(ສພຊ)ກອງປະຊຸມຮຽບຮຽງເນື້ອໃນກົດໝາຍວ່າດ້ວຍສະຫະກອນ (ສະບັບສ້າງໃໝ່) ໄດ້ຈັດຂຶ້ນໃນວັນທີ 19-20 ກໍລະກົດ ຜ່ານມາທີ່ແຂວງວຽງຈັນໂດຍການເປັນປະທານຂອງທ່ານນາງສູນທອນໄຊຍະຈັກຮອງປະທານສະພາແຫ່ງຊາດ (ສພຊ),ມີບັນດາທ່ານປະທານ ແລະ ຮອງປະທານກໍາມາທິການພາຍໃນສພຊ, ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ຮອງລັດຖະມົນຕີກະຊວງຍຸຕິທໍາ, ຮອງຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ ແລະ ຕາງໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ຄະນະທີ່ປຶກສາທາງດ້ານກົດໝາຍຂອງຄະນະປະຈໍາສະພາແຫ່ງຊາດແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນຈຳນວນຫຼາຍ.
ທ່ານນາງສູນທອນໄຊຍະຈັກໄດ້ມີຄໍາເຫັນກ່າວເປີດໂດຍໄດ້ເນັ້ນໜັກວ່າ: ກອງປະຊຸມຄັ້ງນີ້ຈະໄດ້ພ້ອມກັນຄົ້ນຄວ້າແລະຮຽບຮຽງກົດໝາຍວ່າດ້ວຍສະຫະກອນຕາມການປະກອບຄໍາເຫັນຂອງບັນດາທ່ານສະມາຊິກສະພາແຫ່ງຊາດ(ສສຊ) ໃນກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ IXຄັ້ງວັນທີ 19 ມິຖຸນາຜ່ານມາ ຊຶ່ງຄະນະຮັບຜິດຊອບຮ່າງກົດໝາຍດັ່ງກ່າວ ໄດ້ຄົ້ນຄວ້າພິຈາລະນາປັບປຸງສໍາເລັດໂດຍພື້ນຖານແລະໃນວັນທີ 28 ມິຖຸນາ 2024 ກອງປະຊຸມສະໄໝສາມັນເທື່ອທີ7ຂອງສະພາແຫ່ງຊາດ ໄດ້ພິຈາລະນາຮັບຮອງເອົາດ້ວຍຄະແນນສຽງເຫັນດີ90,2% ແລະກອງປະຊຸມຮຽບຮຽງຄັ້ງນີ້ ຈະໄດ້ກວດກາຮຽບຮຽງຄືນໃໝ່ເພື່ອໃຫ້ສາມາດນຳສະເໜີປະກາດໃຊ້ຕາມລະບຽບການ.
(ຂ່າວ-ພາບ: ສອນສັກ ວັນວິໄຊ)