ທ່ານ ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ໄດ້ເຄື່ອນໄຫວຊີ້ນຳວຽກງານຢູ່ແຂວງອັດຕະປື ກ່ຽວກັບການກະກຽມກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ,ການກະກຽມສະເຫຼີມສະຫຼອງ 3 ວັນປະຫວັດສາດ ແລະ ການກະກຽມກອງປະຊຸມໃຫຍ່3 ຂັ້ນຂອງແຂວງອັດຕະປືຊຶ່ງໄດ້ຈັດຂຶ້ນໃນວັນທີ 22 ກໍລະກົດນີ້ ທີ່ຫ້ອງວ່າການແຂວງອັດຕະປື. ມີທ່ານ ພົນໂທ ວັນທອງ ກອງມະນີ ກຳມະການສູນກາງພັກ ເລຂາພັກແຂວງເຈົ້າແຂວງອັດຕະປື,ບັນຄະນະພັກແຂວງ ແລະ ຂະແໜງການຕ່າງໆທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ຄໍາພັນ ເຜີຍຍະວົງ ກ່າວວ່າ: ໃນການລົງມາເຮັດວຽກໃນຄັ້ງນີ້: ແມ່ນເພື່ອເຜີຍແຜ່ບັນດານິຕິກໍາຕ່າງໆ ກ່ຽວກັບການກະກຽມສະເຫຼີມສະຫຼອງ 3 ວັນປະຫວັດສາດ ໃນປີ 2025 ຄື: ວັນສ້າງຕັ້ງພັກ ຄົບຮອບ 70 ປີ, ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ. ໃຫ້ບັນດາທ່ານການນໍາຂອງແຂວງໄດ້ກໍາໄດ້ ເພື່ອນໍາໄປຈັດຕັ້ງປະຕິບັດ.ເຜີຍແຜ່ແນະນໍາກ່ຽວກັບການກະກຽມຊຸກຍູ້, ແນະນໍາບົດປະກອບຄໍາເຫັນຂອງບັນດາຕົວແທນຈາກແຂວງ ຕໍ່ກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ. ເວົ້າສະເພາະ ແມ່ນການກະກຽມກອງປະຊຸມໃຫຍ່3 ຂັ້ນ ຂອງແຂວງອັດຕະປື.
ພ້ອມນັ້ນ, ທ່ານ ນາງ ມີນາພອນ ໄຊຊົມພູ ຮອງເລຂາພັກແຂວງ ຮອງເຈົ້າແຂວງປະທານສະພາປະຊາຊົນແຂວງອັດຕະປື ໄດ້ລາຍງານວຽກທີ່ພົ້ນເດັ່ນ ແລະ ການຈັດຕັ້ງປະຕິບັດມະຕິ ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງອົງຄະນະພັກແຂວງ. ໄລຍະຜ່ານມາ ໂດຍລວມແລ້ວສະພາບແນວຄິດຂອງພະນັກງານ-ສະມາຊິກພັກ ກໍາລັງ ປກຊ -ປກສ ຍັງມີຄວາມເຊື່ອໝັ້ນຢ່າງໜັກແໜ້ນຕໍ່ການນໍາພາຂອງພັກ ຊຶ່ງສະແດງອອກໃນການປະກອບສ່ວນເຂົ້າໃນການປະຕິບັດໜ້າທີ່ວຽກງານທີ່ພັກ-ລັດ ກໍຄືການຈັດຕັ້ງມອບໝາຍໃຫ້ມີຜົນສຳເລັດເປັນຢ່າງດີ, ພ້ອມທັງມີຄວາມສາມັກຄີເປັນປຶກແຜ່ນແໜ້ນໜາໃນທົ່ວແຂວງ ແລະ ໃຫ້ການສະໜັບສະໜູນໃນການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ ແລະ ລັດ, ເຮັດໃຫ້ທົ່ວແຂວງອັດຕະປືມີຄວາມສະຫງົບໂດຍພື້ນຖານ, ການພັດທະນາເສດຖະກິດ-ສັງຄົມກໍນັບມື້ນັບເຕີບໂຕ ແລະ ຂະຫຍາຍຕົວ,ໃນໄລຍະ 3 ປີເຄິ່ງຜ່ານມາ ເຖິງຈະມີຄວາມຫຍຸ້ງຍາກດ້ານຕ່າງໆ, ແຕ່ການດຳເນີນການຜະລິດ ແລະ ບໍລິການ ກໍຍັງສືບຕໍ່ຂະຫຍາຍຕົວໃນລະດັບດີພໍສົມຄວນ, ຄາດຄະເນອັດຕາການເຕີບໂຕຂອງລວມຍອດຜະລິດຕະພັນພາຍໃນ ເພີ່ມຂຶ້ນສະລ່ຍ 5,39%ຕໍ່ປີ ແລະ ໃນ 6 ເດືອນຕົ້ນປີ 