ກອງປະຊຸມຄົບຄະນະບໍໍລິຫານງານພັກເມືອງເງິນ ຄັ້ງທີ 13 ສະໄໜທີ V ໄດ້ເປີດຂຶ້ນໃນວັນທີ 18ກໍລະກົດ 2024 ນີ້ ຢູ່ທີ່ສະໂມສອນ ເມືອງເງິນ ແຂວງ ໄຊຍະບູລີພາຍໃຕ້ການເປັນປະທານຂອງ ສະຫາຍ ທະວິສັກ ໄຊຍະວົງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງ ເມືອງເງິນ, ໂດຍມີ ສະຫາຍ ອາເມ ຊົງເຍ້ຽເລັ່ງກໍາມະການປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມ ແຂວງໄຊຍະບູລີ, ມີຄະນະບໍລິຫານງານພັກເມືອງແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມ ຄັ້ງນີ້ໄດ້ພ້ອມກັນຮັບຟັງລາຍງານການຕີລາຄາ ນໍາພາ-ຊີ້ນໍາວຽກງານຮອບດ້ານ ໃນໄລຍະ 6 ເດືອນຕົ້ນປີ ແລະ ວາງທິດທາງວຽກງານຈຸດສຸມ 6 ເດືອນທ້າຍປີ ປີ 2024 ຂອງຄະນະບໍລິຫານງານພັກເມືອງ;ຮັບຟັງການລາຍງານກ່ຽວກັບຍົກສູງການນໍາພາ ສຶກສາອົບຮົມວຽກງານການເມືອງແນວຄິດ ແລະ ແກ້ໄຂບັນຫາຫຍໍ້ທໍ້ໃນກໍລະນີຕ່າງໆ ຂອງສະມາຊິກພັກ; ຮັບຟັງການລາຍງານ ກ່ຽວກັບການແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ໂດຍສະເພາະບັນຫາຢາເສບຕິດ ອຸບັດເຫດຕາມທ້ອງຖະໜົນ ອາລະວາດຕີກັນ ຕິດພັນກັບການຕິດຕາມຄຸ້ຄອງສະຖານທີ່ບັນເທີງ, ຮ້ານອາຫານ, ໂຮມແຮມ-ບ້ານພັກ ຫຼື ຕາມຈຸດຫຼໍ່ແຫຼມຕ່າງໆ ແລະ ອື່ນໆ; ຮັບຟັງລາຍງານ ກ່ຽວກັບການຈັດຕັ້ງປະຕິບັດລາຍຮັບ-ລາຍຈ່າຍງົບປະມານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍ ປີ 2024 ແລະ ການຈັດເກັບລາຍຮັບດ້ວຍລະບົບທັນສະໄໜ; ຮັບຟັງການລາຍງານກ່ຽວກັບການຄຸ້ມຄອງດິນ 8 ປະເພດ ແລະ ອອກໃບຕາດິນໃນທົ່ວເມືອງ; ຮັບຟັງການລາຍງານກ່ຽວກັບການຜະລິດເພື່ອທົດແນການນໍເຂົ້າ, ການຄຸ້ມຄອງປ່າໄມ້ ປ່າແຫຼ່ງນໍ້າ ແລະ ຄຸ້ມຄອງການບຸກເບີກໄຖດິນກະສິກໍາ ແລະ ກະກຽມຮັບມືການຕ້ານແລ້ງ ຕ້ານຖ້ວມ; ຮັບຟັງການລາຍງານກ່ຽວກັບການປັບປຸງຄຸນະພາບການສືກສາ ແລະ ການແກ້ໄຂບັນຫາການປະລະຂອງນັກຮຽນ ແລະ ການປະລະຂອງຄູ-ອາຈານ, ຜົນການສອບເສັງປະຈໍາປີ ແຕ່ລະຂັ້ນ, ແຕ່ລະຊັ້ນ ປ1-ປ5, ມ1-ມ7, ການກະກຽມເປີດສົກຮຽນໃໜ່.
ນອກຈາກນີ້ ຍັງໄດ້ພ້ອມກັນຄົ້ນຄວ້າປະກອບຄໍາຄິດຄໍາເຫັນ ໂດຍຍົກໃຫ້ເຫັນດ້ານອ່ອນຂໍ້ຄົງຄ້າງ ໃນໄລຍະ 6 ເດືອນຕົ້ນ ປີ ເພື່ອສືບຕໍ່ແກ້ໄຂວຽກງານການນໍາພາ-ຊີ້ນໍາວຽກງານຮອບດ້ານ ໃນ 6 ເດືອນທ້າຍປີ 2024.
ໂດຍ: ສຸລີຍາ ແສງເດືອນ