ນຍັງໄດ້ປຸກລະດົມບັນດາໜ່ວຍນັກຮົບເກົ່າສ້າງຕັ້ງກອງທຶນຊ່ວຍເຫຼືອຊຶ່ງກັນ ແລະ ກັນໄດ້ 35 ໜ່ວຍ, ມີສະມາຊິກ 889 ທ່ານ, ຍິງ 75 ທ່ານ, ມີເງິນກອງທຶນ 480 ລ້ານກວ່າກີບ, ກອງປະຊຸມໄດ້ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານສະຫະພັນນັກຮົບເກົ່າຊຸດໃໝ່ ຊຶ່ງມີຜູ້ສະໝັກ 17 ທ່ານ, ເລືອກເອົາ 13 ທ່ານ, ກອງປະຊຸມຄັ້ງປະຖົມມະລຶກໄດ້ເລືອກຕັ້ງເອົາທ່ານ ພັທ ອົງຄໍາ ແຫຼມປັນຍາ ເປັນປະທານ, ທ່ານ ພັຕ ທອງສາ ພິມມະສອນ ແລະ ທ່ານ ພັທ ຄໍາຈາຍ ແກ້ວອິນປັນ ເປັນຮອງປະທານ, ທ່ານ ພັຕ ທອງສາ ພິມມະສອນ ເປັນປະທານກວດກາ ແລະ ທ່ານ ຄໍາແດງ ສີປະເສີດ ເປັນຮອງປະທານກວດກາ ເພື່ອສືບຕໍ່ຊີ້ນໍາ-ນໍາພາຈັດຕັ້ງປະຕິບັດວຽກງານສະຫະພັນນັກຮົບເກົ່າເມືອງໃຫ້ດີຂຶ້ນໃນຕໍ່ໜ້າ. ຂ່າວ: ຫຼວງນໍ້າທາ