2024 ຂະຫຍາຍຕົວ 5,23% ລວມຍອດຜະລິດຕະພັນພາຍໃນສະເລ່ຍຕໍ່ຫົວຄົນ ຈາກ 1.624 ໂດລາ ໃນປີ 2021 ມາເປັນ 1.923 ໂດລາ ໃນປີ 2023. ໃນນີ້: ຂະແໜງກະສິກໍາ ຂະຫຍາຍຕົວສະເລ່ຍ 5,89%ຕໍ່ປີ,ຂະແໜງອຸດສາຫະກໍາ ຂະຫຍາຍຕົວສະເລ່ຍ 5,19%ຕໍ່ປີ,ຂະແໜງບໍລິການ ຂະຫຍາຍຕົວສະເລ່ຍ 3,72%ຕໍ່ປີ. ໃນໄລຍະ 3 ປີ 6 ເດືອນ ສາມາດເກັບລາຍຮັບງົບປະມານ ໄດ້ທັງໝົດ 1.894,91 ຕື້ກີບ ລື່ນແຜນ 84% ແລະ ໃນ 6 ເດືອນຕົ້ນປີ 2024: ປະຕິບັດໄດ້ 384,68 ຕື້ກີບ. ສຳລັບການກະກຽມກອງປະຊຸມໃຫ່ຍ 3 ຂັ້ນ ແລະ ການສ້າງຜົນງານຂໍ່ານັບຮັບຕ້ອນບັນດາວັນບຸນໃຫຍ່ທີ່ສໍາຄັນຂອງພັກ ແລະ ຂອງຊາດ ໃນປີ 2025 ພ້ອມທັງກະກຽມກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ. ແມ່ນໄດ້ສໍາເລັດຮ່າງນິຕິກໍາ ກ່ຽວກັບການດໍາເນີນກອງປະຊຸມຂັ້ນຮາກຖານ ແລະ ອົງຄະນະພັກເມືອງເປັນຕົ້ນ, ມະຕິແຕ່ງຕັ້ງຄະນະຮັບຜິດຊອບກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ຂອງອົງຄະນະພັກ, ແຜນງົບປະມານ ແລະ ແຜນດໍາເນີນງານ ແຜນຄາດຄະເນການດໍາເນີນກອງປະຊຸມໃຫຍ່ຂັ້ນຂອງຕົນ ຕາມວັນເວລາທີ່ກໍານົດໄວ້.
ໃນໂອກາດນີ້, ທ່ານ ຄຳພັນ ເຜີຍຍະວົງ ໄດ້ມີທິດຊີ້ນຳສໍາລັບການກະກຽນສະເຫຼີມສະຫຼອງ 3 ວັນປະຫວັດສາດນີ້ ຄວນສຸມໃສ່ປຶກສາຫາລື, ແບ່ງຄວາມຮັບຜິດຊອບກັນຢ່າງລະອຽດ,ບັນດາໜ້າວຽກໃດຕິດພັນກັບພາກສ່ວນໃດ ແມ່ນມອບໃຫ້ພາກສ່ວນນັ້ນຮັບຜິດຊອບຢ່າງລະອຽດ,ແຕ່ງຕັ້ງຄະນະຮັບຜິດຊອບຂັ້ນແຂວງຂຶ້ນ ເພື່ອຮັບຜິດຊອບວຽກນີ້ໂດຍກົງ ແລະ ພ້ອມກັນຈັດຕັ້ງປະຕິບັດໃຫ້ມີຜົນສໍາເລັດ ແລະ ທັນກັບກໍານົດເວລາ,ການຈັດຕັ້ງປະຕິບັດການກະກຽມສະເຫຼີມສະຫຼອງຕ້ອງຕິດພັນກັບການກະກຽມກອງປະຊຸມ 3 ຂັ້ນຂອງບັນດາສະຫາຍ ແລະ ເຮັດໃຫ້ມີຂະບວນການຟົດຟື້ນ, ມີບັນຍາກາດ ໂດຍຕິດພັນກັບກິດຈະກໍາທີ່ມີໃນຄໍາສັ່ງແນະນໍາຂອງຄະນະເລຂາທິການສູນກາງພັກ,ການສະເຫຼີມສະ
ຫຼອງຕ້ອງບົນຈິດໃຈປະຢັດມັດທະຍັດ, ນໍາໃຊ້ງົບປະມານຂອງແຂວງ.
ສຳລັບການເລືອກເປົ້າໝາຍ ເພື່ອປະກອບຄຳເຫັນຕໍ່ກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ. ຄວນເລືອກເອົາບັນດາຕົວແບບດີເດັ່ນໃນຂົງເຂດການເມືອງ, ຂົງເຂດວັດທະນະທຳ-ສັງຄົມ, ຂົງເຂດ ປກສ-ປກຊ ແລະ ຂົງເຂດເສດຖະກິດ, ການເຮັດການຜະລິດທຸລະກິດທີ່ດີເດັ່ນ, ດ້ວຍການນຳໃຊ້ພູມປັນຍາ, ນໍາໃຊ້ທ່າແຮງບົ່ມຊ້ອນກັບທີ່ ເຂົ້າໃນການພັດທະນາ ແລະ ສາມາດເປັນບົດຮຽນໃຫ້ຊຸມຊົນ ເຂົາເຈົ້າເບິ່ງແລ້ວສາມາດນຳໄປເປັນບົດຮຽນໃນການພັດທະນາຕໍ່ໄປໄດ້.
ຂ່າວ-ພາບ ບຸນຕອມ.