(ສພຊ)ກອງປະຊຸມຮຽບຮຽງເນື້ອໃນກົດໝາຍວ່າດ້ວຍຊັບພະຍາກອນທີ່ເປັນຢາ (ສະບັບສ້າງໃໝ່) ໄດ້ຈັດຂຶ້ນໃນວັນທີ 22-23 ກໍລະກົດນີ້ ທີ່ທ່າລາດແຂວງວຽງຈັນ ໂດຍການເປັນປະທານຮ່ວມຂອງທ່ານ ບຸນຕາ ເທບພະວົງ ປະທານກໍາມາທິການວັດທະນະທໍາ-ສັງຄົມ, ທ່ານ ຄໍາແພງ ວິລະພັນ ປະທານກໍາມາທິການກົດໝາຍ ແລະ ທ່ານ ບຸນແຝງ ພູມມະໄລສິດລັດຖະມົນຕີກະຊວງສາທາລະນະສຸກ; ເຂົ້າຮ່ວມມີບັນດາທ່ານຮອງປະທານກຳມາທິການພາຍໃນສະພາແຫ່ງຊາດ, ຮອງລັດຖະມົນຕີກະຊວງຍຸຕິທໍາ, ຮອງຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ, ຕາງໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ຄະນະທີ່ປຶກສາທາງດ້ານກົດໝາຍຂອງຄະນະປະຈໍາສະພາແຫ່ງຊາດ ແລະ ພາກສ່ວນທີ່ກ່ຽວຂ້ອງ.
ທ່ານ ບຸນຕາ ເທບພະວົງ ໄດ້ມີຄໍາເຫັນກ່າວເປີດໂດຍໄດ້ເນັ້ນໜັກວ່າ: ພວກເຮົາຈະໄດ້ພ້ອມກັນຄົ້ນຄວ້າ ແລະ ຮຽບຮຽງເນື້ອໃນຂອງກົດໝາຍວ່າດ້ວຍຊັບພະຍາກອນທີ່ເປັນຢາ ຕາມການປະກອບຄໍາເຫັນຂອງບັນດາທ່ານສະມາຊິກສະພາແຫ່ງຊາດ (ສສຊ) ໃນກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ IX ຄັ້ງວັນທີ 20 ມິຖຸນາ 2024 ຈໍານວນ 36 ທ່ານ ກວມເອົາ51 ມາດຕາ ຊຶ່ງຄະນະຮັບຜິດຊອບຮ່າງກົດໝາຍດັ່ງກ່າວ ໄດ້ຄົ້ນຄວ້າພິຈາລະນາປັບປຸງສຳເລັດໂດຍພື້ນຖານແລ້ວ ໃນນີ້ປັບປຸງ 22 ມາດຕາ, ຮັກສາໄວ້ຄືເກົ່າ 29 ມາດຕາ ແລະ ໃນວັນທີ 28 ມິຖຸນາ 2024 ກອງປະຊຸມສະໄໝສາມັນເທື່ອທີ 7 ໄດ້ພິຈາລະນາຮັບຮອງເອົາດ້ວຍຄະແນນສຽງເຫັນດີ 97,16%ແລະ ກອງປະຊຸມຄັ້ງນີ້ ຈະຄົ້ນຄວ້າຄືນບັນດາຄຳເຫັນຂອງສສຊເພື່ອເລືອກເຟັ້ນປັບປຸງໃສ່ ແນໃສ່ເຮັດໃຫ້ເນື້ອໃນຂອງກົດໝາຍມີຄວາມຄົບຖ້ວນ, ສົມບູນ ແລະ ສາມາດຈັດຕັ້ງປະຕິບັດໄດ້.
ກອງປະຊຸມຄັ້ງນີ້ໄດ້ຮັບການສະໜັບສະໜູນຊ່ວຍເຫຼືອທາງດ້ານງົບປະມານຈາກມູນນິທິອາຊີ (The Asia Foundation)ໂດຍຜ່ານກອງເລຂາຄຸ້ມຄອງແຫຼ່ງທຶນຊ່ວຍເຫຼືອໃຫ້ແກ່ສະພາແຫ່ງຊາດ.
ຂ່າວ-ພາບ:ສອນສັກວັນວິໄຊ