ລັດຖະບານສປປລາວໄດ້ຮັບຮອງເອົາດຳລັດວ່າດ້ວຍປ່າສະຫງວນສະບັບປັບປຸງໃໝ່ໃນວັນທີ 20 ມິຖຸນາປີ 2023 ແລະຄຳສັ່ງຂອງນາຍົກລັດຖະມົນຕີສະບັບເລກທີ 11 ວ່າດ້ວຍການປົກປັກຮັກສາຊັບພະຍາກອນປ່າໄມ້ແລະທີ່ດິນປ່າໄມ້ໃນວັນທີ 21 ກໍລະກົດປີ 2023, ເຊິ່ງເປັນຂີດໝາຍສຳຄັນຂອງການປົກປັກຮັກສາຊີວະນານາພັນໃນສປປລາວ. ການຫັນນິຕິກຳແລະນະໂຍບາຍປ່າສະຫງວນສະບັບໃໝ່ໄປສູ່ຄວາມເປັນຈິງຮຽກຮ້ອງໃຫ້ມີການເຜີຍແຜ່ແລະຄວາມເຂົ້າໃຈທີ່ຈະແຈ້ງຈາກຜູ້ປະຕິບັດຕົວຈິງ.
ປັດຈຸບັນ, ຊີວະນານາພັນຂອງສປປລາວກໍາລັງຖືກຄຸກຄາມຍ້ອນການປ່ຽນແປງຂອງດິນຟ້າອາກາດ, ການຄ້າ-ຂາຍສັດປ່າທີ່ຜິດກົດໝາຍ, ການລ່າສັດແລະການລັກລອບລ່າສັດແບບບໍ່ຍືນຍົງ, ໃນຂະນະທີ່ ການຕັດໄມ້ທຳລາຍປ່າກໍຍັງບໍ່ມີທ່າທີວ່າຈະຫຼຸດລົງ,ເຮັດໃຫ້ມີການຖືກຕັດຂາດ, ການເຊື່ອມໂຊມແລະການສູນເສຍຖິ່ນທີ່ຢູ່ອາໄສ. ກອບວຽກນິຕິກຳແລະນະໂຍບາຍເພື່ອຄຸ້ມຄອງແລະປົກປັກຮັກສາລະບົບນິເວດປ່າໄມ້ຂອງລາວແມ່ນໄດ້ຖືກກໍານົດໄວ້ເພື່ອປະຕິບັດພັນທະສາກົນຂອງສປປລາວພາຍໃຕ້ຂໍ້ຕົກລົງຮ່ວມມືຫຼາຍຝ່າຍດ້ານສິ່ງແວດລ້ອມ.
ກອງປະຊຸມເຜີຍແຜ່ດຳລັດວ່າດ້ວຍປ່າສະຫງວນເຂດພາກກາງໄດ້ມີຂຶ້ນເມື່ອບໍ່ດົນມານີ້ ທີ່ ເມືອງວຽງທອງແຂວງບໍລິຄຳໄຊໂດຍມີທ່ານອາລຸນສັກປະທໍາມະວົງຮອງເລຂາພັກເມືອງວຽງທອງແຂວງບໍລິຄຳໄຊ, ທ່ານສົມບູນວົງພະຈັນຮອງຫົວໜ້າກົມກົດໝາຍກະຊວງຍຸຕິທຳ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານນາງຊີຊິວເລີຄົວ, ຜູ້ຈັດການແຜນງານຂອງຄະນະຜູ້ແທນສະຫະພາບເອີຣົບປະຈໍາສປປລາວໄດ້ກ່າວວ່າ: “ປະເທດລາວມີປ່າດົງດິບທີ່ມີສະເໜ່ທີ່ສຸດໃນໂລກແລະມີພູມີທັດທີ່ເປັນເອກະລັກຫຼາຍແຫ່ງລວມທັງອຸທິຍານແຫ່ງຊາດແລະເຂດປ່າສະຫງວນ, ເຊິ່ງເປັນທີ່ຍອມຮັບໃນດ້ານລະບົບນິເວດແລະຊີວະນານາພັນທີ່ເປັນເອກະລັກສະເພາະຂອງພວກມັນ. ຊັບສິນແຫ່ງຊາດຕ້ອງໄດ້ຮັບການປົກປັກຮັກສາແລະການປົກປັກຮັກສາເລີ່ມຕົ້ນດ້ວຍຄວາມຮັບຮູ້ແລະເຜີຍແຜ່ນະໂຍບາຍເພື່ອຮັບປະກັນການຈັດຕັ້ງປະຕິບັດແລະການບັງຄັບໃຊ້ກົດໝາຍທີ່ຖືກຕ້ອງແລະເໝາະສົມ”.
ດຳລັດວ່າດ້ວຍປ່າສະຫງວນໄດ້ຍົກສູງມາດຕະຖານ, ບູລິມະສິດ, ແລະໂຄງສ້າງຂອງປ່າສະຫງວນໃຫ້ສອດຄ່ອງກັບບັນດາເປົ້າໝາຍແຫ່ງຊາດແລະມາດຕະຖານສາກົນ. ຊຸມຊົນທີ່ອາໄສຢູ່ບັນດາບ້ານອ້ອມຂ້າງຈະມີສ່ວນຮ່ວມໃນການຄຸ້ມຄອງປ່າສະຫງວນໂດຍຜ່ານຮູບແບບການສົ່ງເສີມ “ບ້ານພັດທະນາທາງດ້ານປ່າໄມ້ຫຼືືບ້ານອະນຸລັກ” ເພື່ອແນໃສ່ດຸ່ນດ່ຽງຜົນປະໂຫຍດລະຫວ່າງຄົນແລະທຳມະຊາດ.
ນອກຈາກນັ້ນ, ດໍາລັດສະບັບປັບປຸງໄດ້ອະທິບາຍຈະແຈ້ງເຖິງປະເພດການນໍາໃຊ້ປ່າສະຫງວນທີ່ມີສິດນຳໃຊ້ໄດ້, ດຳລັດສະບັບນີ້ຍັງໄດ້ພິຈາລະນາຢ່າງຖີ່ຖ້ວນໃນການດຸ່ນດ່ຽງການອະນຸລັກພ້ອມກັບການພັດທະນາເພື່ອແນໃສ່ນຳໃຊ້ “ມາດຕະການການຫຼຸດຜ່ອນຜົນກະທົບຕໍ່ຊີວະນານາພັນ”.ກະຊວງກະສິກຳແລະປ່າໄມ້ຍັງໄດ້ສ້າງແຜນ້ຄຸ້ມຄອງແລະສະໜອງທຶນແບບຍືນຍົງໃຫ້ແກ່ລະບົບປ່າສະຫງວນແຫ່ງຊາດຢູ່ໃນສປປລາວເພື່ອຮັບປະກັນການຈັດຕັ້ງປະຕິບັດນະໂຍບາຍປ່າສະຫງວນສະບັບໃໝ່ໃຫ້ປະສົບຜົນສຳເລັດ,ແຜນສະບັບດັ່ງກ່າວຈະອໍານວຍຄວາມສະດວກໃຫ້ແກ່ການຮ່ວມມືກັບຄູ່ຮ່ວມງານເພື່ອສະໜອງທຶນແບບຍືນຍົງໃນການຄຸ້ມຄອງປ່າສະຫງວນໃນສປປລາວ.
ຄຽງຄູ່ກັບດຳລັດວ່າດ້ວຍປ່າສະຫງວນ, ປ່າສະຫງວນແຫ່ງຊາດໄດ້ເຂົ້າເຖິງກອງທຶນຂອງລັດເຊັ່ນ: ກອງທຶນປົກປັກຮັກສາປ່າໄມ້, ກອງທຶນປົກປັກຮັກສາສິ່ງແວດລ້ອມ, ແລະການກະກຽມການສ້າງຕັ້ງປ່າສະຫງວນແຫ່ງຊາດແຫ່ງໃໝ່ໃນເຂດເໜືຶອຂອງສາຍພູຫຼວງກວມເອົາພູສີທົນ, ນ້ຳຈາດ-ນ້ຳປ່ັນ, ພູຈອມວອຍແລະນ້ຳຈວນ-ນ້ຳຊັ່ງໄດ້ປຶກສາຫາລືກັນເພື່ອເພີ່ມທະວີການຄຸ້ມຄອງແລະປົກປັກຮັກສາຊັບສິນທຳມະຊາດຂອງລາວ.
“ອົງການອະນຸລັກສັດປ່າໄດ້ຮ່ວມມືກັບລັດຖະບານລາວ, ຊ່ຽວຊານດ້ານວຽກງານປ່າສະຫງວນແຫ່ງຊາດ, ຊາວບ້ານຜູ້ອະນຸລັກປ່າແລະພາກສ່ວນກ່ຽວຂ້ອງເພື່ອພັດທະນາແລະເຜີຍແຜ່ນິຕິກຳທີ່ສຳຄັນແຫ່ງຊາດນີ້.ດຳລັດສະບັບນີ້ເປັນບາດກ້າວອັນໜັກແໜ້ນແລະໃຫຍ່ຫຼວງໃນການປົກປັກຮັກສາຊີວະນານາພັນໃນສປປລາວເພື່ອຮັບປະກັນການຄຸ້ມຄອງແລະຄຸ້ມຄອງເຂດທີ່ອຸດົມສົມບູນທາງດ້ານຊີວະນານາພັນໃນປະເທດ. ພວກເຮົາພູມໃຈຫຼາຍທີ່ສາມາດປະກອບສ່ວນເຂົ້າໃນໂຄງການ “ການອະນຸລັກລະບົບນິເວດໂດຍຜ່ານການຄຸ້ມຄອງພູມີທັດແບບປະສົມປະສານຢູ່ສປປລາວ (ECILL)” ທີ່ໄດ້ຮັບທຶນຈາກອົງການຝຣັ່ງເພື່ອການພັດທະນາ (AFD) ແລະສະຫະພາບເອີຣົບປະຈຳສປປລາວ (EU).
ຂ່າວ: ຄ. ຄຳປະສິດ